Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:30 - ພຣະຄຳພີລາວສະບັບສະໄໝໃໝ່

30 ຂໍ​ຢຽດ​ມື​ຂອງ​ພຣະອົງ​ອອກ​ເພື່ອ​ຮັກສາ ແລະ ຂໍ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ​ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

30 ຂໍໂຜດ​ຢຽດ​ພຣະຫັດ​ຂອງ​ພຣະອົງ​ອອກ ເພື່ອ​ເຮັດ​ໃຫ້​ດີ​ພະຍາດ ແລະ​ຂໍໂຜດ​ໃຫ້​ໝາຍສຳຄັນ ແລະ​ການ​ອັດສະຈັນ​ເກີດຂຶ້ນ ໂດຍ​ພຣະນາມ​ຂອງ​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ.”

Uka jalj uñjjattʼäta Copia luraña




ກິດຈະການ 4:30
19 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ເຫັນ​ການ​ອັດສະຈັນ ແລະ ໝາຍສຳຄັນ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ”.


“ປະຊາຊົນ​ອິດສະຣາເອນ, ຂໍ​ຈົ່ງ​ຟັງ​ສິ່ງ​ນີ້ ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ພວກທ່ານ​ຮູ້​ເຫັນ​ຢ່າງ​ຈະແຈ້ງ​ແລ້ວ​ດ້ວຍ​ການ​ອັດສະຈັນ, ການອິດທິຣິດ ແລະ ດ້ວຍ​ໝາຍສຳຄັນ​ຕ່າງໆ, ເຊິ່ງ​ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ພວກເຈົ້າ​ຜ່ານ​ທາງ​ພຣະອົງ, ຕາມ​ທີ່​ພວກທ່ານ​ເອງ​ກໍ​ຮູ້​ເລື່ອງ​ນີ້​ຢູ່​ແລ້ວ.


ທຸກຄົນ​ຕ່າງ​ກໍ​ຢ້ານ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ທີ່​ພວກ​ອັກຄະສາວົກ​ໄດ້​ເຮັດ.


ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ຂອງ​ພຣະອົງ ເຊິ່ງ​ທ່ານ​ທັງຫລາຍ​ໄດ້​ມອບ​ພຣະອົງ​ໃຫ້​ໄປ​ຖືກ​ຂ້າ ແລະ ໄດ້​ປະຕິເສດ​ພຣະອົງ​ຕໍ່ໜ້າ​ປີລາດ, ເຖິງ​ແມ່ນ​ວ່າ​ປີລາດ​ຕັ້ງໃຈ​ໄວ້​ແລ້ວ​ຈະ​ປ່ອຍ​ພຣະອົງ​ໄປ.


ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ, ຊາຍ​ຜູ້​ນີ້​ທີ່​ພວກທ່ານ​ເຫັນ ແລະ ຮູ້ຈັກ​ຈຶ່ງ​ມີ​ແຮງ​ຂຶ້ນ​ມາ. ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ ແລະ ຄວາມເຊື່ອ​ທີ່​ມາ​ທາງ​ພຣະອົງ​ເຮັດ​ໃຫ້​ຄົນ​ນີ້​ດີ​ເປັນ​ປົກກະຕິ​ຕາມ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ເຫັນ.


ເປໂຕ​ຈຶ່ງ​ເວົ້າ​ວ່າ, “ເງິນ ຫລື ຄຳ​ເຮົາ​ບໍ່​ມີ, ແຕ່​ສິ່ງ​ທີ່​ເຮົາ​ມີ​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ. ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ, ຈົ່ງ​ຍ່າງ​ໄປ”.


ກໍ​ຂໍ​ໃຫ້​ພວກທ່ານ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຮູ້​ວ່າ: ສິ່ງ​ນີ້​ເປັນ​ໄປ​ໂດຍ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ ທີ່​ພວກທ່ານ​ທັງຫລາຍ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ, ໂດຍ​ນາມ​ຂອງ​ພຣະອົງ​ນັ້ນ​ເອງ ຊາຍ​ຜູ້​ທີ່​ຢືນ​ຢູ່​ຕໍ່ໜ້າ​ພວກທ່ານ​ນີ້​ຈຶ່ງ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ.


ຄວາມຈິງ​ແລ້ວ ເຮໂຣດ ແລະ ປົນທຽວ​ປີລາດ​ໄດ້​ມາ​ພົບປະ​ກັນ​ກັບ​ຄົນຕ່າງຊາດ ແລະ ປະຊາຊົນ​ອິດສະຣາເອນ​ໃນ​ນະຄອນ​ນີ້ ເພື່ອ​ຮ່ວມ​ກັນ​ຕໍ່ສູ້​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້.


ພວກ​ອັກຄະສາວົກ​ໄດ້​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ. ແລະ ຜູ້ທີ່ເຊື່ອ​ທັງໝົດ​ມັກ​ມາ​ເຕົ້າໂຮມກັນ​ທີ່​ລະບຽງ​ຂອງ​ໂຊໂລໂມນ.


ຝ່າຍ​ຊະເຕຟາໂນ, ຊາຍ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ພຣະຄຸນ ແລະ ລິດອຳນາດ​ຂອງ​ພຣະເຈົ້າ, ໄດ້​ສະແດງ​ການ​ອັດສະຈັນ ແລະ ໝາຍສຳຄັນ​ຍິ່ງໃຫຍ່​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka