Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:41 - ພຣະຄຳພີລາວສະບັບສະໄໝໃໝ່

41 ພວກ​ອັກຄະສາວົກ​ໄດ້​ອອກ​ຈາກ​ສະພາ​ແຊນເຮດຣິນ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ເພາະ​ພວກເພິ່ນ​ຖື​ວ່າ​ຄຸ້ມຄ່າ​ທີ່​ໄດ້​ທົນທຸກ​ອັບອາຍ​ເພາະ​ເຫັນ​ແກ່​ນາມ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

41 ພວກ​ອັກຄະສາວົກ​ອອກ​ໄປ​ຈາກ​ສະພາ​ສູງສຸດ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເພາະ​ພວກເພິ່ນ​ຖື​ວ່າ ຕົນ​ເປັນ​ຜູ້​ສົມຄວນ​ທີ່​ຕ້ອງ​ຖືກ​ໝິ່ນປະໝາດ ເພາະ​ເຫັນ​ແກ່​ພຣະນາມ​ຂອງ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña




ກິດຈະການ 5:41
18 Jak'a apnaqawi uñst'ayäwi  

ພຣະພອນ​ມີ​ແກ່​ພວກເຈົ້າ​ເມື່ອ​ຄົນ​ກຽດຊັງ​ພວກເຈົ້າ ເມື່ອ​ຄົນ​ທັງຫລາຍ​ຕັດ​ພວກເຈົ້າ​ອອກ ແລະ ດູຖູກ​ພວກເຈົ້າ ແລະ ໃສ່ຮ້າຍ​ພວກເຈົ້າ​ວ່າ​ຊົ່ວຊ້າ ເພາະ​ເຫັນແກ່​ບຸດມະນຸດ.


ພວກເຂົາ​ຈະ​ປະຕິບັດ​ຕໍ່​ພວກເຈົ້າ​ຢ່າງ​ນີ້​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ, ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.


ແລ້ວ​ໂປໂລ​ໄດ້​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ ເຮັດ​ໃຫ້​ເຮົາ​ເສຍ​ໃຈ​ຢ່າງ​ນີ້? ເຮົາ​ຕຽມພ້ອມ​ບໍ່​ແມ່ນ​ແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ເທົ່ານັ້ນ, ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ເຢຣູຊາເລັມ​ດ້ວຍ ເພື່ອ​ເຫັນ​ແກ່​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ”.


ພໍ​ຮຸ່ງເຊົ້າ​ມາ ພວກ​ອັກຄະສາວົກ​ກໍ​ໄດ້​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ​ຕາມ​ທີ່​ພວກເພິ່ນ​ໄດ້​ຍິນ ແລະ ເລີ່ມ​ຕົ້ນ​ສັ່ງສອນ​ປະຊາຊົນ. ເມື່ອ​ມະຫາ​ປະໂລຫິດ​ກັບ​ພັກພວກ​ຂອງ​ຕົນ​ມາ​ເຖິງ, ພວກເຂົາ​ກໍ​ເອີ້ນ​ສະມາຊິກ​ສະພາ​ແຊນເຮດຣິນ ຄື​ພວກ​ເຖົ້າແກ່​ຊາວ​ອິດສະຣາເອນ​ທຸກຄົນ​ໃຫ້​ມາ​ປະຊຸມ ແລ້ວ​ໃຊ້​ຄົນ​ໄປ​ຄຸກ​ເພື່ອ​ນຳ​ເອົາ​ພວກ​ອັກຄະສາວົກ​ອອກ​ມາ.


ຫລາຍກວ່ານັ້ນ​ອີກ ແຕ່​ພວກເຮົາ​ຍັງ​ຊື່ນຊົມຍິນດີ​ໃນ​ຄວາມທຸກຍາກລໍາບາກ​ຂອງ​ພວກເຮົາ​ດ້ວຍ, ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ​ຄວາມທຸກຍາກລໍາບາກ​ນັ້ນ​ເຮັດ​ໃຫ້​ເກີດ​ມີ​ຄວາມອົດທົນ,


ດ້ວຍເຫດນີ້​ແຫລະ ເພື່ອ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຮົາ​ຈຶ່ງ​ຍິນດີ​ໃນ​ບັນດາ​ຄວາມອ່ອນແອ, ໃນ​ການໝິ່ນປະໝາດ, ໃນ​ຄວາມຍາກລຳບາກ, ໃນ​ການກົດຂີ່ຂົ່ມເຫັງ, ໃນ​ຄວາມຫຍຸ້ງຍາກ. ເພາະ​ວ່າ​ເມື່ອ​ເຮົາ​ອ່ອນແອ ແລ້ວ​ເຮົາ​ກໍ​ເຂັ້ມແຂງ.


ເພາະ​ພຣະເຈົ້າ​ໄດ້​ໃຫ້​ສິດທິ​ພິເສດ​ແກ່​ພວກເຈົ້າ​ໃນ​ນາມ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ພຽງ​ໃຫ້​ພວກເຈົ້າ​ເຊື່ອ​ໃນ​ພຣະອົງ​ເທົ່ານັ້ນ, ແຕ່​ໃຫ້​ທົນທຸກ​ເພາະ​ເຫັນ​ແກ່​ພຣະອົງ​ດ້ວຍ,


ພວກເຈົ້າ​ທົນທຸກ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ຄຸກ ແລະ ເມື່ອ​ຖືກ​ຢຶດ​ຊັບສິນ​ພວກເຈົ້າ​ກໍ​ຍອມຮັບ​ດ້ວຍ​ຄວາມຍິນດີ ເພາະ​ພວກເຈົ້າ​ຮູ້​ວ່າ​ພວກເຈົ້າ​ເອງ​ມີ​ຊັບສິນ​ທີ່​ດີ​ກວ່າ ແລະ ຍືນຍົງ​ກວ່າ.


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ໃດ​ທີ່​ພວກເຈົ້າ​ປະເຊີນ​ກັບ​ການທົດລອງ​ໃນ​ຫລາຍ​ຮູບແບບ​ຈົ່ງ​ຖື​ເປັນ​ເລື່ອງ​ທີ່​ໜ້າ​ຍິນດີ​ແທ້ໆ,


ພວກເຂົາ​ອອກ​ໄປ​ເພື່ອ​ເຫັນ​ແກ່​ນາມ​ນັ້ນ ໂດຍ​ບໍ່​ໄດ້​ຮັບ​ຄວາມຊ່ວຍເຫລືອ​ຈາກ​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka