Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 6:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ດັ່ງນັ້ນ ພວກ​ອັກຄະສາວົກ​ທັງ​ສິບສອງ​ຄົນ​ຈຶ່ງ​ເອີ້ນ​ສາວົກ​ທັງໝົດ​ມາ​ລວມ​ກັນ​ແລ້ວ​ກ່າວ​ວ່າ, “ເປັນ​ການ​ບໍ່​ຖືກຕ້ອງ​ເລີຍ​ທີ່​ພວກເຮົາ​ຈະ​ປະຖິ້ມ​ພັນທະກິດ​ແຫ່ງ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ໄປ​ຮັບໃຊ້​ທີ່​ໂຕະ​ອາຫານ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ດັ່ງນັ້ນ ພວກ​ອັກຄະສາວົກ​ສິບສອງ​ຄົນ ຈຶ່ງ​ເອົາ​ບັນດາ​ສິດ​ຜູ້​ທີ່​ເຊື່ອ​ທັງໝົດ​ມາ​ປະຊຸມ​ກັນ ແລະ​ກ່າວ​ວ່າ, “ເປັນ​ການ​ບໍ່​ສົມຄວນ​ເລີຍ ທີ່​ຈະ​ໃຫ້​ພວກເຮົາ​ປະຖິ້ມ​ການ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ມາ​ຮັບໃຊ້​ການກິນ​ການ​ດື່ມ.

Uka jalj uñjjattʼäta Copia luraña




ກິດຈະການ 6:2
10 Jak'a apnaqawi uñst'ayäwi  

ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ? ພວກເຂົາ​ຄົງ​ໄດ້​ຍິນ​ວ່າ​ທ່ານ​ມາ​ທີ່​ນີ້​ແລ້ວ​ຢ່າງ​ແນ່ນອນ.


ເພາະ​ຂ້າພະເຈົ້າ​ຄິດ​ວ່າ​ຖ້າ​ສົ່ງ​ນັກໂທດ​ໄປ​ທີ່​ໂຣມ​ໂດຍ​ບໍ່ໄດ້​ລະບຸ​ຂໍ້ກ່າວຫາ​ທີ່​ຊັດເຈນ​ກໍ​ເປັນ​ເລື່ອງ​ທີ່​ບໍ່​ມີ​ເຫດຜົນ”.


ແຕ່​ເປໂຕ ແລະ ໂຢຮັນ​ຕອບ​ວ່າ, “ໃຫ້​ເຊື່ອຟັງ​ພວກທ່ານ ຫລື ເຊື່ອຟັງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງ​ຕໍ່​ສາຍຕາ​ພຣະເຈົ້າ ພວກທ່ານ​ຈົ່ງ​ຕັດສິນ​ເອົາ​ເອງ!


ໃນ​ຄາວ​ນັ້ນ ເມື່ອ​ສາວົກ​ມີ​ຈຳນວນ​ເພີ່ມ​ຂຶ້ນ, ຊາວຢິວ​ທີ່​ມາ​ຈາກ​ປະເທດ​ທີ່​ເວົ້າ​ພາສາ​ກຣີກ​ໄດ້​ຈົ່ມ​ບໍ່​ພໍໃຈ​ຕໍ່​ຊາວ​ຢິວ​ທີ່​ເວົ້າ​ພາສາ​ເຮັບເຣີ​ເປັນ​ພາສາ​ແມ່ ເພາະ​ພວກ​ແມ່ໝ້າຍ​ໃນ​ກຸ່ມ​ຂອງ​ພວກເຂົາ​ບໍ່​ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ເວລາ​ແຈກຢາຍ​ອາຫານ​ປະຈຳ​ວັນ.


ພີ່ນ້ອງ​ທັງຫລາຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ ເຊິ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ສະຕິປັນຍາ. ພວກເຮົາ​ຈະ​ມອບ​ໜ້າທີ່​ນີ້​ໃຫ້​ພວກເຂົາ


ບໍ່​ມີ​ຜູ້ໃດ​ທີ່​ຮັບໃຊ້​ໃນ​ໜ້າທີ່​ເປັນ​ທະຫານ​ແລ້ວ​ຍັງ​ຫຍຸ້ງກ່ຽວ​ກັບ​ເລື່ອງ​ຝ່າຍ​ພົນລະເຮືອນ, ແຕ່​ລາວ​ຕ້ອງ​ເຮັດ​ໃຫ້​ຜູ້​ບັງຄັບ​ບັນຊາ​ຂອງ​ຕົນ​ພໍໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka