Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ພວກ​ອັກຄະສາວົກ​ໄດ້​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ. ແລະ ຜູ້ທີ່ເຊື່ອ​ທັງໝົດ​ມັກ​ມາ​ເຕົ້າໂຮມກັນ​ທີ່​ລະບຽງ​ຂອງ​ໂຊໂລໂມນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ພວກ​ອັກຄະສາວົກ​ໄດ້​ເຮັດ​ການ​ອັດສະຈັນ ແລະ​ສິ່ງ​ທີ່​ໜ້າງຶດງໍ້​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ, ຄົນ​ທີ່​ເຊື່ອ​ທຸກຄົນ​ກໍ​ຢູ່​ຮ່ວມ​ກັນ ທີ່​ລະບຽງ​ຂອງ​ໂຊໂລໂມນ.

Uka jalj uñjjattʼäta Copia luraña




ກິດຈະການ 5:12
22 Jak'a apnaqawi uñst'ayäwi  

ຝ່າຍ​ພວກສາວົກ​ກໍ​ອອກ​ໄປ​ເທດສະໜາ​ທົ່ວ​ທຸກ​ບ່ອນ ແລະ ອົງພຣະຜູ້ເປັນເຈົ້າ​ໄດ້​ຮ່ວມງານ​ກັບ​ພວກເພິ່ນ ແລະ ພຣະອົງ​ໄດ້​ຢືນຢັນ​ຖ້ອຍຄຳ​ຂອງ​ພຣະອົງ​ດ້ວຍ​ໝາຍສຳຄັນ​ທີ່​ເກີດຂຶ້ນ.


ແລະ ພຣະເຢຊູເຈົ້າ​ຍ່າງ​ຢູ່​ທີ່​ລະບຽງ​ຂອງ​ໂຊໂລໂມນ​ໃນ​ເດີ່ນ​ວິຫານ.


ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ເຫັນ​ການ​ອັດສະຈັນ ແລະ ໝາຍສຳຄັນ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ”.


ພວກເພິ່ນ​ທັງໝົດ​ໄດ້​ຮ່ວມ​ໃຈ​ກັນ​ອະທິຖານ​ຢ່າງ​ສະໝໍ່າສະເໝີ​ໂດຍ​ມີ​ພວກແມ່ຍິງ, ມາຣີ​ແມ່​ຂອງ​ພຣະເຢຊູເຈົ້າ ແລະ ພວກ​ນ້ອງຊາຍ​ຂອງ​ພຣະອົງ.


ດັ່ງນັ້ນ ໂປໂລ​ກັບ​ບາຣະນາບາ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ດົນນານ, ພວກເພິ່ນ​ໄດ້​ກ່າວ​ຢ່າງ​ກ້າຫານ​ເພື່ອ​ອົງພຣະຜູ້ເປັນເຈົ້າ, ຜູ້​ຢືນຢັນ​ຖ້ອຍຄຳ​ແຫ່ງ​ພຣະຄຸນ​ຂອງ​ພຣະອົງ ໂດຍ​ໃຫ້​ພວກເພິ່ນ​ສາມາດ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ.


ນາງ​ເຮັດ​ຢ່າງ​ນີ້​ເປັນ​ເວລາ​ຫລາຍ​ວັນ. ໃນ​ທີ່​ສຸດ​ໂປໂລ​ກໍ​ເກີດ​ລຳຄານ​ຫລາຍ​ຈົນ​ເພິ່ນ​ຫັນ​ໄປ​ອ້ອມຮອບ ແລະ ສັ່ງ​ວິນຍານຊົ່ວ​ນັ້ນ​ວ່າ, “ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເຮົາ​ສັ່ງ​ໃຫ້​ວິນຍານຊົ່ວ​ນີ້​ຈົ່ງ​ອອກ​ມາ​ຈາກ​ໂຕ​ຂອງ​ນາງ!” ວິນຍານຊົ່ວ​ນັ້ນ​ກໍ​ອອກ​ຈາກ​ນາງ​ທັນທີ.


ພຣະເຈົ້າ​ເຮັດ​ການ​ອັດສະຈັນ​ພິເສດ​ເຫລືອເຊື່ອ​ຜ່ານ​ທາງ​ໂປໂລ,


ທຸກໆ​ວັນ ພວກເຂົາ​ໄດ້​ສືບຕໍ່​ມາ​ເຕົ້າໂຮມກັນ​ທີ່​ເດີ່ນ​ວິຫານ. ພວກເຂົາ​ຫັກ​ເຂົ້າຈີ່​ຕາມ​ບ້ານ​ຂອງ​ຕົນ ແລະ ກິນ​ອາຫານ​ຮ່ວມກັນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ດ້ວຍ​ຄວາມຈິງໃຈ,


ເມື່ອ​ເຫດການ​ນີ້​ເກີດຂຶ້ນ, ຄົນ​ທີ່​ເຈັບໄຂ້ໄດ້ປ່ວຍ​ຄົນ​ອື່ນໆ​ທີ່​ເກາະ​ນັ້ນ​ກໍ​ມາ ແລະ ຮັບການ​ຮັກສາ​ໃຫ້​ຫາຍດີ.


ໃນ​ຂະນະ​ທີ່​ຄົນຂໍທານ​ຄົນ​ນັ້ນ​ຍັງ​ຈັບ​ມື​ເປໂຕ ແລະ ໂຢຮັນ​ຢູ່, ປະຊາຊົນ​ທັງໝົດ​ຕ່າງ​ກໍ​ປະຫລາດໃຈ ແລະ ພາກັນ​ແລ່ນ​ມາ​ຫາ​ພວກເພິ່ນ​ໃນ​ບໍລິເວນ​ທີ່​ເອີ້ນ​ວ່າ​ລະບຽງ​ຂອງ​ໂຊໂລໂມນ.


ຂໍ​ຢຽດ​ມື​ຂອງ​ພຣະອົງ​ອອກ​ເພື່ອ​ຮັກສາ ແລະ ຂໍ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ​ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ”.


ໃນ​ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໄອເນ, ຜູ້​ທີ່​ເປັນ​ອຳມະພາດ ແລະ ນອນ​ຢູ່​ກັບ​ຕຽງ​ມາ​ໄດ້​ແປດ​ປີ​ແລ້ວ.


ເປໂຕ​ໄດ້​ໃຫ້​ທຸກຄົນ​ອອກ​ໄປ​ຈາກ​ຫ້ອງ; ແລ້ວ​ເພິ່ນ​ໄດ້​ຄຸເຂົ່າ​ລົງ ແລະ ອະທິຖານ. ເພິ່ນ​ຫັນ​ໄປ​ຫາ​ຍິງ​ທີ່​ຕາຍ​ແລ້ວ​ນັ້ນ, ເພິ່ນ​ເວົ້າ​ວ່າ, “ຕາບີທາ, ຈົ່ງ​ລຸກ​ຂຶ້ນ”. ນາງ​ກໍ​ມືນ​ຕາ ແລະ ເມື່ອ​ເຫັນ​ເປໂຕ​ນາງ​ກໍ​ລຸກ​ຂຶ້ນ​ນັ່ງ.


ຄື​ດ້ວຍ​ລິດອຳນາດ​ແຫ່ງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ ໂດຍ​ທາງ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ ເຮົາ​ຈຶ່ງ​ໄດ້​ປະກາດ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ຢ່າງ​ຄົບຖ້ວນ​ໃນ​ທຸກ​ບ່ອນ ຕັ້ງແຕ່​ນະຄອນ​ເຢຣູຊາເລັມ​ໄປ​ທົ່ວ​ຈົນ​ມາ​ຮອດ​ອີລີຣິກົມ.


ເຮົາ​ໄດ້​ພະຍາຍາມ​ເຮັດ​ໃນ​ສິ່ງ​ທີ່​ບົ່ງບອກ​ເຖິງ​ເຄື່ອງໝາຍ​ຂອງ​ຄວາມ​ເປັນ​ອັກຄະສາວົກ​ທີ່​ແທ້ຈິງ​ໃນ​ທ່າມກາງ​ພວກເຈົ້າ, ໃນ​ການ​ລວມ​ເອົາ​ບັນດາ​ໝາຍສຳຄັນ, ການ​ອັດສະຈັນ ແລະ ການປະຕິຫານ​ຕ່າງໆ.


ພຣະເຈົ້າ​ຍັງ​ໄດ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ໂດຍ​ໝາຍສຳຄັນ, ການ​ອັດສະຈັນ ແລະ ການປະຕິຫານ​ຕ່າງໆ ແລະ ໂດຍ​ຂອງປະທານ​ແຫ່ງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໃຫ້​ຕາມ​ປະສົງ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka