Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ມະຫາ​ປະໂລຫິດ​ອັນນາ, ກາຢະຟາ, ໂຢຮັນ, ອາເລັກຊັນເດີ ແລະ ຄົນ​ອື່ນໆ​ທີ່​ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ມະຫາ​ປະໂລຫິດ​ກໍ​ຢູ່​ທີ່​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ທັງ​ໄດ້​ພົບ​ກັບ​ອັນນາ ຜູ້​ທີ່​ເຄີຍ​ເປັນ​ມະຫາ​ປະໂຣຫິດ ແລະ​ກັບ​ກາຢະຟາ, ໂຢຮັນ, ອາເລັກຊັນເດີ ແລະ​ຄົນອື່ນ​ອີກ​ທີ່​ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ມະຫາ​ປະໂຣຫິດ.

Uka jalj uñjjattʼäta Copia luraña




ກິດຈະການ 4:6
7 Jak'a apnaqawi uñst'ayäwi  

ຫລັງຈາກນັ້ນ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ກໍ​ໄດ້​ມາ​ປະຊຸມ​ກັນ​ທີ່​ເຮືອນ​ຂອງ​ມະຫາ​ປະໂລຫິດ ຜູ້​ທີ່​ຊື່​ວ່າ ກາຢະຟາ


ໃນ​ສະໄໝ​ທີ່​ອັນນາ ແລະ ກາຢະຟາ​ເປັນ​ມະຫາ​ປະໂລຫິດ, ພຣະຄຳ​ຂອງ​ພຣະເຈົ້າ​ກໍ​ໄດ້​ມາ​ເຖິງ​ໂຢຮັນ​ລູກຊາຍ​ຂອງ​ເຊກາຣີຢາ​ໃນ​ຖິ່ນແຫ້ງແລ້ງກັນດານ.


ຫລັງຈາກ​ນັ້ນ ມີ​ຜູ້​ໜຶ່ງ​ໃນ​ພວກເຂົາ​ຊື່​ວ່າ​ກາຢະຟາ ຜູ້​ທີ່​ເປັນ​ມະຫາ​ປະໂລຫິດ​ປະຈຳການ​ໃນ​ປີ​ນັ້ນ ໄດ້​ເວົ້າ​ຂຶ້ນ​ວ່າ, “ພວກທ່ານ​ບໍ່​ຮູ້ຈັກ​ຫຍັງ​ເລີຍ!


ແລ້ວ​ອັນນາ​ຈຶ່ງ​ສົ່ງ​ພຣະເຢຊູເຈົ້າ​ທີ່​ຍັງ​ຖືກ​ມັດ​ຢູ່​ນັ້ນ ໄປ​ພົບ​ມະຫາ​ປະໂລຫິດ​ກາຢະຟາ.


ພວກເຂົາ​ໄດ້​ນຳ​ເອົາ​ເປໂຕ ແລະ ໂຢຮັນ​ມາ​ຢູ່​ຕໍ່ໜ້າ ແລະ ຖາມ​ພວກເຂົາ​ວ່າ: “ພວກເຈົ້າ​ເຮັດ​ການ​ນີ້​ໂດຍ​ລິດອຳນາດ ຫລື ໃນ​ນາມ​ຂອງ​ຜູ້ໃດ?”


ພໍ​ຮຸ່ງເຊົ້າ​ມາ ພວກ​ອັກຄະສາວົກ​ກໍ​ໄດ້​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ​ຕາມ​ທີ່​ພວກເພິ່ນ​ໄດ້​ຍິນ ແລະ ເລີ່ມ​ຕົ້ນ​ສັ່ງສອນ​ປະຊາຊົນ. ເມື່ອ​ມະຫາ​ປະໂລຫິດ​ກັບ​ພັກພວກ​ຂອງ​ຕົນ​ມາ​ເຖິງ, ພວກເຂົາ​ກໍ​ເອີ້ນ​ສະມາຊິກ​ສະພາ​ແຊນເຮດຣິນ ຄື​ພວກ​ເຖົ້າແກ່​ຊາວ​ອິດສະຣາເອນ​ທຸກຄົນ​ໃຫ້​ມາ​ປະຊຸມ ແລ້ວ​ໃຊ້​ຄົນ​ໄປ​ຄຸກ​ເພື່ອ​ນຳ​ເອົາ​ພວກ​ອັກຄະສາວົກ​ອອກ​ມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka