Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ພໍ​ຮຸ່ງເຊົ້າ​ມາ ພວກ​ອັກຄະສາວົກ​ກໍ​ໄດ້​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ​ຕາມ​ທີ່​ພວກເພິ່ນ​ໄດ້​ຍິນ ແລະ ເລີ່ມ​ຕົ້ນ​ສັ່ງສອນ​ປະຊາຊົນ. ເມື່ອ​ມະຫາ​ປະໂລຫິດ​ກັບ​ພັກພວກ​ຂອງ​ຕົນ​ມາ​ເຖິງ, ພວກເຂົາ​ກໍ​ເອີ້ນ​ສະມາຊິກ​ສະພາ​ແຊນເຮດຣິນ ຄື​ພວກ​ເຖົ້າແກ່​ຊາວ​ອິດສະຣາເອນ​ທຸກຄົນ​ໃຫ້​ມາ​ປະຊຸມ ແລ້ວ​ໃຊ້​ຄົນ​ໄປ​ຄຸກ​ເພື່ອ​ນຳ​ເອົາ​ພວກ​ອັກຄະສາວົກ​ອອກ​ມາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ເມື່ອ​ອັກຄະສາວົກ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພໍ​ຮຸ່ງ​ເຊົ້າ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ຕັ້ງຕົ້ນ​ສັ່ງສອນ. ມະຫາ​ປະໂຣຫິດ​ກັບ​ພັກພວກ​ຂອງຕົນ ໄດ້​ເອີ້ນ​ເຖົ້າແກ່​ຊາວ​ຢິວ​ທຸກຄົນ​ມາ ສຳລັບ​ປະຊຸມ​ສະພາ​ສູງສຸດ​ຄົບ​ຄະນະ, ແລ້ວ​ພວກເຂົາ​ກໍ​ສັ່ງ​ເຈົ້າໜ້າທີ່​ໃຫ້​ໄປ​ທີ່​ຄຸກ ເພື່ອ​ນຳ​ເອົາ​ພວກ​ອັກຄະສາວົກ​ອອກ​ມາ​ປາກົດ​ຕົວ​ຕໍ່ໜ້າ​ພວກເຂົາ.

Uka jalj uñjjattʼäta Copia luraña




ກິດຈະການ 5:21
16 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້າ​ຜູ້ໃດ​ໃຈຮ້າຍ​ໃຫ້​ກັບ​ອ້າຍ ຫລື ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຖືກ​ຕັດສິນລົງໂທດ. ຖ້າ​ຜູ້ໃດ​ເວົ້າ​ດູຖູກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ນຳ​ຂຶ້ນ​ສານ ແລະ ຖ້າ​ຜູ້ໃດ​ເວົ້າ​ວ່າ, ‘ຄົນ​ໂງ່ຈ້າ!’ ຜູ້​ນັ້ນ​ຈະ​ຕ້ອງ​ໄດ້​ຮັບ​ອັນຕະລາຍ​ຈາກ​ບຶງໄຟ​ນະລົກ.


ເມື່ອ​ຮຸ່ງເຊົ້າ​ມາ ສະພາ​ຂອງ​ພວກ​ເຖົ້າແກ່​ໃນ​ກຸ່ມ​ປະຊາຊົນ ລວມ​ທັງ​ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ມາ​ປະຊຸມ​ກັນ, ພຣະເຢຊູເຈົ້າ​ຖືກ​ນຳ​ໂຕ​ມາ​ຢູ່​ຕໍ່ໜ້າ​ພວກເຂົາ.


ປີລາດ​ຕອບ​ວ່າ, “ຂ້ອຍ​ເປັນ​ຄົນ​ຢິວ​ບໍ? ຄົນ​ຮ່ວມ​ຊາດ​ຂອງ​ເຈົ້າ ແລະ ພວກຫົວໜ້າ​ປະໂລຫິດ​ຂອງ​ເຈົ້າ​ໄດ້​ນຳ​ໂຕ​ເຈົ້າ​ມາ​ມອບ​ໃຫ້​ຂ້ອຍ. ເຈົ້າ​ໄດ້​ເຮັດ​ຫຍັງ​ຜິດ​ແດ່?”


ພໍ​ຮຸ່ງເຊົ້າ​ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ​ອີກ, ບ່ອນ​ທີ່​ຄົນ​ທັງຫລາຍ​ໄດ້​ມາ​ເຕົ້າໂຮມກັນ​ຢູ່​ອ້ອມ​ພຣະອົງ ແລະ ພຣະອົງ​ນັ່ງລົງ​ເພື່ອ​ສັ່ງສອນ​ພວກເຂົາ.


ເຈົ້າ​ຈະ​ເປັນ​ພະຍານ​ຂອງ​ພຣະອົງ​ກັບ​ຄົນ​ທັງຫລາຍ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ,


ມະຫາ​ປະໂລຫິດ ແລະ ສະມາຊິກ​ສະພາ​ທຸກຄົນ​ສາມາດ​ເປັນພະຍານ​ໄດ້. ຂ້າພະເຈົ້າ​ກໍ​ໄດ້​ຮັບ​ຈົດໝາຍ​ຈາກ​ພວກເພິ່ນ​ໄປ​ເຖິງ​ພວກພີ່ນ້ອງ​ຂອງ​ພວກເຂົາ​ໃນ​ເມືອງ​ດາມັສກັດ, ແລ້ວ​ເດີນທາງ​ໄປ​ທີ່​ນັ້ນ​ເພື່ອ​ຈັບ​ຄົນ​ເຫລົ່ານີ້​ໄປ​ເປັນ​ນັກໂທດ ແລະ ນຳ​ໄປ​ເຢຣູຊາເລັມ​ເພື່ອ​ລົງໂທດ.


ແລ້ວ​ມະຫາ​ປະໂລຫິດ ແລະ ພັກພວກ​ທັງໝົດ​ຂອງ​ຕົນ​ຄື​ພວກ​ທີ່​ເປັນ​ສະມາຊິກ​ຂອງ​ພວກ​ຊາດູກາຍ, ກໍ​ເຕັມ​ໄປ​ດ້ວຍ​ຄວາມອິດສາ.


ພວກ​ອັກຄະສາວົກ​ໄດ້​ຖືກ​ນຳ​ເຂົ້າ​ມາ ແລະ ໃຫ້​ຢືນ​ຢູ່​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ເພື່ອ​ໃຫ້​ມະຫາ​ປະໂລຫິດ​ສືບສວນ.


ແຕ່​ມີ​ຟາຣີຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຄາມາລິເອັນ ເປັນ​ຄູສອນກົດບັນຍັດ​ທີ່​ຄົນ​ທັງຫລາຍ​ນັບຖື, ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະຊຸມ​ສະພາ​ແຊນເຮດຣິນ ແລະ ສັ່ງ​ໃຫ້​ນຳ​ພວກ​ອັກຄະສາວົກ​ອອກ​ໄປ​ຂ້າງ​ນອກ​ຊົ່ວໄລຍະ​ໜຶ່ງ.


ພວກ​ອັກຄະສາວົກ​ໄດ້​ອອກ​ຈາກ​ສະພາ​ແຊນເຮດຣິນ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ເພາະ​ພວກເພິ່ນ​ຖື​ວ່າ​ຄຸ້ມຄ່າ​ທີ່​ໄດ້​ທົນທຸກ​ອັບອາຍ​ເພາະ​ເຫັນ​ແກ່​ນາມ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka