Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:22 - ພຣະຄຳພີລາວສະບັບສະໄໝໃໝ່

22 ເພາະ​ຊາຍ​ຄົນ​ທີ່​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ​ຢ່າງ​ອັດສະຈັນ​ນັ້ນ​ມີ​ອາຍຸ​ເກີນ​ກວ່າ​ສີ່ສິບ​ປີ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 ຊາຍ​ຜູ້​ທີ່​ຖືກ​ຮັກສາ​ໃຫ້​ຫາຍ​ດີ​ຍ້ອນ​ການ​ອັດສະຈັນ​ນີ້ ມີ​ອາຍຸ​ເກີນ​ກວ່າ​ສີ່ສິບ​ປີ​ແລ້ວ.

Uka jalj uñjjattʼäta Copia luraña




ກິດຈະການ 4:22
8 Jak'a apnaqawi uñst'ayäwi  

ຂະນະ​ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ຊຳເຮື້ອ​ມາ​ໄດ້​ສິບສອງ​ປີ​ແລ້ວ ໄດ້​ເຂົ້າ​ມາ​ທາງ​ຫລັງ​ພຣະອົງ ແລະ ບາຍ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ.


ໃນ​ທີ່​ນັ້ນ​ມີ​ຍິງ​ຄົນ​ໜຶ່ງ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ​ມາ​ສິບແປດ​ປີ, ນາງ​ເປັນ​ຫລັງກົ່ງ ແລະ ບໍ່​ສາມາດ​ຢືດ​ໂຕ​ຊື່​ໄດ້​ເລີຍ.


ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ເຈັບປ່ວຍ​ມາ​ໄດ້​ສາມສິບແປດ​ປີ​ແລ້ວ.


ຂະນະ​ທີ່​ພຣະອົງ​ຍ່າງ​ໄປ​ຕາມ​ທາງ, ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຕາບອດ​ມາ​ແຕ່​ເກີດ.


ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ຄົນຂາເປ້ຍ​ມາ​ຕັ້ງແຕ່​ເກີດ​ຖືກ​ຫາມ​ມາ​ທີ່​ປະຕູ​ວິຫານ​ທີ່​ເອີ້ນ​ວ່າ​ປະຕູ​ງາມ, ເຊິ່ງ​ເປັນ​ບ່ອນ​ທີ່​ລາວ​ຖືກ​ຫາມ​ມາ​ວາງ​ໄວ້​ທຸກ​ມື້​ເພື່ອ​ຂໍທານ​ຈາກ​ຄົນ​ທີ່​ຈະ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ.


ຫລັງ​ຈາກ​ໄດ້​ຂົ່ມຂູ່​ແລ້ວ​ພວກເຂົາ​ກໍ​ປ່ອຍ​ພວກເພິ່ນ​ໄປ. ພວກເຂົາ​ຕັດສິນໃຈ​ບໍ່​ໄດ້​ວ່າ​ຈະ​ລົງໂທດ​ພວກເພິ່ນ​ຢ່າງໃດ, ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ,


ເມື່ອ​ເປໂຕ ແລະ ໂຢຮັນ​ໄດ້​ຮັບ​ການ​ປ່ອຍ​ໂຕ​ແລ້ວ, ພວກເພິ່ນ​ກໍ​ກັບ​ໄປ​ຫາ​ເພື່ອນ​ຂອງ​ຕົນ ແລະ ເລົ່າ​ເລື່ອງ​ທັງໝົດ​ທີ່​ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ໄດ້​ເວົ້າ​ແກ່​ພວກເພິ່ນ​ນັ້ນ.


ໃນ​ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໄອເນ, ຜູ້​ທີ່​ເປັນ​ອຳມະພາດ ແລະ ນອນ​ຢູ່​ກັບ​ຕຽງ​ມາ​ໄດ້​ແປດ​ປີ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka