Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ພວກເຂົາ​ຈຶ່ງ​ໄດ້​ຈັບ​ເອົາ​ພວກ​ອັກຄະສາວົກ ແລະ ຂັງ​ພວກເພິ່ນ​ໄວ້​ໃນ​ຄຸກ​ສາທາລະນະ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ພວກເຂົາ​ໄດ້​ຈັບ​ພວກ​ອັກຄະສາວົກ ແລະ​ໄປ​ຂັງ​ໄວ້​ໃນ​ຄຸກ.

Uka jalj uñjjattʼäta Copia luraña




ກິດຈະການ 5:18
10 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ຂ່າວ​ວ່າ​ໂຢຮັນ​ຖືກ​ຂັງຄຸກ​ແລ້ວ, ພຣະອົງ​ຈຶ່ງ​ກັບຄືນ​ໄປ​ຍັງ​ແຂວງ​ຄາລີເລ.


“ແຕ່​ກ່ອນ​ເຫດການ​ທັງປວງ​ເຫລົ່ານີ້​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ຈັບກຸມ​ພວກເຈົ້າ ແລະ ຂົ່ມເຫັງ​ພວກເຈົ້າ. ພວກເຂົາ​ຈະ​ມອບ​ພວກເຈົ້າ​ໄວ້​ໃນ​ທຳມະສາລາ ແລະ ຂັງ​ພວກເຈົ້າ​ໄວ້​ໃນ​ຄຸກ. ພວກເຈົ້າ​ຈະ​ຖືກ​ຄຸມໂຕ​ໄປ​ພົບ​ບັນດາ​ກະສັດ ແລະ ບັນດາ​ຜູ້ປົກຄອງ ແລະ ທັງໝົດ​ນີ້​ເປັນ​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ.


ພວກເຂົາ​ໄດ້​ຈັບ​ເປໂຕ ແລະ ໂຢຮັນ​ໄວ້, ເນື່ອງ​ຈາກ​ວ່າ​ຄໍ່າ​ແລ້ວ​ພວກເຂົາ​ຈຶ່ງ​ຂັງ​ພວກເພິ່ນ​ໄວ້​ໃນ​ຄຸກ​ຈົນ​ເຖິງ​ມື້​ຕໍ່ມາ.


ແຕ່​ໂຊໂລ​ນັ້ນ​ກໍ​ເລີ່ມ​ທຳລາຍ​ຄຣິສຕະຈັກ. ເພິ່ນ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ, ດຶງ​ລາກ​ເອົາ​ທັງ​ຜູ້ຊາຍ ແລະ ແມ່ຍິງ​ອອກ​ມາ​ແລ້ວ​ເອົາ​ພວກເຂົາ​ໄປ​ຂັງ​ໄວ້​ໃນ​ຄຸກ.


ພວກເຂົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ບໍ? (ເຮົາ​ເສຍສະຕິ​ທີ່​ເວົ້າ​ແບບນີ້.) ເຮົາ​ເປັນ​ຫລາຍກວ່າ​ພວກເຂົາ​ອີກ. ເຮົາ​ໄດ້​ເຮັດ​ວຽກ​ໜັກ​ຫລາຍກວ່າ, ຖືກ​ຂັງ​ຄຸກ​ເລື້ອຍ​ຫລາຍກວ່າ, ຖືກ​ຂ້ຽນຕີ​ຢ່າງ​ໜັກ​ຫລາຍກວ່າ ແລະ ປະເຊີນ​ກັບ​ຄວາມຕາຍ​ຫລາຍ​ເທື່ອ.


ບາງຄົນ​ປະເຊີນ​ກັບ​ການ​ເຢາະເຢີ້ຍ ແລະ ການ​ຂ້ຽນຕີ, ແມ່ນແຕ່​ບາງຄົນ​ກໍ​ຖືກ​ລ່າມໂສ້ ແລະ ຖືກ​ຂັງ​ຄຸກ


ຢ່າ​ຢ້ານ​ການທົນທຸກ​ທີ່​ເຈົ້າ​ກຳລັງ​ຈະ​ປະເຊີນ. ເຮົາ​ບອກ​ເຈົ້າ​ວ່າ, ມານຮ້າຍ​ຈະ​ຂັງ​ພວກເຈົ້າ​ບາງຄົນ​ໄວ້​ໃນ​ຄຸກ​ເພື່ອ​ທົດລອງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ທົນທຸກ​ເພາະ​ການຂົ່ມເຫັງ​ເຖິງ​ສິບ​ວັນ. ຈົ່ງ​ສັດຊື່​ເຖິງ​ແມ່ນ​ວ່າ​ຈະ​ຕ້ອງ​ຕາຍ ແລະ ເຮົາ​ຈະ​ມອບ​ຊີວິດ​ໃຫ້​ເຈົ້າ​ເພື່ອ​ເປັນ​ມົງກຸດ​ແຫ່ງ​ໄຊຊະນະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka