Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ເມື່ອ​ພວກເຂົາ​ເຫັນ​ຄວາມກ້າຫານ​ຂອງ​ເປໂຕ ແລະ ໂຢຮັນ ແລະ ສັງເກດ​ວ່າ​ພວກເພິ່ນ​ເປັນ​ຄົນທຳມະດາ​ສາມັນ​ຂາດ​ການສຶກສາ, ພວກເຂົາ​ກໍ​ປະຫລາດໃຈ ແລະ ນຶກ​ຂຶ້ນ​ໄດ້​ວ່າ​ຄົນ​ເຫລົ່ານີ້​ເຄີຍ​ຢູ່​ກັບ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ບັນດາ​ສະມາຊິກ​ຂອງ​ສະພາ​ສູງສຸດ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ເມື່ອ​ເຫັນ​ເປໂຕ​ກັບ​ໂຢຮັນ​ມີ​ຄວາມ​ກ້າຫານ​ເຊັ່ນນີ້ ແລະ​ຮູ້​ວ່າ​ທ່ານ​ທັງສອງ​ເປັນ​ຄົນ​ສາມັນ​ທຳມະດາ ແລະ​ຂາດ​ການ​ສຶກສາ ພວກເຂົາ​ຮູ້​ວ່າ​ທ່ານ​ທັງສອງ​ເຄີຍ​ເປັນ​ຜູ້​ໃກ້ຊິດ​ກັບ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña




ກິດຈະການ 4:13
22 Jak'a apnaqawi uñst'ayäwi  

ໃນເວລານັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຜູ້ສະຫລາດ ແລະ ຜູ້​ມີ​ສະຕິປັນຍາ, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ​ຮູ້.


ແລ້ວ​ເພິ່ນ​ກໍ​ຍ່າງ​ອອກ​ໄປ​ປະຕູ​ໜ້າບ້ານ, ມີ​ຄົນຮັບໃຊ້​ຍິງ​ຄົນ​ໜຶ່ງ​ອີກ​ເຫັນ​ເພິ່ນ​ຈຶ່ງ​ເວົ້າ​ກັບ​ຄົນ​ທີ່​ຢືນ​ຢູ່​ໃນ​ບ່ອນ​ນັ້ນ​ວ່າ, “ຄົນ​ນີ້​ເຄີຍ​ຢູ່​ກັບ​ເຢຊູ​ຊາວ​ນາຊາເຣັດ”.


ຫລັງຈາກນັ້ນ​ໜ້ອຍ​ໜຶ່ງ ບັນດາ​ຄົນ​ທີ່​ຢືນ​ຢູ່​ບ່ອນ​ນັ້ນ​ກໍ​ມາ​ຫາ​ເປໂຕ ແລະ ເວົ້າ​ວ່າ, “ແມ່ນ​ແທ້ ເຈົ້າ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຂົາ ຟັງ​ຈາກ​ສຳນຽງ​ຂອງ​ເຈົ້າ​ກໍ​ຮູ້”.


ພຣະເຢຊູເຈົ້າ​ໃຊ້​ເປໂຕ​ກັບ​ໂຢຮັນ​ອອກ​ໄປ ໂດຍ​ສັ່ງ​ວ່າ, “ຈົ່ງ​ໄປ​ຈັດຕຽມ​ອາຫານ​ປັດສະຄາ​ໄວ້​ເພື່ອ​ພວກເຮົາ​ຈະ​ໄດ້​ກິນ”.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ແມ່​ຂອງ​ພຣະອົງ ແລະ ສາວົກ​ທີ່​ພຣະອົງ​ຮັກ​ຢືນ​ຢູ່​ໃກ້ໆ, ພຣະອົງ​ຈຶ່ງ​ກ່າວ​ກັບ​ແມ່​ຂອງ​ພຣະອົງ​ວ່າ, “ນາງ​ເອີຍ, ນີ້​ແຫລະ ຄື​ລູກຊາຍ​ຂອງ​ເຈົ້າ”


ພວກ​ຢິວ​ຢູ່​ທີ່​ນັ້ນ​ກໍ​ປະຫລາດໃຈ ແລະ ໄດ້​ຖາມ​ວ່າ, “ຄົນ​ນີ້​ໄດ້​ຄວາມຮູ້​ຢ່າງ​ນີ້​ມາ​ໄດ້​ແນວໃດ ໃນ​ເມື່ອ​ລາວ​ບໍ່​ໄດ້​ຮຽນ​ມາ?”


ບໍ່​ມີ! ຄົນ​ກຸ່ມ​ນີ້​ບໍ່​ຮູ້​ສິ່ງ​ໃດ​ກ່ຽວກັບ​ກົດບັນຍັດ​ເລີຍ ພວກເຂົາ​ຖືກ​ສາບແຊ່ງ​ຢູ່​ແລ້ວ”.


ແຕ່​ເນື່ອງ​ຈາກ​ວ່າ​ພວກເຂົາ​ໄດ້​ເຫັນ​ຊາຍ​ທີ່​ຫາຍດີ​ພະຍາດ​ນັ້ນ​ຢືນ​ຢູ່​ກັບ​ເປໂຕ ແລະ ໂຢຮັນ ພວກເຂົາ​ກໍ​ເວົ້າ​ຫຍັງ​ບໍ່​ໄດ້.


ແຕ່​ເປໂຕ ແລະ ໂຢຮັນ​ຕອບ​ວ່າ, “ໃຫ້​ເຊື່ອຟັງ​ພວກທ່ານ ຫລື ເຊື່ອຟັງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງ​ຕໍ່​ສາຍຕາ​ພຣະເຈົ້າ ພວກທ່ານ​ຈົ່ງ​ຕັດສິນ​ເອົາ​ເອງ!


ອົງພຣະຜູ້ເປັນເຈົ້າ, ບັດນີ້ ຂໍ​ຟັງ​ຄຳ​ຂົ່ມຂູ່​ຂອງ​ພວກເຂົາ ແລະ ຂໍ​ໃຫ້​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ສາມາດ​ກ່າວ​ພຣະຄຳ​ຂອງ​ພຣະອົງ​ດ້ວຍ​ໃຈ​ກ້າຫານ.


ຫລັງ​ຈາກ​ພວກເຂົາ​ໄດ້​ອະທິຖານ​ຈົບ​ແລ້ວ, ບ່ອນ​ທີ່​ພວກເຂົາ​ເຕົ້າໂຮມກັນ​ຢູ່​ນັ້ນ​ກໍ​ສັ່ນສະເທືອນ. ແລະ ພວກເຂົາ​ທັງໝົດ​ກໍ​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ຢ່າງ​ກ້າຫານ.


ແຕ່​ບາຣະນາບາ​ໄດ້​ພາ​ເພິ່ນ​ໄປ​ພົບ​ບັນດາ​ອັກຄະສາວົກ. ບາຣະນາບາ​ໄດ້​ເລົ່າເລື່ອງ​ໃຫ້​ພວກເພິ່ນ​ຟັງ​ວ່າ​ໂຊໂລ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ໃນ​ກາງທາງ​ນັ້ນ​ຢ່າງໃດ ແລະ ພຣະອົງ​ໄດ້​ກ່າວ​ກັບ​ເພິ່ນ​ຢ່າງໃດ ແລະ ເພິ່ນ​ໄດ້​ເທດສະໜາ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ທີ່​ເມືອງ​ດາມັສກັດ​ດ້ວຍ​ໃຈ​ກ້າຫານ​ຢ່າງໃດ​ດ້ວຍ.


ດັ່ງນັ້ນ ໂຊໂລ​ຈຶ່ງ​ໄດ້​ພັກ​ຢູ່​ກັບ​ພວກເພິ່ນ ແລະ ທຽວ​ໄປ​ມາ​ຢ່າງ​ອິດສະຫລະ​ໃນ​ເຢຣູຊາເລັມ ແລະ ກ່າວ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມ​ກ້າຫານ.


ແຕ່​ພຣະເຈົ້າ​ໄດ້​ເລືອກ​ສິ່ງ​ທີ່​ໂລກ​ເຫັນວ່າ​ໂງ່ ເພື່ອ​ໃຫ້​ຄົນສະຫລາດ​ອັບອາຍ; ພຣະເຈົ້າ​ໄດ້​ເລືອກ​ສິ່ງ​ທີ່​ໂລກ​ເຫັນວ່າ​ອ່ອນແອ ເພື່ອ​ໃຫ້​ຄົນແຂງແຮງ​ອັບອາຍ,


ດັ່ງ​ທີ່​ຄວາມລັບ​ໃນ​ໃຈ​ຂອງ​ພວກເຂົາ​ໄດ້​ຖືກ​ເປີດເຜີຍ. ດັ່ງນັ້ນ ພວກເຂົາ​ກໍ​ຈະ​ຂາບ​ລົງ ແລະ ນະມັດສະການ​ພຣະເຈົ້າ ແລະ ຮ້ອງ​ຂຶ້ນ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ແທ້ຈິງ!”


ເຫດສະນັ້ນ ເພາະ​ພວກເຮົາ​ມີ​ຄວາມຫວັງ​ຢ່າງນີ້, ພວກເຮົາ​ຈຶ່ງ​ມີ​ໃຈກ້າ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka