Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ແລ້ວ​ເປໂຕ​ຈຶ່ງ​ກ່າວ​ວ່າ, “ອານາເນຍ, ດ້ວຍເຫດໃດ ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານບໍລິສຸດເຈົ້າ ແລະ ເກັບ​ເງິນ​ຄ່າ​ທີ່ດິນ​ຈຳນວນ​ໜຶ່ງ​ທີ່​ເຈົ້າ​ໄດ້​ຮັບ​ສຳລັບ​ທີ່ດິນ​ໄວ້​ເພື່ອ​ເຈົ້າ​ເອງ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ດັ່ງນັ້ນ ເປໂຕ​ຈຶ່ງ​ຖາມ​ລາວ​ວ່າ, “ອານາເນຍ​ເອີຍ ດ້ວຍເຫດໃດ​ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ, ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານ​ບໍຣິສຸດເຈົ້າ ໂດຍ​ເອົາ​ເງິນ​ສ່ວນ​ໜຶ່ງ ຊຶ່ງ​ເປັນ​ຄ່າ​ຂາຍ​ທີ່ດິນ​ນັ້ນ​ມ້ຽນ​ໄວ້?

Uka jalj uñjjattʼäta Copia luraña




ກິດຈະການ 5:3
25 Jak'a apnaqawi uñst'ayäwi  

ເມື່ອ​ຜູ້ໃດ​ໄດ້​ຍິນ​ພຣະຄຳ​ເລື່ອງ​ອານາຈັກ ແລະ ບໍ່​ເຂົ້າໃຈ ມານຊົ່ວຮ້າຍ​ກໍ​ມາ​ຍາດ​ເອົາ​ພຣະທຳ​ທີ່​ຫວ່ານ​ລົງ​ໃນ​ໃຈ​ຂອງ​ພວກເຂົາ​ໄປ. ນີ້​ຄື​ເມັດພືດ​ທີ່​ຫວ່ານ​ຕາມ​ທາງ.


ແລ້ວ​ມານຊາຕານ​ກໍ​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ອິດສະກາຣີອົດ, ເຊິ່ງ​ເປັນ​ຜູ້​ໜຶ່ງ​ໃນ​ພວກສາວົກ​ສິບສອງ​ຄົນ.


ເມື່ອ​ພຣະອົງ​ກຳລັງ​ຮັບປະທານ​ອາຫານ​ຄ່ຳ​ຢູ່ ແລະ ມານຮ້າຍ​ກໍ​ໄດ້​ເຂົ້າ​ສິງ​ໃນ​ໃຈ​ຂອງ​ຢູດາ​ລູກ​ຂອງ​ຊີໂມນ ອິດສະກາຣີອົດ​ໃຫ້​ມີ​ຄວາມຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.


ທັນທີ​ທີ່​ຢູດາ​ຮັບ​ເອົາ​ເຂົ້າຈີ່​ນັ້ນ ມານຊາຕານ​ກໍ​ເຂົ້າ​ສິງ​ຢູ່​ໃນ​ລາວ. ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ສິ່ງ​ທີ່​ເຈົ້າ​ກຳລັງ​ຈະ​ເຮັດ ກໍ​ຈົ່ງ​ຟ້າວ​ເຮັດ​ສາ”.


ລາວ​ໄດ້​ເກັບ​ເງິນ​ສ່ວນ​ໜຶ່ງ​ໄວ້​ເພື່ອ​ຕົນ​ເອງ ເຊິ່ງ​ເມຍ​ຂອງ​ລາວ​ກໍ​ຮູ້​ດີ, ແຕ່​ໄດ້​ນຳ​ເງິນ​ສ່ວນ​ທີ່​ເຫລືອ​ມາ​ວາງ​ລົງ​ທີ່​ຕີນ​ຂອງ​ພວກ​ອັກຄະສາວົກ.


ກ່ອນ​ທີ່​ເຈົ້າ​ບໍ່​ທັນ​ໄດ້​ຂາຍ ດິນ​ຕອນ​ນີ້​ກໍ​ເປັນ​ຂອງ​ເຈົ້າ​ບໍ່​ແມ່ນ​ບໍ? ແລະ ເມື່ອ​ຂາຍ​ດິນ​ນັ້ນ​ແລ້ວ, ເງິນ​ກໍ​ຢູ່​ໃນ​ອຳນາດ​ຂອງ​ເຈົ້າ​ບໍ່​ແມ່ນ​ບໍ? ແມ່ນຫຍັງ​ເຮັດ​ໃຫ້​ເຈົ້າ​ຄິດ​ເຮັດ​ຢ່າງ​ນີ້? ເຈົ້າ​ບໍ່​ໄດ້​ຕົວະ​ມະນຸດ​ແຕ່​ໄດ້​ຕົວະ​ພຣະເຈົ້າ”.


ເປໂຕ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ພວກເຈົ້າ​ກ້າ​ທົດລອງ​ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຢ່າງ​ໃດ? ຈົ່ງ​ຟັງ! ຕີນ​ຂອງ​ບັນດາ​ຜູ້​ຝັງ​ສົບ​ຜົວ​ຂອງ​ເຈົ້າ​ກໍ​ຢູ່​ທີ່​ປະຕູ ແລະ ພວກເຂົາ​ຈະ​ຫາມ​ເຈົ້າ​ອອກ​ໄປ​ເໝືອນກັນ”.


ດັ່ງນັ້ນ ພວກເຈົ້າ​ຈົ່ງ​ຍອມຈຳນົນ​ຕໍ່​ພຣະເຈົ້າ. ຈົ່ງ​ຕໍ່ສູ້​ກັບ​ມານ ແລະ ມັນ​ຈະ​ໜີ​ໄປ​ຈາກ​ພວກເຈົ້າ​ໄປ.


ຈົ່ງ​ມີ​ສະຕິ ແລະ ຕື່ນ​ໂຕ​ຢູ່​ສະເໝີ. ເພາະ​ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນວຽນ​ໄປ​ມາ​ເໝືອນ​ໂຕສິງ​ທີ່​ແຜດສຽງ​ຊອກຫາ​ຄົນ​ທີ່​ມັນ​ຈະ​ກັດກິນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka