Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ມີ​ຄົນ​ຈຳນວນ​ຫລວງຫລາຍ​ອອກ​ມາ​ຈາກ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມຂ້າງ​ເຢຣູຊາເລັມ​ມາ​ເຕົ້າໂຮມກັນ, ໄດ້​ນຳ​ເອົາ​ຄົນເຈັບປ່ວຍ ແລະ ຄົນ​ທີ່​ທໍລະມານ​ຍ້ອນ​ວິນຍານສົກກະປົກ​ເຂົ້າ​ສິງ ແລະ ພວກເຂົາ​ທັງໝົດ​ກໍ​ໄດ້​ຮັບ​ການ​ຮັກສາ​ໃຫ້​ຫາຍດີ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ປະຊາຊົນ​ໄດ້​ຫລັ່ງໄຫລ​ກັນ​ອອກ​ມາ​ຈາກ​ເມືອງ​ຕ່າງໆ ທີ່​ຢູ່​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ພ້ອມ​ທັງ​ນຳ​ຄົນ​ເຈັບໄຂ້​ໄດ້ປ່ວຍ ແລະ​ຄົນ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ​ມາ​ຫາ ແລະ​ທຸກຄົນ​ຕ່າງ​ກໍໄດ້​ຮັບ​ການ​ຊົງ​ໂຜດ​ໃຫ້​ຫາຍ​ດີ.

Uka jalj uñjjattʼäta Copia luraña




ກິດຈະການ 5:16
16 Jak'a apnaqawi uñst'ayäwi  

ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ​ພວກໂຫລາຈານ​ຫລອກລວງ​ຕົນ, ເພິ່ນ​ກໍ​ໃຈຮ້າຍ​ຫລາຍ ແລະ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທັງໝົດ​ໃນ​ເບັດເລເຮັມ ແລະ ບໍລິເວນ​ໃກ້ຄຽງ​ທີ່​ມີ​ອາຍຸ​ສອງ​ປີ​ລົງ​ມາ, ເຊິ່ງ​ສອດຄ່ອງ​ກັບ​ເວລາ​ທີ່​ເພິ່ນ​ໄດ້​ຮູ້​ຈາກ​ພວກໂຫລາຈານ.


ຂ່າວ​ກ່ຽວກັບ​ພຣະອົງ​ໄດ້​ແຜ່ກະຈາຍ​ໄປ​ທົ່ວ​ປະເທດ​ຊີເຣຍ ແລະ ປະຊາຊົນ​ໄດ້​ນຳ​ຄົນເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ໃຫ້​ພຣະເຢຊູເຈົ້າ​ຮັກສາ, ມີ​ທັງ​ຄົນ​ທີ່​ເຈັບປວດ​ທໍລະມານ, ຄົນ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.


ເມື່ອ​ເວລາ​ຄ່ຳ​ມາ, ພວກເຂົາ​ກໍ​ໄດ້​ພາ​ບັນດາ​ຄົນ​ທີ່​ມີ​ຜີມານຮ້າຍ​ເຂົ້າ​ສິງ​ມາ​ຫາ​ພຣະອົງ ແລະ ພຣະອົງ​ໄດ້​ຂັບໄລ່​ຜີມານຮ້າຍ​ເຫລົ່ານັ້ນ​ອອກ​ດ້ວຍ​ຄຳສັ່ງ​ຂອງ​ພຣະອົງ ແລະ ໄດ້​ຮັກສາ​ຄົນ​ເຈັບໄຂ້​ທັງໝົດ.


ມື້​ໜຶ່ງ ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່, ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ນັ່ງ​ຢູ່​ທີ່​ນັ້ນ​ດ້ວຍ. ພວກເຂົາ​ມາ​ຈາກ​ທຸກ​ບ້ານ​ໃນ​ແຂວງ​ຄາລີເລ ແລະ ຈາກ​ແຂວງ​ຢູດາຍ ແລະ ຈາກ​ນະຄອນ​ເຢຣູຊາເລັມ. ລິດອຳນາດ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ຢູ່​ນຳ​ພຣະອົງ​ເພື່ອ​ຮັກສາ​ຄົນເຈັບ.


ພວກເຂົາ​ມາ​ເພື່ອ​ຈະ​ຟັງ​ພຣະອົງ ແລະ ເພື່ອ​ຈະ​ຮັບ​ການຮັກສາ​ພະຍາດ​ຕ່າງໆ​ຂອງ​ພວກເຂົາ. ຄົນ​ທີ່​ຖືກ​ວິນຍານສົກກະປົກ​ລົບກວນ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ,


ແຕ່​ເມື່ອ​ປະຊາຊົນ​ຮູ້​ເຖິງ​ເລື່ອງ​ນີ້​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ. ພຣະອົງ​ກໍ​ໄດ້​ຕ້ອນຮັບ​ພວກເຂົາ ແລະ ກ່າວ​ກັບ​ພວກເຂົາ​ເຖິງ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ຮັກສາ​ບັນດາ​ຜູ້​ທີ່​ຕ້ອງການ​ການຮັກສາ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ເຮັດ​ກິດຈະການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນກັນ ແລະ ພວກເຂົາ​ຈະ​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ກວ່າ​ນີ້​ອີກ, ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ.


ຂໍ​ຢຽດ​ມື​ຂອງ​ພຣະອົງ​ອອກ​ເພື່ອ​ຮັກສາ ແລະ ຂໍ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ​ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ”.


ຈົນ​ວ່າ​ພວກເຂົາ​ໄດ້​ຫາມ​ຄົນເຈັບປ່ວຍ​ໄປ​ວາງ​ໄວ້​ຕາມ​ຫົນທາງ ແລະ ໃຫ້​ຄົນເຈັບປ່ວຍ​ນອນ​ເທິງ​ບ່ອນນອນ ແລະ ເທິງ​ເສື່ອ ເພື່ອ​ວ່າ​ຢ່າງ​ນ້ອຍ​ເມື່ອ​ເປໂຕ​ຍ່າງ​ຜ່ານ​ໄປ​ນັ້ນ​ເງົາ​ຂອງ​ເພິ່ນ​ຈະ​ໄດ້​ຖືກ​ບາງຄົນ.


ແລ້ວ​ມະຫາ​ປະໂລຫິດ ແລະ ພັກພວກ​ທັງໝົດ​ຂອງ​ຕົນ​ຄື​ພວກ​ທີ່​ເປັນ​ສະມາຊິກ​ຂອງ​ພວກ​ຊາດູກາຍ, ກໍ​ເຕັມ​ໄປ​ດ້ວຍ​ຄວາມອິດສາ.


ໃຫ້​ຄົນ​ໜຶ່ງ​ໄດ້ຮັບ​ຂອງປະທານ​ແຫ່ງ​ຄວາມເຊື່ອ​ໂດຍ​ພຣະວິນຍານ​ອົງ​ດຽວ​ກັນ, ໃຫ້​ຄົນ​ໜຶ່ງ​ມີ​ຂອງປະທານ​ໃນ​ການປິ່ນປົວພະຍາດ​ໂດຍ​ພຣະວິນຍານ​ອົງ​ດຽວ​ກັນ​ນັ້ນ,


ເຫດສະນັ້ນ ຈົ່ງ​ສາລະພາບ​ຄວາມບາບ​ຂອງ​ພວກເຈົ້າ​ຕໍ່​ກັນແລະກັນ ແລະ ອະທິຖານ​ເພື່ອ​ກັນແລະກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ຫາຍດີ. ຄຳອະທິຖານ​ຂອງ​ຄົນ​ຊອບທຳ​ນັ້ນ​ມີ​ພະລັງ ແລະ ເກີດຜົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka