Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ໃນ​ມື້​ຕໍ່ມາ​ພວກ​ຜູ້ນຳ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ມາ​ປະຊຸມ​ກັນ​ທີ່​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ຕົກ​ວັນ​ໜ້າ​ມາ ບັນດາ​ຜູ້ນຳ​ກັບ​ພວກ​ເຖົ້າແກ່ ແລະ​ພວກ​ທຳມະຈານ​ໄດ້​ປະຊຸມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




ກິດຈະການ 4:5
12 Jak'a apnaqawi uñst'ayäwi  

ເມື່ອ​ຮຸ່ງເຊົ້າ​ມາ ພວກຫົວໜ້າ​ປະໂລຫິດ, ພວກ​ເຖົ້າແກ່, ພວກ​ຄູສອນກົດບັນຍັດ ແລະ ບັນດາ​ສະມາຊິກ​ສະພາ​ແຊນເຮດຣິນ​ທັງໝົດ​ໄດ້​ປຶກສາຫາລື​ກັນ​ເພື່ອ​ວາງແຜນ​ຂອງ​ພວກເຂົາ. ດັ່ງນັ້ນ ພວກເຂົາ​ໄດ້​ມັດ​ພຣະເຢຊູເຈົ້າ ແລະ ນໍາ​ພຣະອົງ​ໄປ​ມອບ​ໃຫ້​ແກ່​ປີລາດ.


ມື້​ໜຶ່ງ​ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ປະຊາຊົນ​ຢູ່​ໃນ​ເດີ່ນ​ວິຫານ ແລະ ກຳລັງ​ປະກາດ​ຂ່າວປະເສີດ​ຢູ່​ນັ້ນ, ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ກໍ​ມາ​ຫາ​ພຣະອົງ.


ເມື່ອ​ຮຸ່ງເຊົ້າ​ມາ ສະພາ​ຂອງ​ພວກ​ເຖົ້າແກ່​ໃນ​ກຸ່ມ​ປະຊາຊົນ ລວມ​ທັງ​ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ມາ​ປະຊຸມ​ກັນ, ພຣະເຢຊູເຈົ້າ​ຖືກ​ນຳ​ໂຕ​ມາ​ຢູ່​ຕໍ່ໜ້າ​ພວກເຂົາ.


ປີລາດ​ເອີ້ນ​ພວກ​ຫົວໜ້າ​ປະໂລຫິດ, ພວກ​ຜູ້ປົກຄອງ ແລະ ປະຊາຊົນ​ມາ​ປະຊຸມ​ກັນ,


ພວກ​ຫົວໜ້າ​ປະໂລຫິດ ແລະ ພວກຜູ້ປົກຄອງ​ຂອງ​ພວກເຮົາ​ໄດ້​ມອບ​ພຣະອົງ​ໄວ້​ໃຫ້​ຮັບ​ໂທດ​ເຖິງ​ຕາຍ, ພວກເຂົາ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ,


ແລ້ວ​ເປໂຕ, ຜູ້​ທີ່​ເຕັມ​ລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ: “ຮຽນ​ບັນດາ​ທ່ານ​ຜູ້ນຳ​ປະຊາຊົນ ແລະ ບັນດາ​ເຖົ້າແກ່​ທີ່​ນັບຖື!


ແຕ່​ມີ​ຟາຣີຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຄາມາລິເອັນ ເປັນ​ຄູສອນກົດບັນຍັດ​ທີ່​ຄົນ​ທັງຫລາຍ​ນັບຖື, ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະຊຸມ​ສະພາ​ແຊນເຮດຣິນ ແລະ ສັ່ງ​ໃຫ້​ນຳ​ພວກ​ອັກຄະສາວົກ​ອອກ​ໄປ​ຂ້າງ​ນອກ​ຊົ່ວໄລຍະ​ໜຶ່ງ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຍຸຍົງ​ປະຊາຊົນ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໃຫ້​ລຸກຮື້​ຂຶ້ນ. ພວກເຂົາ​ໄດ້​ຈັບ​ຊະເຕຟາໂນ ແລະ ນຳເອົາ​ເພິ່ນ​ໄປ​ຕໍ່ໜ້າ​ສະພາ​ແຊນເຮດຣິນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka