Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ແຕ່​ເນື່ອງ​ຈາກ​ວ່າ​ພວກເຂົາ​ໄດ້​ເຫັນ​ຊາຍ​ທີ່​ຫາຍດີ​ພະຍາດ​ນັ້ນ​ຢືນ​ຢູ່​ກັບ​ເປໂຕ ແລະ ໂຢຮັນ ພວກເຂົາ​ກໍ​ເວົ້າ​ຫຍັງ​ບໍ່​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ແຕ່​ພວກເຂົາ​ບໍ່​ອາດ​ປະຕິເສດ​ໄດ້ ເພາະ​ໄດ້​ເຫັນ​ຊາຍ​ທີ່​ຖືກ​ຊົງ​ໂຜດ​ໃຫ້​ຫາຍ​ດີ​ນັ້ນ ຢືນ​ຢູ່​ກັບ​ເປໂຕ ແລະ ໂຢຮັນ.

Uka jalj uñjjattʼäta Copia luraña




ກິດຈະການ 4:14
7 Jak'a apnaqawi uñst'ayäwi  

ເຫດສະນັ້ນ, ໃນ​ເມື່ອ​ຄວາມຈິງ​ເຫລົ່ານີ້​ບໍ່​ອາດ​ປະຕິເສດ​ໄດ້, ພວກເຈົ້າ​ທັງຫລາຍ​ກໍ​ຄວນ​ງຽບສະຫງົບ​ຢ່າ​ເຮັດ​ສິ່ງໃດ​ໂດຍ​ບໍ່​ໄດ້​ຄິດ​ກ່ອນ.


ກໍ​ຂໍ​ໃຫ້​ພວກທ່ານ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຮູ້​ວ່າ: ສິ່ງ​ນີ້​ເປັນ​ໄປ​ໂດຍ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ ທີ່​ພວກທ່ານ​ທັງຫລາຍ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ, ໂດຍ​ນາມ​ຂອງ​ພຣະອົງ​ນັ້ນ​ເອງ ຊາຍ​ຜູ້​ທີ່​ຢືນ​ຢູ່​ຕໍ່ໜ້າ​ພວກທ່ານ​ນີ້​ຈຶ່ງ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ.


ເມື່ອ​ພວກເຂົາ​ເຫັນ​ຄວາມກ້າຫານ​ຂອງ​ເປໂຕ ແລະ ໂຢຮັນ ແລະ ສັງເກດ​ວ່າ​ພວກເພິ່ນ​ເປັນ​ຄົນທຳມະດາ​ສາມັນ​ຂາດ​ການສຶກສາ, ພວກເຂົາ​ກໍ​ປະຫລາດໃຈ ແລະ ນຶກ​ຂຶ້ນ​ໄດ້​ວ່າ​ຄົນ​ເຫລົ່ານີ້​ເຄີຍ​ຢູ່​ກັບ​ພຣະເຢຊູເຈົ້າ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ສັ່ງ​ໃຫ້​ພວກເພິ່ນ​ອອກ​ໄປ​ຈາກ​ທີ່​ປະຊຸມ​ສະພາ​ແຊນເຮດຣິນ ແລ້ວ​ຈຶ່ງ​ປຶກສາ​ຫາລື​ກັນ​ວ່າ,


“ພວກເຮົາ​ຈະ​ເຮັດ​ຢ່າງ​ໃດ​ກັບ​ທັງ​ສອງ​ຄົນ​ນີ້? ເພາະ​ທຸກຄົນ​ທີ່​ຢູ່​ໃນ​ເຢຣູຊາເລັມ​ຕ່າງ​ກໍ​ຮູ້​ວ່າ​ພວກເຂົາ​ໄດ້​ເຮັດ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ນີ້ ແລະ ພວກເຮົາ​ກໍ​ປະຕິເສດ​ການ​ນີ້​ບໍ່​ໄດ້.


ຫລັງ​ຈາກ​ໄດ້​ຂົ່ມຂູ່​ແລ້ວ​ພວກເຂົາ​ກໍ​ປ່ອຍ​ພວກເພິ່ນ​ໄປ. ພວກເຂົາ​ຕັດສິນໃຈ​ບໍ່​ໄດ້​ວ່າ​ຈະ​ລົງໂທດ​ພວກເພິ່ນ​ຢ່າງໃດ, ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka