Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ຄຣິສຕະຈັກ​ທັງໝົດ ແລະ ຄົນ​ທັງປວງ​ທີ່​ໄດ້​ຍິນ​ເຫດການ​ເຫລົ່ານີ້​ຕ່າງ​ກໍ​ພາກັນ​ຕົກໃຈ​ຢ້ານກົວ​ຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຄຣິສຕະຈັກ​ທັງໝົດ ແລະ​ທຸກຄົນ​ທີ່​ໄດ້ຍິນ​ເຫດການ​ນີ້ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງ​ໃຫຍ່.

Uka jalj uñjjattʼäta Copia luraña




ກິດຈະການ 5:11
14 Jak'a apnaqawi uñst'ayäwi  

ເມື່ອ​ເລື່ອງ​ນີ້​ໄປ​ເຖິງ​ຫູ​ຊາວ​ຢິວ ແລະ ຊາວ​ກຣີກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ພວກເຂົາ​ທັງຫລາຍ​ກໍ​ຖືກ​ຈູ່ໂຈມ​ດ້ວຍ​ຄວາມ​ຢ້ານ ແລະ ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ກໍ​ເປັນ​ທີ່​ຍົກຍ້ອງ​ສັນລະເສີນ.


ທຸກຄົນ​ຕ່າງ​ກໍ​ຢ້ານ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ທີ່​ພວກ​ອັກຄະສາວົກ​ໄດ້​ເຮັດ.


ເມື່ອ​ອານາເນຍ​ໄດ້​ຍິນ​ດັ່ງ​ນີ້, ລາວ​ກໍ​ລົ້ມ​ລົງ​ຕາຍ. ແລະ ຄົນ​ທັງປວງ​ທີ່​ໄດ້​ຍິນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ​ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງ​ໃຫຍ່.


ຫລັງຈາກນັ້ນ ຄຣິສຕະຈັກ​ທົ່ວ​ແຂວງ​ຢູດາຍ, ຄາລີເລ ແລະ ຊາມາເຣຍ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ເວລາ​ແຫ່ງ​ຄວາມ​ສະຫງົບສຸກ ແລະ ເຂັ້ມແຂງ​ຂຶ້ນ. ຄຣິສຕະຈັກ​ໄດ້​ເພີ່ມ​ຈຳນວນ​ຫລາຍ​ຂຶ້ນ. ດຳເນີນຊີວິດ​ຢູ່​ໃນ​ຄວາມ​ຢຳເກງ​ອົງພຣະຜູ້ເປັນເຈົ້າ ແລະ ໄດ້​ຮັບ​ກຳລັງໃຈ​ຈາກ​ພຣະວິນຍານບໍລິສຸດເຈົ້າ, ຈຳນວນ​ຜູ້​ທີ່​ເຊື່ອ​ຈຶ່ງ​ເພີ່ມ​ຂຶ້ນ.


ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,


ໂດຍ​ຄວາມເຊື່ອ ເມື່ອ​ໂນອາ​ໄດ້​ຮັບ​ຄຳເຕືອນ​ເຖິງ​ສິ່ງ​ຕ່າງໆ​ທີ່​ຍັງ​ເບິ່ງ​ບໍ່​ເຫັນ, ດ້ວຍ​ຄວາມຢ້ານກົວ​ພຣະເຈົ້າ​ເພິ່ນ​ຈຶ່ງ​ໄດ້​ສ້າງ​ເຮືອ​ໃຫຍ່​ເພື່ອ​ຊ່ວຍ​ຄອບຄົວ​ຂອງ​ເພິ່ນ​ໃຫ້​ພົ້ນ. ໂດຍ​ຄວາມເຊື່ອ​ຂອງ​ເພິ່ນ ເພິ່ນ​ຈຶ່ງ​ໄດ້​ຕັດສິນລົງໂທດ​ໂລກ ແລະ ໄດ້​ກາຍເປັນ​ຜູ້ສືບທອດມໍລະດົກ​ແຫ່ງ​ຄວາມຊອບທຳ​ທີ່​ມີ​ມາ​ໂດຍ​ຄວາມເຊື່ອ.


ຈົ່ງ​ລະວັງ​ຢ່າ​ໃຫ້​ຜູ້ໃດ​ຕົກ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ ແລະ ຢ່າ​ໃຫ້​ມີ​ຮາກ​ຂົມຂື່ນ​ງອກຂຶ້ນ​ເພື່ອ​ສ້າງ​ຄວາມເດືອດຮ້ອນ ແລະ ເຮັດ​ໃຫ້​ຫລາຍ​ຄົນ​ເປັນມົນທິນ.


ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ກຳລັງ​ໄດ້​ຮັບ​ອານາຈັກ​ທີ່​ບໍ່​ສາມາດ​ສັ່ນສະເທືອນ​ໄດ້, ກໍ​ໃຫ້​ພວກເຮົາ​ໂມທະນາ​ຂອບພຣະຄຸນ ແລະ ນະມັດສະການ​ພຣະເຈົ້າ​ຕາມ​ທີ່​ສົມຄວນ​ດ້ວຍ​ຄວາມເຄົາລົບ ແລະ ຢຳເກງ,


ເຫດສະນັ້ນ ໃນ​ເມື່ອ​ສັນຍາ​ວ່າ​ດ້ວຍ​ການ​ເຂົ້າ​ສູ່​ການ​ພັກ​ສະຫງົບ​ຂອງ​ພຣະອົງ​ນັ້ນ​ຍັງ​ຕັ້ງ​ຢູ່, ກໍ​ໃຫ້​ພວກເຮົາ​ທັງຫລາຍ​ລະວັງ​ບໍ່​ໃຫ້​ຄົນໃດ​ໃນ​ພວກເຈົ້າ​ພາດ​ຈາກ​ການ​ພັກສະຫງົບ​ນີ້.


ເມື່ອ​ພວກເຈົ້າ​ຂໍ​ຕໍ່​ພຣະບິດາເຈົ້າ​ຜູ້​ຕັດສິນ​ການກະທຳ​ຂອງ​ແຕ່ລະຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ກໍ​ຈົ່ງ​ດຳເນີນຊີວິດ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ​ດ້ວຍ​ຄວາມຢຳເກງ.


ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ມີ​ຜູ້ໃດ​ແດ່​ຈະ​ບໍ່​ຢຳເກງ​ພຣະອົງ ແລະ ຈະ​ບໍ່​ຖວາຍ​ກຽດ​ແກ່​ນາມ​ຂອງ​ພຣະອົງ? ເພາະ​ພຣະອົງ​ຜູ້ດຽວ​ບໍລິສຸດ. ປະຊາຊາດ​ທັງໝົດ​ຈະ​ເຂົ້າ​ມາ ແລະ ນະມັດສະການ​ຕໍ່ໜ້າ​ພຣະອົງ, ເພາະ​ກິດຈະການ​ອັນ​ຊອບທຳ​ຂອງ​ພຣະອົງ​ກໍ​ໄດ້​ເປີດເຜີຍ​ໃຫ້​ເຫັນ​ແລ້ວ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka