Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເປໂຕ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ພວກເຈົ້າ​ກ້າ​ທົດລອງ​ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຢ່າງ​ໃດ? ຈົ່ງ​ຟັງ! ຕີນ​ຂອງ​ບັນດາ​ຜູ້​ຝັງ​ສົບ​ຜົວ​ຂອງ​ເຈົ້າ​ກໍ​ຢູ່​ທີ່​ປະຕູ ແລະ ພວກເຂົາ​ຈະ​ຫາມ​ເຈົ້າ​ອອກ​ໄປ​ເໝືອນກັນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ດັ່ງນັ້ນ ເປໂຕ​ຈຶ່ງ​ກ່າວ​ຕໍ່​ນາງ​ວ່າ, “ເປັນຫຍັງ​ເຈົ້າ​ກັບ​ຜົວ​ຂອງ​ເຈົ້າ ຈຶ່ງ​ພ້ອມໃຈ​ກັນ​ທົດລອງ​ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ? ບັດນີ້ ພວກ​ຜູ້ຊາຍ​ທີ່​ໄດ້​ໄປ​ຝັງສົບ​ຜົວ​ຂອງ​ເຈົ້າ ກໍ​ມາ​ເຖິງ​ປະຕູ​ແລ້ວ ແລະ​ພວກເຂົາ​ກໍ​ຈະ​ຫາມ​ຊາກສົບ​ຂອງ​ເຈົ້າ​ອອກ​ໄປ​ເໝືອນກັນ.”

Uka jalj uñjjattʼäta Copia luraña




ກິດຈະການ 5:9
24 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ: ‘ຢ່າ​ທົດລອງ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ’”.


ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຜູ້ຈັດການ​ຄົນ​ນັ້ນ​ມາ ແລະ ຖາມ​ວ່າ, ‘ເລື່ອງ​ທີ່​ເຮົາ​ໄດ້​ຍິນ​ກ່ຽວກັບ​ເຈົ້າ​ນັ້ນ​ເປັນ​ຢ່າງໃດ? ຈົ່ງ​ເອົາ​ບັນຊີ​ທີ່​ເຈົ້າ​ຈັດການ​ຢູ່​ນັ້ນ​ມາ, ເພາະ​ເຈົ້າ​ບໍ່​ສາມາດ​ເປັນ​ຜູ້ຈັດການ​ຕໍ່​ໄປ​ໄດ້​ອີກ’.


ເມື່ອ​ເປັນ​ດັ່ງນັ້ນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ທົດລອງ​ພຣະເຈົ້າ​ໂດຍ​ເອົາ​ແອກ​ວາງ​ໃສ່​ຄໍ​ຂອງ​ພວກ​ຄົນຕ່າງຊາດ ເຊິ່ງ​ທັງ​ພວກເຮົາ ຫລື ບັນພະບຸລຸດ​ຂອງ​ພວກເຮົາ​ກໍ​ບໍ່​ສາມາດ​ທີ່​ຈະ​ແບກ​ໄດ້?


ແລ້ວ​ພວກຊາຍໜຸ່ມ​ຈຳນວນ​ໜຶ່ງ​ຈຶ່ງ​ເຂົ້າ​ມາ​ຫໍ່​ສົບ​ລາວ ແລະ ຫາມ​ອອກ​ໄປ​ຝັງ.


ແລະ ຖ້າ​ບໍ່​ມີ​ຜູ້ໃດ​ໃຊ້​ພວກເຂົາ​ໄປ ພວກເຂົາ​ຈະ​ໄປ​ປະກາດ​ໄດ້​ຢ່າງໃດ? ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຕີນ​ຂອງ​ຜູ້​ນຳ​ຂ່າວປະເສີດ​ມາ​ກໍ​ງົດງາມ​ແທ້​ນໍ!”


ບັດນີ້ ພວກເຮົາ​ຮູ້​ວ່າ​ສິ່ງໃດ​ທີ່​ກົດບັນຍັດ​ໄດ້​ກ່າວ​ໄວ້​ກໍ​ກ່າວ​ແກ່​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ, ເພື່ອວ່າ​ທຸກ​ປາກ​ຈະ​ມິດງຽບ​ຢູ່ ແລະ ເພື່ອ​ໃຫ້​ທັງ​ໂລກ​ຮັບຜິດຊອບ​ຕໍ່​ພຣະເຈົ້າ.


ພວກເຮົາ​ບໍ່​ຄວນ​ທົດລອງ​ພຣະຄຣິດເຈົ້າ, ເໝືອນດັ່ງ​ທີ່​ພວກເຂົາ​ບາງຄົນ​ໄດ້​ເຮັດ ແລ້ວ​ພວກເຂົາ​ກໍ​ຖືກ​ຂ້າ​ດ້ວຍ​ງູ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka