Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເມື່ອ​ອານາເນຍ​ໄດ້​ຍິນ​ດັ່ງ​ນີ້, ລາວ​ກໍ​ລົ້ມ​ລົງ​ຕາຍ. ແລະ ຄົນ​ທັງປວງ​ທີ່​ໄດ້​ຍິນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ​ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງ​ໃຫຍ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເມື່ອ​ອານາເນຍ​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້ ລາວ​ກໍ​ລົ້ມ​ລົງ​ສິ້ນໃຈ​ຕາຍ ຝ່າຍ​ຄົນ​ທັງປວງ​ທີ່​ໄດ້ຍິນ​ເຖິງ​ເຫດການ​ນັ້ນ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງໃຫຍ່.

Uka jalj uñjjattʼäta Copia luraña




ກິດຈະການ 5:5
26 Jak'a apnaqawi uñst'ayäwi  

ບັດນີ້ ມື​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຈັດການ​ກັບ​ເຈົ້າ, ເຈົ້າ​ຈະ​ຕາບອດ​ເບິ່ງ​ບໍ່​ເຫັນ​ແມ່ນ​ແຕ່​ແສງຕາເວັນ​ຕະຫລອດ​ຊ່ວງ​ເວລາ​ໜຶ່ງ”. ທັນໃດ​ນັ້ນ ໝອກ ແລະ ຄວາມມືດມົວ​ກໍ​ເຂົ້າ​ມາ​ປົກຄຸມ​ລາວ ແລະ ລາວ​ຕ້ອງ​ງົມ​ຊອກຫາ​ຄົນ​ເພື່ອ​ໃຫ້​ຈູງ​ມື​ຂອງ​ຕົນ​ໄປ.


ທຸກຄົນ​ຕ່າງ​ກໍ​ຢ້ານ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ທີ່​ພວກ​ອັກຄະສາວົກ​ໄດ້​ເຮັດ.


ສ່ວນ​ຄົນ​ອື່ນໆ​ບໍ່​ມີ​ຜູ້ໃດ​ກ້າ​ມາ​ຮ່ວມ​ກັບ​ພວກເພິ່ນ, ເຖິງ​ແມ່ນ​ວ່າ​ພວກເພິ່ນ​ເປັນ​ທີ່​ເຄົາລົບ​ນັບຖື​ຢ່າງ​ສູງ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ​ກໍ​ຕາມ.


ພວກເຈົ້າ​ມັກ​ອັນໃດ? ຈະ​ໃຫ້​ເຮົາ​ຖື​ໄມ້ແສ້​ຂອງ​ການຕີສອນ​ມາ​ຫາ​ພວກເຈົ້າ ຫລື ຈະ​ໃຫ້​ເຮົາ​ມາ​ດ້ວຍ​ຄວາມຮັກ ແລະ ດ້ວຍ​ຈິດໃຈ​ທີ່​ອ່ອນສຸພາບ?


ດ້ວຍ​ເຫດ​ນີ້​ແຫລະ ໃນ​ເວລາ​ທີ່​ເຮົາ​ບໍ່​ຢູ່ ເຮົາ​ຈຶ່ງ​ຂຽນ​ສິ່ງ​ເຫລົ່ານີ້​ເຖິງ​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ​ເຮົາ​ຈະ​ບໍ່​ໄດ້​ໃຊ້​ອຳນາດ​ຢ່າງ​ເຂັ້ມງວດ​ກັບ​ພວກເຈົ້າ, ອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ​ກໍ​ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່​ແມ່ນ​ເພື່ອ​ດຶງ​ພວກເຈົ້າ​ລົງ.


ເຮົາ​ໄດ້​ໃຫ້​ຄຳເຕືອນ​ພວກເຈົ້າ​ໄວ້​ແລ້ວ​ເມື່ອ​ເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ເທື່ອ​ທີສອງ. ບັດນີ້ ເຮົາ​ຂໍ​ຢ້ຳ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ວ່າ: ເມື່ອ​ເຮົາ​ກັບມາ ເຮົາ​ຈະ​ບໍ່​ລະເວັ້ນ​ບັນດາ​ຜູ້​ທີ່​ໄດ້​ເຮັດບາບ​ກ່ອນ​ໜ້າ​ນີ້ ຫລື ຄົນ​ອື່ນໆ​ໃດ​ອີກ,


ເບິ່ງແມ ຄວາມ​ທຸກໃຈ​ໃນ​ທາງ​ຂອງ​ພຣະເຈົ້າ​ນັ້ນ ໄດ້​ສົ່ງຜົນ​ອັນໃດ​ໃຫ້​ແກ່​ພວກເຈົ້າ​ແດ່: ເປັນ​ຕົ້ນ​ວ່າ​ຄວາມເອົາຈິງເອົາຈັງ, ຄວາມ​ກະຕືລືລົ້ນ​ທີ່​ຈະ​ແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມ​ທີ່​ຈະ​ພົບ​ຄວາມຍຸຕິທຳ. ພວກເຈົ້າ​ໄດ້​ພິສູດ​ຕົນເອງ​ໃນ​ທຸກ​ຈຸດ​ແລ້ວ​ວ່າ​ພວກເຈົ້າ​ບໍ່​ມີ​ຄວາມຜິດ​ໃນ​ເລື່ອງ​ນີ້.


ໃນ​ຊົ່ວໂມງ​ນັ້ນ​ເອງ​ກໍ​ເກີດ​ແຜ່ນດິນໄຫວ​ຢ່າງ​ຮ້າຍແຮງ ແລະ ໜຶ່ງສ່ວນສິບ​ຂອງ​ເມືອງ​ນັ້ນ​ໄດ້​ຖະຫລົ່ມ​ລົງ. ມີ​ຄົນ​ຕາຍ​ເຈັດ​ພັນ​ຄົນ​ໃນ​ແຜ່ນດິນ​ໄຫວ​ຄັ້ງ​ນີ້, ສ່ວນ​ຜູ້​ທີ່​ລອດຊີວິດ​ກໍ​ຕົກໃຈຢ້ານ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ.


ຖ້າ​ຜູ້ໃດ​ພະຍາຍາມ​ທີ່​ຈະ​ທຳລາຍ​ພະຍານ​ທັງ​ສອງ, ໄຟ​ຈະ​ອອກມາ​ຈາກ​ປາກ​ຂອງ​ພວກເພິ່ນ ແລະ ເຜົາຜານ​ບັນດາ​ສັດຕູ​ຂອງ​ພວກເພິ່ນ. ຜູ້ໃດ​ຢາກ​ທຳລາຍ​ພວກເພິ່ນ​ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ​ຢ່າງ​ນີ້​ແຫລະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka