Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 6:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ສ່ວນ​ພວກເຮົາ​ກໍ​ຈະ​ເອົາໃຈໃສ່​ໃນ​ການ​ອະທິຖານ ແລະ ພັນທະກິດ​ແຫ່ງ​ພຣະທຳ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ສ່ວນ​ພວກເຮົາ ກໍ​ຈະ​ອຸທິດ​ເວລາ​ທັງໝົດ​ໃສ່​ໃນ​ການ​ພາວັນນາ​ອະທິຖານ ແລະ​ການ​ສັ່ງສອນ​ພຣະທຳ.”

Uka jalj uñjjattʼäta Copia luraña




ກິດຈະການ 6:4
18 Jak'a apnaqawi uñst'ayäwi  

ເມື່ອ​ເພິ່ນ​ເຮັດ​ໜ້າທີ່​ຈົນ​ຄົບ​ກຳນົດ​ເວລາ​ແລ້ວ ເພິ່ນ​ກໍ​ກັບ​ບ້ານ.


ພວກເພິ່ນ​ທັງໝົດ​ໄດ້​ຮ່ວມ​ໃຈ​ກັນ​ອະທິຖານ​ຢ່າງ​ສະໝໍ່າສະເໝີ​ໂດຍ​ມີ​ພວກແມ່ຍິງ, ມາຣີ​ແມ່​ຂອງ​ພຣະເຢຊູເຈົ້າ ແລະ ພວກ​ນ້ອງຊາຍ​ຂອງ​ພຣະອົງ.


ພວກເຂົາ​ທັງຫລາຍ​ໄດ້​ອຸທິດ​ຕົວ​ເອງ​ໃນ​ຄຳສອນ​ຂອງ​ພວກ​ອັກຄະສາວົກ ແລະ ໃນ​ການ​ຮ່ວມ​ສາມັກຄີທຳ, ໃນ​ການ​ຫັກ​ເຂົ້າຈີ່ ແລະ ໃນ​ອະທິຖານ.


ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ສຸດ​ໃຈ​ໃນ​ການປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ​ເປັນ​ພະຍານ​ໃຫ້​ເຮົາ​ວ່າ ເຮົາ​ລະນຶກ​ເຖິງ​ພວກເຈົ້າ​ຢູ່​ສະເໝີ


ເພາະ​ເມື່ອ​ເຮົາ​ປະກາດ​ຂ່າວປະເສີດ ເຮົາ​ກໍ​ບໍ່​ສາມາດ​ອວດອ້າງ​ໄດ້, ດ້ວຍວ່າ​ເຮົາ​ຈຳເປັນ​ຈະ​ຕ້ອງ​ປະກາດ. ວິບັດ​ຈະ​ເກີດ​ມີ​ແກ່​ເຮົາ ຖ້າ​ເຮົາ​ບໍ່​ປະກາດ​ຂ່າວປະເສີດ!


ທຸກຄັ້ງ​ທີ່​ເຮົາ​ອະທິຖານ​ເພື່ອ​ພວກເຈົ້າ​ທຸກຄົນ ເຮົາ​ກໍ​ອະທິຖານ​ດ້ວຍ​ຄວາມຊື່ນຊົມຍິນດີ​ສະເໝີ


ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ກຳລັງ​ຕໍ່ສູ້​ຫລາຍ​ເທົ່າໃດ​ເພື່ອ​ພວກເຈົ້າ, ເພື່ອ​ພວກ​ພີ່ນ້ອງ​ຊາວ​ເມືອງ​ລາວດີເກອາ ແລະ ເພື່ອ​ທຸກຄົນ​ທີ່​ຍັງ​ບໍ່​ເຄີຍ​ພົບ​ເຮົາ​ເປັນ​ການ​ສ່ວນໂຕ​ເລີຍ.


ເອປາຟາ ຜູ້​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ເພິ່ນ​ໄດ້​ປ້ຳສູ້​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເປັນ​ຜູ້ໃຫຍ່ ແລະ ມີ​ຄວາມໝັ້ນໃຈ​ຢ່າງ​ເຕັມສ່ວນ.


ຈົ່ງ​ບອກ​ອາຂີໂປ​ວ່າ: “ຈົ່ງ​ເຮັດ​ພັນທະກິດ​ທີ່​ເຈົ້າ​ໄດ້​ຮັບ​ມອບໝາຍ​ໃນ​ອົງພຣະຜູ້ເປັນເຈົ້າ​ໃຫ້​ສຳເລັດ”.


ຈົ່ງ​ປະກາດ​ຖ້ອຍຄຳ, ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ທັງ​ໃນ​ເວລາ​ທີ່​ມີ​ໂອກາດ ແລະ ບໍ່​ມີ​ໂອກາດ, ຈົ່ງ​ແກ້ໄຂ​ຂໍ້ຜິດພາດ, ຈົ່ງ​ຕັກເຕືອນ ແລະ ໜູນໃຈ​ດ້ວຍ​ຄວາມອົດທົນ​ຢ່າງ​ໃຫຍ່ ແລະ ດ້ວຍ​ການສັ່ງສອນ​ຢ່າງ​ລະມັດລະວັງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka