Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ພວກເຂົາ​ໄດ້​ນຳ​ເອົາ​ເປໂຕ ແລະ ໂຢຮັນ​ມາ​ຢູ່​ຕໍ່ໜ້າ ແລະ ຖາມ​ພວກເຂົາ​ວ່າ: “ພວກເຈົ້າ​ເຮັດ​ການ​ນີ້​ໂດຍ​ລິດອຳນາດ ຫລື ໃນ​ນາມ​ຂອງ​ຜູ້ໃດ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເມື່ອ​ພວກເຂົາ​ໄດ້​ໃຫ້​ທ່ານ​ທັງສອງ​ຢືນ​ຢູ່​ທ່າມກາງ​ພວກ​ຕົນ​ແລ້ວ ຈຶ່ງ​ໂຈດ​ຖາມ​ວ່າ, “ແມ່ນ​ໂດຍ​ຣິດອຳນາດ ແລະ​ນາມ​ຂອງ​ຜູ້ໃດ​ທີ່​ພວກເຈົ້າ​ທຳ​ການ​ນີ້?”

Uka jalj uñjjattʼäta Copia luraña




ກິດຈະການ 4:7
12 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ ແລະ ໃນ​ຂະນະ​ທີ່​ພຣະອົງ​ສັ່ງສອນ​ຢູ່​ນັ້ນ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ປະຊາຊົນ​ກໍ​ມາ​ຫາ​ພຣະອົງ. ພວກເຂົາ​ໄດ້​ຖາມ​ວ່າ, “ເຈົ້າ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ? ແລະ ຜູ້ໃດ​ໃຫ້​ສິດອຳນາດ​ນີ້​ແກ່​ເຈົ້າ?”


ພວກເຂົາ​ໄດ້​ຖາມ​ວ່າ “ເຈົ້າ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ? ແລະ ຜູ້ໃດ​ໃຫ້​ສິດອຳນາດ​ແກ່​ເຈົ້າ​ເຮັດ​ສິ່ງ​ນີ້?”


ແລ້ວ​ພວກ​ຢິວ​ໄດ້​ຖາມ​ພຣະອົງ​ວ່າ, “ເຈົ້າ​ຈະ​ສະແດງ​ໝາຍສຳຄັນ​ອັນໃດ​ໃຫ້​ພວກເຮົາ​ເຫັນ​ວ່າ​ເຈົ້າ​ມີ​ສິດອຳນາດ​ທີ່​ຈະ​ເຮັດ​ສິ່ງ​ທັງໝົດ​ນີ້?”


ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ໄດ້​ນຳເອົາ​ຍິງ​ຄົນ​ໜຶ່ງ​ທີ່​ຖືກ​ຈັບ​ໃນ​ຖານ​ຫລິ້ນຊູ້​ມາ. ພວກເຂົາ​ໄດ້​ໃຫ້​ນາງ​ຢືນ​ຢູ່​ຕໍ່ໜ້າ​ຄົນ​ກຸ່ມ​ນັ້ນ


ໃນ​ເວລາ​ນັ້ນ, ບັນດາ​ຄົນ​ທີ່​ໄດ້​ຍິນ​ກໍ​ເລີ່ມ​ໜີ​ອອກໄປ​ເທື່ອ​ລະ​ຄົນ ເລີ່ມ​ຈາກ​ຜູ້ເຖົ້າ​ກ່ອນ​ຈົນ​ເຫລືອ​ແຕ່​ພຣະເຢຊູເຈົ້າ​ກັບ​ຍິງ​ຄົນ​ນັ້ນ​ທີ່​ຍັງ​ຢືນ​ຢູ່​ທີ່​ນັ້ນ.


ກໍ​ຂໍ​ໃຫ້​ພວກທ່ານ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຮູ້​ວ່າ: ສິ່ງ​ນີ້​ເປັນ​ໄປ​ໂດຍ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ ທີ່​ພວກທ່ານ​ທັງຫລາຍ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ, ໂດຍ​ນາມ​ຂອງ​ພຣະອົງ​ນັ້ນ​ເອງ ຊາຍ​ຜູ້​ທີ່​ຢືນ​ຢູ່​ຕໍ່ໜ້າ​ພວກທ່ານ​ນີ້​ຈຶ່ງ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ.


ມະຫາ​ປະໂລຫິດ​ອັນນາ, ກາຢະຟາ, ໂຢຮັນ, ອາເລັກຊັນເດີ ແລະ ຄົນ​ອື່ນໆ​ທີ່​ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ມະຫາ​ປະໂລຫິດ​ກໍ​ຢູ່​ທີ່​ນັ້ນ.


ແລ້ວ​ເປໂຕ, ຜູ້​ທີ່​ເຕັມ​ລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ: “ຮຽນ​ບັນດາ​ທ່ານ​ຜູ້ນຳ​ປະຊາຊົນ ແລະ ບັນດາ​ເຖົ້າແກ່​ທີ່​ນັບຖື!


ຄຳປາໄສ​ຂອງ​ເພິ່ນ​ໄດ້​ໂນ້ມນ້າວ​ພວກເຂົາ. ພວກເຂົາ​ຈຶ່ງ​ເອີ້ນ​ພວກ​ອັກຄະສາວົກ​ເຂົ້າ​ມາ ແລະ ໄດ້​ຂ້ຽນ​ພວກເພິ່ນ. ແລ້ວ​ພວກເຂົາ​ກໍ​ໄດ້​ສັ່ງ​ພວກເພິ່ນ​ບໍ່​ໃຫ້​ກ່າວ​ອອກ​ນາມ​ຂອງ​ພຣະເຢຊູເຈົ້າ​ອີກ ແລະ ປ່ອຍ​ພວກເພິ່ນ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka