Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ກ່ອນ​ທີ່​ເຈົ້າ​ບໍ່​ທັນ​ໄດ້​ຂາຍ ດິນ​ຕອນ​ນີ້​ກໍ​ເປັນ​ຂອງ​ເຈົ້າ​ບໍ່​ແມ່ນ​ບໍ? ແລະ ເມື່ອ​ຂາຍ​ດິນ​ນັ້ນ​ແລ້ວ, ເງິນ​ກໍ​ຢູ່​ໃນ​ອຳນາດ​ຂອງ​ເຈົ້າ​ບໍ່​ແມ່ນ​ບໍ? ແມ່ນຫຍັງ​ເຮັດ​ໃຫ້​ເຈົ້າ​ຄິດ​ເຮັດ​ຢ່າງ​ນີ້? ເຈົ້າ​ບໍ່​ໄດ້​ຕົວະ​ມະນຸດ​ແຕ່​ໄດ້​ຕົວະ​ພຣະເຈົ້າ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ກ່ອນ​ທີ່​ເຈົ້າ​ບໍ່​ທັນ​ໄດ້​ຂາຍ ດິນ​ນັ້ນ​ກໍ​ເປັນ​ຂອງ​ເຈົ້າ​ບໍ່ແມ່ນ​ບໍ? ແລະ​ຫລັງຈາກ​ທີ່​ເຈົ້າ​ຂາຍ​ແລ້ວ ເງິນ​ນັ້ນ​ກໍ​ຍັງ​ເປັນ​ສິດ​ຂອງ​ເຈົ້າ​ບໍ່ແມ່ນ​ບໍ? ດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນີ້? ເຈົ້າ​ບໍ່ໄດ້​ຕົວະ​ຕໍ່​ມະນຸດ ແຕ່​ຕົວະ​ຕໍ່​ພຣະເຈົ້າ.”

Uka jalj uñjjattʼäta Copia luraña




ກິດຈະການ 5:4
26 Jak'a apnaqawi uñst'ayäwi  

“ຜູ້ໃດ​ກໍ​ຕາມ​ທີ່​ຟັງ​ພວກເຈົ້າ​ກໍ​ໄດ້​ຟັງ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ພວກເຈົ້າ​ກໍ​ບໍ່​ຍອມຮັບ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ເຮົາ​ກໍ​ບໍ່​ຍອມຮັບ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ”.


ແລ້ວ​ເປໂຕ​ຈຶ່ງ​ກ່າວ​ວ່າ, “ອານາເນຍ, ດ້ວຍເຫດໃດ ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານບໍລິສຸດເຈົ້າ ແລະ ເກັບ​ເງິນ​ຄ່າ​ທີ່ດິນ​ຈຳນວນ​ໜຶ່ງ​ທີ່​ເຈົ້າ​ໄດ້​ຮັບ​ສຳລັບ​ທີ່ດິນ​ໄວ້​ເພື່ອ​ເຈົ້າ​ເອງ?


ເປໂຕ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ພວກເຈົ້າ​ກ້າ​ທົດລອງ​ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຢ່າງ​ໃດ? ຈົ່ງ​ຟັງ! ຕີນ​ຂອງ​ບັນດາ​ຜູ້​ຝັງ​ສົບ​ຜົວ​ຂອງ​ເຈົ້າ​ກໍ​ຢູ່​ທີ່​ປະຕູ ແລະ ພວກເຂົາ​ຈະ​ຫາມ​ເຈົ້າ​ອອກ​ໄປ​ເໝືອນກັນ”.


ແຕ່​ອາຫານ​ບໍ່​ໄດ້​ນຳ​ພວກເຮົາ​ໃຫ້​ເຂົ້າ​ໃກ້​ພຣະເຈົ້າ; ຖ້າ​ພວກເຮົາ​ບໍ່​ກິນ ພວກເຮົາ​ກໍ​ບໍ່​ຊົ່ວ​ລົງ​ກວ່າ​ເກົ່າ ແລະ ຖ້າ​ພວກເຮົາ​ກິນ​ພວກເຮົາ​ກໍ​ບໍ່​ໄດ້​ດີ​ຂຶ້ນ.


ເຫດສະນັ້ນ ຜູ້ໃດ​ກໍ​ຕາມ​ທີ່​ປະຕິເສດ​ຄຳສອນ​ນີ້​ກໍ​ບໍ່​ໄດ້​ປະຕິເສດ​ມະນຸດ​ແຕ່​ປະຕິເສດ​ພຣະເຈົ້າ​ຜູ້​ມອບ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ.


ແຕ່​ວ່າ​ເຮົາ​ບໍ່​ຢາກ​ເຮັດ​ສິ່ງໃດ​ກ່ອນ​ໄດ້​ຮັບ​ຄວາມເຫັນ​ຈາກ​ເຈົ້າ, ເພື່ອ​ວ່າ​ຄວາມດີ​ໃດໆ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ​ຈະ​ບໍ່​ເບິ່ງ​ຄື​ວ່າ​ຖືກ​ບັງຄັບ ແຕ່​ຈະ​ເປັນ​ຄວາມສະໝັກໃຈ.


ຫລັງ​ຈາກ​ທີ່​ຄວາມປາຖະໜາ​ຊົ່ວ​ໄດ້​ກໍ່​ໃຫ້​ເກີດ​ຂຶ້ນ​ແລ້ວ, ກໍ​ເຮັດ​ໃຫ້​ເກີດ​ມີ​ບາບ ແລະ ເມື່ອ​ບາບ​ຈະເລີນ​ຂຶ້ນ​ຢ່າງ​ເຕັມຂະໜາດ​ແລ້ວ​ກໍ​ກໍ່​ໃຫ້​ເກີດ​ມີ​ຄວາມຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka