Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຂະນະ​ທີ່​ເປໂຕ ແລະ ໂຢຮັນ​ຍັງ​ກ່າວ​ແກ່​ປະຊາຊົນ​ຢູ່​ນັ້ນ ບັນດາ​ປະໂລຫິດ, ຫົວໜ້າ​ເຝົ້າ​ຍາມ​ວິຫານ ແລະ ພວກ​ຊາດູກາຍ​ກໍ​ໄດ້​ມາ​ຫາ​ພວກເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຂະນະທີ່​ເປໂຕ​ກັບ​ໂຢຮັນ​ຍັງ​ກ່າວ​ແກ່​ປະຊາຊົນ​ຢູ່​ນັ້ນ ພວກ​ປະໂຣຫິດ ພວກ​ເຈົ້າໜ້າທີ່​ເຝົ້າ​ຍາມ​ພຣະວິຫານ ແລະ​ພວກ​ຊາດູກາຍ​ກໍ​ມາ​ຫາ​ທ່ານ​ທັງສອງ.

Uka jalj uñjjattʼäta Copia luraña




ກິດຈະການ 4:1
20 Jak'a apnaqawi uñst'ayäwi  

ແລ້ວ​ພວກເພິ່ນ​ຈຶ່ງ​ເຂົ້າໃຈ​ວ່າ​ພຣະອົງ​ບໍ່​ໄດ້​ເຕືອນ​ພວກເພິ່ນ​ໃຫ້​ລະວັງ​ເຊື້ອແປ້ງ​ທີ່​ໃຊ້​ໃນ​ເຂົ້າຈີ່ ແຕ່​ໃຫ້​ລະວັງ​ຄຳສັ່ງສອນ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ.


ພວກເຂົາ​ຈຶ່ງ​ໃຊ້​ພວກ​ລູກສິດ​ຂອງ​ພວກເຂົາ​ພ້ອມກັບ​ກຸ່ມ​ສະໜັບສະໜູນ​ເຮໂຣດ​ບາງຄົນ​ໄປ​ຫາ​ພຣະອົງ. ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມ​ຈິງ. ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ.


ແຕ່​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ໄດ້​ຍຸຍົງ​ປະຊາຊົນ​ເພື່ອ​ຂໍ​ໃຫ້​ປ່ອຍ​ບາຣາບາ ແລະ ໃຫ້​ຂ້າ​ພຣະເຢຊູເຈົ້າ.


ໃນ​ທຳນອງ​ດຽວ​ກັນ​ນັ້ນ ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ກໍ​ເຢາະເຢີ້ຍ​ພຣະອົງ.


ແຕ່​ເມື່ອ​ໂຢຮັນ​ເຫັນ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ​ຫລາຍ​ຄົນ​ກຳລັງ​ມາ​ຍັງ​ບ່ອນ​ທີ່​ເພິ່ນ​ໃຫ້​ບັບຕິສະມາ​ຢູ່​ນັ້ນ, ເພິ່ນ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ: “ພວກ​ຊາດ​ງູ​ຮ້າຍ! ຜູ້ໃດ​ຕັກເຕືອນ​ພວກເຈົ້າ​ໃຫ້​ໜີ​ຈາກ​ຄວາມໂກດຮ້າຍ​ທີ່​ຈະ​ມາ​ເຖິງ​ນັ້ນ?


ມື້​ໜຶ່ງ​ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ປະຊາຊົນ​ຢູ່​ໃນ​ເດີ່ນ​ວິຫານ ແລະ ກຳລັງ​ປະກາດ​ຂ່າວປະເສີດ​ຢູ່​ນັ້ນ, ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ກໍ​ມາ​ຫາ​ພຣະອົງ.


ແລະ ຢູດາ​ຈຶ່ງ​ໄດ້​ອອກ​ໄປ​ພົບ​ພວກ​ຫົວໜ້າ​ປະໂລຫິດ ແລະ ນາຍທະຫານ​ເຝົ້າຍາມ​ວິຫານ ແລະ ປຶກສາ​ກັບ​ພວກເຂົາ​ວ່າ​ລາວ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ໄດ້​ຢ່າງໃດ.


ຈົ່ງ​ລະນຶກ​ເຖິງ​ຂໍ້ຄວາມ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ໄວ້​ວ່າ: ‘ຄົນຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ’ ຖ້າ​ພວກເຂົາ​ຂົ່ມເຫັງ​ເຮົາ, ພວກເຂົາ​ກໍ​ຈະ​ຂົ່ມເຫັງ​ພວກເຈົ້າ​ເໝືອນກັນ. ຖ້າ​ພວກເຂົາ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ, ພວກເຂົາ​ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ພວກເຈົ້າ​ເໝືອນກັນ.


ດັ່ງນັ້ນ ຢູດາ​ຈຶ່ງ​ພາ​ພວກທະຫານ ແລະ ພວກ​ເຈົ້າໜ້າທີ່​ຈຳນວນ​ໜຶ່ງ​ທີ່​ມາ​ຈາກ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ ມາ​ທີ່​ສວນ​ນັ້ນ. ພວກເຂົາ​ຖື​ກະບອງ, ໂຄມໄຟ ແລະ ອາວຸດ​ມາ​ພ້ອມ.


ມະຫາ​ປະໂລຫິດ​ອັນນາ, ກາຢະຟາ, ໂຢຮັນ, ອາເລັກຊັນເດີ ແລະ ຄົນ​ອື່ນໆ​ທີ່​ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ມະຫາ​ປະໂລຫິດ​ກໍ​ຢູ່​ທີ່​ນັ້ນ.


ແລ້ວ​ມະຫາ​ປະໂລຫິດ ແລະ ພັກພວກ​ທັງໝົດ​ຂອງ​ຕົນ​ຄື​ພວກ​ທີ່​ເປັນ​ສະມາຊິກ​ຂອງ​ພວກ​ຊາດູກາຍ, ກໍ​ເຕັມ​ໄປ​ດ້ວຍ​ຄວາມອິດສາ.


ເມື່ອ​ຫົວໜ້າ​ຄົນຍາມ​ວິຫານ ແລະ ຫົວໜ້າ​ປະໂລຫິດ​ໄດ້​ຍິນ​ລາຍງານ​ນີ້​ແລ້ວ​ກໍ​ງົງ, ປະຫລາດໃຈ​ວ່າ​ເລື່ອງ​ນີ້​ຈະ​ເປັນ​ຢ່າງ​ໃດ​ຕໍ່​ໄປ.


ຫົວໜ້າ​ຍາມ​ວິຫານ​ກັບ​ເຈົ້າໜ້າທີ່​ຂອງ​ຕົນ​ຈຶ່ງ​ພາກັນ​ອອກ​ໄປ ແລະ ນຳ​ເອົາ​ພວກ​ອັກຄະສາວົກ​ກັບ​ມາ. ພວກເຂົາ​ບໍ່​ໄດ້​ໃຊ້​ກຳລັງ, ເພາະ​ພວກເຂົາ​ຢ້ານ​ຖືກ​ປະຊາຊົນ​ແກວ່ງ​ກ້ອນຫີນ​ໃສ່.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຍຸຍົງ​ປະຊາຊົນ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໃຫ້​ລຸກຮື້​ຂຶ້ນ. ພວກເຂົາ​ໄດ້​ຈັບ​ຊະເຕຟາໂນ ແລະ ນຳເອົາ​ເພິ່ນ​ໄປ​ຕໍ່ໜ້າ​ສະພາ​ແຊນເຮດຣິນ.


ດັ່ງນັ້ນ ພຣະຄຳ​ຂອງ​ພຣະເຈົ້າ​ຈຶ່ງ​ແຜ່​ຂະຫຍາຍ​ອອກ​ໄປ. ສາວົກ​ໃນ​ເຢຣູຊາເລັມ​ໄດ້​ມີ​ຈຳນວນ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ ແລະ ປະໂລຫິດ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ຮັບ​ເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka