Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:26 - ພຣະຄຳພີລາວສະບັບສະໄໝໃໝ່

26 ບັນດາ​ກະສັດ​ຂອງ​ໂລກ​ລຸກ​ຂຶ້ນ​ຂັດຂືນ ແລະ ພວກ​ຜູ້ປົກຄອງ​ໄດ້​ຮວມ​ຕົວ​ກັນ ຕໍ່ສູ້​ອົງພຣະຜູ້ເປັນເຈົ້າ ແລະ ຕໍ່ສູ້​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

26 ບັນດາ​ກະສັດ​ແຫ່ງ​ໂລກນີ້ ກໍ​ຕຽມພ້ອມ​ກັບ​ພວກ​ຜູ້​ປົກຄອງ ເພື່ອ​ຕໍ່ສູ້​ອົງພຣະ​ຜູ້​ເປັນເຈົ້າ ແລະ ຕໍ່ສູ້​ພຣະຄຣິດ​ຂອງ​ພຣະອົງ.’

Uka jalj uñjjattʼäta Copia luraña




ກິດຈະການ 4:26
14 Jak'a apnaqawi uñst'ayäwi  

“ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ເຈີມ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ອິດສະຫລະພາບ​ແກ່​ນັກໂທດ ແລະ ໃຫ້​ຄົນຕາບອດ​ໄດ້​ເຫັນຮຸ່ງ, ປົດປ່ອຍ​ຜູ້​ທີ່​ຖືກ​ກົດຂີ່ຂົ່ມເຫັງ​ໃຫ້​ເປັນ​ອິດສະຫລະ,


ຄື​ເລື່ອງ​ທີ່​ພຣະເຈົ້າ​ໄດ້​ເຈີມ​ຕັ້ງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ລິດອຳນາດ ແລະ ທີ່​ພຣະອົງ​ໄດ້​ເດີນທາງ​ໄປ​ເຮັດ​ຄວາມດີ ແລະ ຮັກສາ​ທຸກຄົນ​ທີ່​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ມານຮ້າຍ​ຢ່າງ​ໃດ ເພາະ​ພຣະເຈົ້າ​ຢູ່​ກັບ​ພຣະອົງ.


ພຣະອົງ​ຮັກ​ຄວາມຊອບທຳ ແລະ ກຽດຊັງ​ຄວາມ​ຊົ່ວ, ເຫດສະນັ້ນ ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ຂອງ​ພຣະອົງ ຈຶ່ງ​ໄດ້​ຕັ້ງ​ພຣະອົງ​ໄວ້​ເໜືອ​ສະຫາຍ​ທັງປວງ​ຂອງ​ພຣະອົງ ດ້ວຍ​ການ​ເຈີມ​ພຣະອົງ​ດ້ວຍ​ນ້ຳມັນ​ແຫ່ງ​ຄວາມຊື່ນຊົມຍິນດີ”.


ເທວະດາ​ຕົນ​ທີເຈັດ​ເປົ່າ​ແກ​ຂອງ​ຕົນ ແລະ ມີ​ສຽງ​ດັງ​ຫລາຍ​ສຽງ​ໃນ​ສະຫວັນ ເຊິ່ງ​ກ່າວ​ວ່າ: “ອານາຈັກ​ຂອງ​ໂລກ​ນີ້​ໄດ້​ກາຍເປັນ ອານາຈັກ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ເປັນ​ຂອງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ແລ້ວ ແລະ ພຣະອົງ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ”.


ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ໃນ​ສະຫວັນ​ກ່າວ​ວ່າ: “ບັດນີ້ ຄວາມພົ້ນ ແລະ ລິດອຳນາດ ແລະ ອານາຈັກ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ, ແລະ ສິດອຳນາດ​ແຫ່ງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ມາ​ເຖິງ​ແລ້ວ. ເພາະ​ຜູ້​ທີ່​ກ່າວໂທດ​ບັນດາ​ພີ່ນ້ອງ​ຂອງ​ພວກເຮົາ, ຜູ້​ທີ່​ກ່າວໂທດ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຮົາ​ທັງ​ກາງເວັນ ແລະ ກາງຄືນ. ໄດ້​ຖືກ​ໂຍນ​ລົງ​ໄປ​ແລ້ວ.


ເພາະ​ພຣະເຈົ້າ​ໃສ່​ສິ່ງ​ນັ້ນ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ພວກເຂົາ​ເພື່ອ​ໃຫ້​ບັນລຸ​ຕາມ​ຈຸດປະສົງ​ຂອງ​ພຣະອົງ​ໂດຍ​ໃຫ້​ພວກເຂົາ​ເຫັນດີ​ມອບ​ອຳນາດ​ການປົກຄອງ​ຂອງ​ພວກເຂົາ​ແກ່​ສັດຮ້າຍ​ນັ້ນ​ຈົນກວ່າ​ຈະ​ສຳເລັດ​ຕາມ​ພຣະທຳ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka