Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ໃນ​ວັນ​ນີ້ ຖ້າ​ພວກເຮົາ​ຖືກ​ເອີ້ນ​ມາ​ໃຫ້​ການ​ເພາະ​ເລື່ອງ​ທີ່​ສະແດງ​ຄວາມເມດຕາ​ແກ່​ຄົນເປ້ຍ ແລະ ຖືກ​ຖາມ​ວ່າ​ລາວ​ດີ​ເປັນ​ປົກກະຕິ​ໄດ້​ຢ່າງໃດ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ວັນ​ນີ້ ຖ້າ​ທ່ານ​ທັງຫລາຍ​ໂຈດ​ຖາມ​ຂ້າພະເຈົ້າ​ທັງສອງ​ເຖິງ​ຄຸນງາມ​ຄວາມດີ ທີ່​ມີ​ແກ່​ຄົນເປ້ຍ​ວ່າ ລາວ​ໄດ້​ດີ​ປົກກະຕິ​ດ້ວຍ​ຢ່າງ​ໃດ,

Uka jalj uñjjattʼäta Copia luraña




ກິດຈະການ 4:9
6 Jak'a apnaqawi uñst'ayäwi  

ແຕ່​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ໄດ້​ສະແດງ​ສິ່ງ​ດີ​ຫລາຍ​ຢ່າງ​ທີ່​ມາ​ຈາກ​ພຣະບິດາເຈົ້າ​ໃຫ້​ພວກເຈົ້າ​ເຫັນ. ພວກເຈົ້າ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຮົາ​ເພາະ​ເຫດ​ອັນ​ໃດ?”


ບັດນີ້ ຖ້າ​ເດັກນ້ອຍ​ຜູ້ຊາຍ​ຍັງ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ ເພື່ອ​ບໍ່​ໃຫ້​ກົດບັນຍັດ​ຂອງ​ໂມເຊ​ຖືກ​ລະເມີດ, ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໃຈຮ້າຍ​ໃຫ້​ເຮົາ​ທີ່​ໄດ້​ຮັກສາ​ທົ່ວ​ທັງ​ຮ່າງກາຍ​ຂອງ​ມະນຸດ​ໃນ​ວັນ​ຊະບາໂຕ?


ແຕ່​ຂ້າພະເຈົ້າ​ບໍ່ມີ​ສິ່ງໃດ​ຊັດເຈນ​ພໍ​ທີ່​ຈະ​ຂຽນ​ເປັນ​ລາຍງານ​ເຖິງ​ຈັກກະພັດ​ກ່ຽວກັບ​ຊາຍ​ຜູ້​ນີ້. ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ນຳ​ລາວ​ມາ​ຢູ່​ຕໍ່ໜ້າ​ທ່ານ​ທັງຫລາຍ ແລະ ໂດຍ​ສະເພາະ​ຕໍ່ໜ້າ​ທ່ານ​ກະສັດ​ອັກຄຣີປາ, ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ໄດ້​ຂໍ້ມູນ​ທີ່​ຈະ​ຖວາຍ​ລາຍງານ​ຈາກ​ຜົນ​ການສືບສວນ​ຄັ້ງ​ນີ້.


ເປໂຕ​ໄດ້​ຈັບ​ມື​ເບື້ອງຂວາ​ຂອງ​ລາວ, ຊ່ວຍ​ດຶງ​ລາວ​ຂຶ້ນ, ທັນໃດນັ້ນ ຕີນ ແລະ ຂໍ່ຕີນ​ຂອງ​ຊາຍ​ຜູ້​ນີ້​ກໍ​ມີ​ແຮງ​ຂຶ້ນ.


ຖ້າ​ພວກເຈົ້າ​ຖືກ​ດູຖູກ​ຍ້ອນ​ນາມ​ຂອງ​ພຣະຄຣິດເຈົ້າ​ພວກເຈົ້າ​ກໍ​ໄດ້​ຮັບ​ພອນ ເພາະ​ພຣະວິນຍານບໍລິສຸດເຈົ້າ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ນັ້ນ​ຢູ່​ກັບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka