Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 6:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ຄົນ​ໃນ​ທີ່​ປະຊຸມ​ທັງໝົດ​ພໍໃຈ​ກັບ​ຂໍ້ສະເໜີ​ນີ້. ພວກເຂົາ​ຈຶ່ງ​ເລືອກ​ເອົາ​ຊະເຕຟາໂນ, ຜູ້ຊາຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມເຊື່ອ ແລະ ພຣະວິນຍານບໍລິສຸດເຈົ້າ; ພ້ອມ​ທັງ​ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອ​ຈາກ​ອັນຕີໂອເຂຍ​ທີ່​ເຂົ້າ​ສາສະໜາ​ຢິວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ຄົນ​ທີ່​ເຊື່ອ​ທັງໝົດ​ພໍໃຈ ເຫັນ​ດີ​ນຳ​ການ​ສະເໜີ​ຂອງ​ພວກ​ອັກຄະສາວົກ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເລືອກ​ເອົາ​ຊະເຕຟາໂນ ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມເຊື່ອ ແລະ​ພຣະວິນຍານ​ບໍຣິສຸດ ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອ​ຊາວ​ເມືອງ​ອັນຕີໂອເຂຍ ທີ່​ເຂົ້າ​ສາສະໜາ​ຢິວ.

Uka jalj uñjjattʼäta Copia luraña




ກິດຈະການ 6:5
24 Jak'a apnaqawi uñst'ayäwi  

“ວິບັດ​ແກ່​ເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ທຽວ​ເດີນທາງ​ໄປ​ມາ​ທັງ​ທາງບົກ ແລະ ທາງນໍ້າ​ເພື່ອ​ຈະ​ໄດ້​ຜູ້​ໜຶ່ງ​ມາ​ເຂົ້າ​ສາສະໜາ ແລະ ເມື່ອ​ໄດ້​ມາ​ເຂົ້າ​ແລ້ວ​ພວກເຈົ້າ​ກໍ​ເຮັດ​ໃຫ້​ຄົນ​ນັ້ນ​ເປັນ​ເດັກ​ຂອງ​ນະລົກ ຊົ່ວຮ້າຍ​ຫລາຍ​ກວ່າ​ພວກເຈົ້າ​ອີກ​ສອງ​ເທົ່າ.


ບັດນີ້ ບັນດາ​ຜູ້​ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ​ເພາະ​ການ​ຂົ່ມເຫັງ​ທີ່​ເກີດ​ຂຶ້ນ​ເມື່ອ​ຊະເຕຟາໂນ​ຖືກ​ຂ້າ​ນັ້ນ ຕ່າງ​ກໍ​ພາກັນ​ເດີນທາງ​ໄປ​ໄກ​ຈົນ​ເຖິງ​ເມືອງ​ໂຟນີເຊຍ, ເກາະ​ໄຊປຣັດ ແລະ ເມືອງ​ອັນຕີໂອເຂຍ ແລະ ໄດ້​ປະກາດ​ພຣະທຳ​ໃຫ້​ພຽງ​ແຕ່​ຊາວຢິວ​ເທົ່າ​ນັ້ນ.


ແຕ່​ກໍ​ມີ​ບາງຄົນ​ໃນ​ພວກເຂົາ​ທີ່​ມາ​ຈາກ​ເກາະ​ໄຊປຣັດ ແລະ ຈາກ​ເມືອງ​ກີເຣເນ​ໄດ້​ໄປ​ທີ່​ເມືອງ​ອັນຕີໂອເຂຍ ແລະ ໄດ້​ເລີ່ມຕົ້ນ​ປະກາດ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ແກ່​ຊາວ​ກຣີກ​ອີກ​ດ້ວຍ.


ຂ່າວ​ກ່ຽວກັບ​ເລື່ອງ​ນີ້​ໄດ້​ໄປ​ເຖິງ​ຄຣິສຕະຈັກ​ໃນ​ເຢຣູຊາເລັມ ແລະ ພວກເຂົາ​ຈຶ່ງ​ສົ່ງ​ບາຣະນາບາ​ໄປ​ທີ່​ເມືອງ​ອັນຕີໂອເຂຍ.


ບາຣະນາບາ​ເປັນ​ຄົນ​ດີ, ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ຄວາມເຊື່ອ, ແລ້ວ​ຈຶ່ງ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ.


ແລະ ເມື່ອ​ພົບ​ເພິ່ນ​ແລ້ວ, ເພິ່ນ​ກໍ​ນຳ​ໂຊໂລ​ໄປ​ທີ່​ເມືອງ​ອັນຕີໂອເຂຍ. ດັ່ງນັ້ນ ບາຣະນາບາ ແລະ ໂຊໂລ​ໄດ້​ພົບປະ​ກັບ​ຄຣິສຕະຈັກ​ທີ່​ນັ້ນ​ຕະຫລອດ​ໜຶ່ງ​ປີ​ເຕັມ ແລະ ໄດ້​ສັ່ງສອນ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ. ພວກສາວົກ​ໄດ້​ຊື່​ວ່າ​ຄຣິສຕຽນ​ເປັນ​ເທື່ອ​ທຳອິດ​ທີ່​ເມືອງ​ອັນຕີໂອເຂຍ​ນັ້ນ​ເອງ.


ໃນ​ເວລາ​ນັ້ນ ມີ​ຜູ້ທຳນວາຍ​ບາງຄົນ​ລົງ​ຈາກ​ເຢຣູຊາເລັມ​ມາ​ທີ່​ເມືອງ​ອັນຕີໂອເຂຍ.


ບັດນີ້ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ​ມີ​ຜູ້ທຳນວາຍ ແລະ ອາຈານ​ຄື: ບາຣະນາບາ, ຊີເມໂອນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ນີເກີ, ລູກີໂອ​ຊາວ​ກີເຣເນ, ມານາເອນ (ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ໃຫ້​ເຕີບໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ​ຜູ້ປົກຄອງ​ແຂວງ) ແລະ ໂຊໂລ.


ແລ້ວ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ​ກັບ​ທຸກຄົນ​ໃນ​ຄຣິສຕະຈັກ, ໄດ້​ຕັດສິນໃຈ​ທີ່​ຈະ​ເລືອກ​ເອົາ​ບາງຄົນ​ໃນ​ພວກເພິ່ນ​ແລ້ວ​ສົ່ງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ​ພ້ອມ​ກັບ​ໂປໂລ ແລະ ບາຣະນາບາ. ພວກເພິ່ນ​ໄດ້​ເລືອກ​ເອົາ​ຢູດາ (ຫລື​ເອີ້ນ​ກັນ​ວ່າ​ບາຣະຊັບບາ) ກັບ​ຊີລາ, ຊາຍ​ທັງສອງ​ຄົນນີ້​ເປັນ​ຜູ້ນຳ​ໃນ​ກຸ່ມ​ພວກ​ພີ່ນ້ອງ.


ພວກເພິ່ນ​ທຸກຄົນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ເລີ່ມ​ເວົ້າ​ພາສາ​ແປກໆ ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໃຫ້​ພວກເພິ່ນ​ເວົ້າ​ໄດ້.


ມື້​ຕໍ່ມາ​ພວກເຮົາ​ກໍ​ອອກ​ຈາກ​ທີ່​ນັ້ນ, ພວກເຮົາ​ມາ​ເຖິງ​ເມືອງ​ກາຍຊາເຣຍ ແລະ ໄດ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວປະເສີດ, ເຊິ່ງ​ເປັນ​ຜູ້​ໜຶ່ງ​ໃນ​ກຸ່ມ​ເຈັດ​ຄົນ​ນັ້ນ.


ແລະ ເມື່ອ​ເລືອດ​ຂອງ​ຊະເຕຟາໂນ​ຜູ້​ທີ່​ສະຫລະ​ຊີວິດ​ເພື່ອ​ຄວາມເຊື່ອ​ຫລັ່ງ​ອອກ​ມາ ຂ້ານ້ອຍ​ກໍ​ຢືນ​ຢູ່​ທີ່​ນັ້ນ​ເຫັນດີ​ນຳ ແລະ ເຝົ້າ​ເຄື່ອງນຸ່ງ​ໃຫ້​ຄົນ​ທີ່​ຂ້າ​ຊະເຕຟາໂນ’.


ແຕ່​ພວກເຂົາ​ບໍ່​ສາມາດ​ລຸກຂຶ້ນ​ຕໍ່ສູ້​ສະຕິປັນຍາ​ທີ່​ພຣະວິນຍານບໍລິສຸດເຈົ້າ​ມອບ​ໃຫ້​ເພິ່ນ​ໃນ​ຂະນະ​ທີ່​ເພິ່ນ​ກ່າວ.


ພີ່ນ້ອງ​ທັງຫລາຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ ເຊິ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ສະຕິປັນຍາ. ພວກເຮົາ​ຈະ​ມອບ​ໜ້າທີ່​ນີ້​ໃຫ້​ພວກເຂົາ


ຝ່າຍ​ຊະເຕຟາໂນ, ຊາຍ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ພຣະຄຸນ ແລະ ລິດອຳນາດ​ຂອງ​ພຣະເຈົ້າ, ໄດ້​ສະແດງ​ການ​ອັດສະຈັນ ແລະ ໝາຍສຳຄັນ​ຍິ່ງໃຫຍ່​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ.


ແລ້ວ​ມະຫາ​ປະໂລຫິດ ຈຶ່ງ​ຖາມ​ຊະເຕຟາໂນ​ວ່າ, “ຄຳ​ກ່າວຫາ​ເຫລົ່ານີ້​ເປັນ​ຄວາມຈິງ​ບໍ?”


ເຊັ່ນດຽວກັນ​ນັ້ນ, ກໍ​ຍັງ​ມີ​ບາງ​ຄົນ​ໃນ​ພວກເຈົ້າ​ທີ່​ຢຶດຖື​ຄຳສອນ​ຂອງ​ພວກ​ນິໂກລາຍເຕ.


ແຕ່​ເຈົ້າ​ຍັງ​ມີ​ຂໍ້​ດີ​ຢູ່​ຄື: ເຈົ້າ​ໄດ້​ກຽດຊັງ​ຂໍ້​ປະຕິບັດ​ຂອງ​ພວກ​ນິໂກລາຍເຕ ເຊິ່ງ​ເຮົາ​ກໍ​ກຽດຊັງ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka