Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ແຕ່​ເປໂຕ ແລະ ໂຢຮັນ​ຕອບ​ວ່າ, “ໃຫ້​ເຊື່ອຟັງ​ພວກທ່ານ ຫລື ເຊື່ອຟັງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງ​ຕໍ່​ສາຍຕາ​ພຣະເຈົ້າ ພວກທ່ານ​ຈົ່ງ​ຕັດສິນ​ເອົາ​ເອງ!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ແຕ່​ເປໂຕ​ກັບ​ໂຢຮັນ​ຕອບ​ພວກເຂົາ​ວ່າ, “ພວກທ່ານ​ຈົ່ງ​ພິຈາລະນາ​ເອົາ​ເອງ​ວ່າ ທີ່​ຈະ​ຟັງຄວາມ​ຂອງ​ພວກທ່ານ ຫລື​ຈະ​ຟັງຄວາມ​ຂອງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ກິດຈະການ 4:19
30 Jak'a apnaqawi uñst'ayäwi  

ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ”. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງໃດ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງໃດ​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຖວາຍ​ຄືນ​ໃຫ້​ແກ່​ພຣະເຈົ້າ”.


ພຣະເຢຊູເຈົ້າ​ໃຊ້​ເປໂຕ​ກັບ​ໂຢຮັນ​ອອກ​ໄປ ໂດຍ​ສັ່ງ​ວ່າ, “ຈົ່ງ​ໄປ​ຈັດຕຽມ​ອາຫານ​ປັດສະຄາ​ໄວ້​ເພື່ອ​ພວກເຮົາ​ຈະ​ໄດ້​ກິນ”.


ຈົ່ງ​ຢຸດ​ຕັດສິນ​ຕາມ​ທີ່​ເຫັນ​ພຽງ​ພາຍນອກ ແຕ່​ຈົ່ງ​ຕັດສິນ​ໃຫ້​ຖືກຕ້ອງ​ຕາມ​ຄວາມເປັນຈິງ”.


ເມື່ອ​ພວກເຂົາ​ເຫັນ​ຄວາມກ້າຫານ​ຂອງ​ເປໂຕ ແລະ ໂຢຮັນ ແລະ ສັງເກດ​ວ່າ​ພວກເພິ່ນ​ເປັນ​ຄົນທຳມະດາ​ສາມັນ​ຂາດ​ການສຶກສາ, ພວກເຂົາ​ກໍ​ປະຫລາດໃຈ ແລະ ນຶກ​ຂຶ້ນ​ໄດ້​ວ່າ​ຄົນ​ເຫລົ່ານີ້​ເຄີຍ​ຢູ່​ກັບ​ພຣະເຢຊູເຈົ້າ.


ມະຫາປະໂລຫິດ​ກ່າວ​ວ່າ, “ພວກເຮົາ​ສັ່ງຫ້າມ​ເດັດຂາດ​ບໍ່​ໃຫ້​ພວກເຈົ້າ​ສັ່ງສອນ​ໃນ​ນາມ​ຊື່​ນີ້, ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຄຳສັ່ງສອນ​ນັ້ນ​ແຜ່​ອອກໄປ​ທົ່ວ​ເຢຣູຊາເລັມ ແລະ ຕັ້ງໃຈ​ເຮັດ​ໃຫ້​ພວກເຮົາ​ມີ​ຄວາມຜິດ​ຍ້ອນ​ຄວາມຕາຍ​ຂອງ​ຊາຍ​ຜູ້​ນີ້”.


ເປໂຕ ແລະ ອັກຄະສາວົກ​ຄົນ​ອື່ນໆ​ຕອບ​ວ່າ: “ພວກຂ້ານ້ອຍ​ຕ້ອງ​ເຊື່ອຟັງ​ພຣະເຈົ້າ​ຫລາຍ​ກວ່າ​ເຊື່ອຟັງ​ມະນຸດ!


ເຮົາ​ເວົ້າ​ກັບ​ຄົນ​ທີ່​ມີ​ສະຕິ; ຈົ່ງ​ພິຈາລະນາ​ສິ່ງ​ທີ່​ເຮົາ​ເວົ້າ​ນັ້ນ​ໂດຍ​ພວກເຈົ້າ​ເອງ.


ແທນ​ທີ່​ຈະ​ເປັນ​ຢ່າງ​ນັ້ນ, ພວກເຮົາ​ໄດ້​ປະຖິ້ມ​ວິຖີທາງ​ທີ່​ລັບລີ້ ແລະ ໜ້າອັບອາຍ​ນັ້ນ, ພວກເຮົາ​ບໍ່​ໃຊ້​ກົນອຸບາຍ ແລະ ບໍ່​ໄດ້​ບິດເບືອນ​ພຣະຄຳ​ຂອງ​ພຣະເຈົ້າ. ກົງກັນຂ້າມ, ພວກເຮົາ​ຍົກຍ້ອງ​ຕົນເອງ​ຕໍ່​ຈິດສຳນຶກ​ຂອງ​ທຸກຄົນ​ໃນ​ສາຍຕາ​ຂອງ​ພຣະເຈົ້າ ດ້ວຍ​ການສະແດງ​ຄວາມຈິງ​ຢ່າງ​ຈະແຈ້ງ.


ຝ່າຍ​ລູກ​ທັງຫລາຍ ຈົ່ງ​ເຊື່ອຟັງ​ພໍ່ແມ່​ຂອງ​ຕົນ​ໃນ​ອົງພຣະຜູ້ເປັນເຈົ້າ ເພາະ​ນີ້​ເປັນ​ສິ່ງ​ທີ່​ຖືກຕ້ອງ.


ການກະທຳ​ເຊັ່ນ​ນີ້​ເປັນ​ສິ່ງ​ທີ່​ດີ ແລະ ເປັນ​ທີ່​ພໍໃຈ​ພຣະເຈົ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ໂດຍ​ຄວາມເຊື່ອ ພໍ່ແມ່​ຂອງ​ໂມເຊ​ໄດ້​ເຊື່ອງ​ເພິ່ນ​ໄວ້​ເປັນ​ເວລາ​ສາມ​ເດືອນ​ຫລັງ​ຈາກ​ເກີດ​ມາ, ເພາະ​ພວກເພິ່ນ​ເຫັນ​ວ່າ​ໂມເຊ​ແຕກຕ່າງ​ຈາກ​ເດັກນ້ອຍ​ທຳມະດາ​ທົ່ວໄປ ແລະ ພວກເພິ່ນ​ບໍ່​ໄດ້​ຢ້ານກົວ​ຄຳສັ່ງ​ຂອງ​ກະສັດ​ເລີຍ.


ພວກເຈົ້າ​ກໍ​ມີ​ການຈຳແນກ​ໃນ​ທ່າມກາງ​ພວກເຈົ້າ​ເອງ ແລະ ກາຍເປັນ​ຜູ້ຕັດສິນ​ຄົນ​ດ້ວຍ​ຄວາມຄິດ​ຊົ່ວ​ບໍ່ແມ່ນ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka