Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ລາວ​ໄດ້​ເກັບ​ເງິນ​ສ່ວນ​ໜຶ່ງ​ໄວ້​ເພື່ອ​ຕົນ​ເອງ ເຊິ່ງ​ເມຍ​ຂອງ​ລາວ​ກໍ​ຮູ້​ດີ, ແຕ່​ໄດ້​ນຳ​ເງິນ​ສ່ວນ​ທີ່​ເຫລືອ​ມາ​ວາງ​ລົງ​ທີ່​ຕີນ​ຂອງ​ພວກ​ອັກຄະສາວົກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ອານາເນຍ​ໄດ້​ເອົາ​ເງິນ​ສ່ວນ​ໜຶ່ງ​ໃນ​ຈຳນວນ​ນັ້ນ ມ້ຽນ​ໄວ້​ສຳລັບ​ຕົນ, ຝ່າຍ​ເມຍ​ຂອງ​ລາວ​ກໍ​ຮູ້​ນຳ​ກັນ ອີກ​ສ່ວນ​ໜຶ່ງ​ນັ້ນ ລາວ​ໄດ້​ນຳ​ມາ​ມອບ​ໃຫ້​ພວກ​ອັກຄະສາວົກ.

Uka jalj uñjjattʼäta Copia luraña




ກິດຈະການ 5:2
16 Jak'a apnaqawi uñst'ayäwi  

“ພວກເຂົາ​ເຮັດ​ທຸກສິ່ງ​ເພື່ອ​ໃຫ້​ຄົນ​ເຫັນ ພວກເຂົາ​ເຮັດ​ແອບໜັງ​ທີ່​ບັນຈຸ​ຂໍ້ພຣະຄຳພີ​ຂະໜາດ​ໃຫຍ່ ແລະ ຂອບ​ເສື້ອຄຸມ​ຂອງ​ພວກເຂົາ​ກໍ​ເຮັດ​ຍອຍ​ຍາວ​ອອກໄປ.


ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ລາວ​ຫ່ວງໃຍ​ນໍາ​ຄົນຍາກຈົນ​ແຕ່​ເພາະ​ລາວ​ເປັນ​ຄົນຂີ້ລັກ, ໃນ​ຖານະ​ເປັນ​ຜູ້​ຖື​ຖົງ​ເງິນ ລາວ​ເຄີຍ​ຍັກຍອກ​ເອົາ​ເງິນ​ທີ່​ໃສ່​ໄວ້​ໃນ​ຖົງ​ນັ້ນ​ໄປ.


ບັນດາ​ຄົນ​ທີ່​ເຊື່ອ​ນັ້ນ​ກໍ​ໄດ້​ຢູ່​ຮ່ວມ​ກັນ ແລະ ໄດ້​ນຳ​ເອົາ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ມາ​ເປັນ​ຂອງ​ສ່ວນລວມ.


ກໍ​ໄດ້​ຂາຍ​ດິນນາ​ຂອງ​ຕົນ​ທົ່ງ​ໜຶ່ງ ແລ້ວ​ນຳ​ເງິນ​ຈຳນວນ​ນັ້ນ​ມາ​ວາງ​ລົງ​ທີ່​ຕີນ​ຂອງ​ພວກ​ອັກຄະສາວົກ.


ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ພ້ອມ​ກັບ​ຊາຟີຣາ​ເມຍ​ຂອງ​ລາວ, ກໍ​ໄດ້​ຂາຍ​ທີ່ດິນ​ຕອນ​ໜຶ່ງ​ເໝືອນກັນ.


ແລ້ວ​ເປໂຕ​ຈຶ່ງ​ກ່າວ​ວ່າ, “ອານາເນຍ, ດ້ວຍເຫດໃດ ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານບໍລິສຸດເຈົ້າ ແລະ ເກັບ​ເງິນ​ຄ່າ​ທີ່ດິນ​ຈຳນວນ​ໜຶ່ງ​ທີ່​ເຈົ້າ​ໄດ້​ຮັບ​ສຳລັບ​ທີ່ດິນ​ໄວ້​ເພື່ອ​ເຈົ້າ​ເອງ?


ເປໂຕ​ໄດ້​ຖາມ​ນາງ​ວ່າ, “ຈົ່ງ​ບອກ​ເຮົາ​ວ່າ ເຈົ້າ​ກັບ​ອານາເນຍ​ຂາຍ​ທີ່ດິນ​ໄດ້​ເງິນ​ເທົ່າ​ນີ້​ບໍ?” ນາງ​ຕອບ​ວ່າ, “ແມ່ນ, ໄດ້​ເທົ່ານັ້ນ”.


ຢ່າ​ເຮັດ​ສິ່ງ​ໃດ​ດ້ວຍ​ຄວາມ​ທະເຍີທະຍານ​ທີ່​ເຫັນແກ່ຕົວ ຫລື ການ​ອວດດີ​ທີ່​ໄຮ້ປະໂຫຍດ. ແຕ່​ຈົ່ງ​ເຮັດ​ດ້ວຍ​ຄວາມຖ່ອມໃຈ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົນ.


ເພາະວ່າ​ການຮັກເງິນ​ເປັນ​ຮາກເຫງົ້າ​ຂອງ​ຄວາມຊົ່ວ​ທຸກຢ່າງ. ເພາະ​ການ​ເຫັນ​ແກ່​ເງິນ​ນີ້​ແຫລະ​ບາງຄົນ​ຈຶ່ງ​ຫລົງ​ອອກໄປ​ຈາກ​ຄວາມເຊື່ອ ແລະ ແທງ​ຕົນ​ເອງ​ດ້ວຍ​ຄວາມເຈັບປວດ​ຫລາຍ​ຢ່າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka