Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 3:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ເປໂຕ​ໄດ້​ຈັບ​ມື​ເບື້ອງຂວາ​ຂອງ​ລາວ, ຊ່ວຍ​ດຶງ​ລາວ​ຂຶ້ນ, ທັນໃດນັ້ນ ຕີນ ແລະ ຂໍ່ຕີນ​ຂອງ​ຊາຍ​ຜູ້​ນີ້​ກໍ​ມີ​ແຮງ​ຂຶ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ແລ້ວ​ເປໂຕ​ກໍ​ຈັບ​ມື​ຂວາ​ຂອງ​ຊາຍ​ຄົນ​ນັ້ນ​ດຶງ​ຂຶ້ນ ໃນ​ທັນໃດນັ້ນ ຕີນ​ແລະ​ຂໍ່​ຕີນ​ຂອງ​ລາວ​ກໍ​ມີ​ແຮງ​ມາ,

Uka jalj uñjjattʼäta Copia luraña




ກິດຈະການ 3:7
9 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ໃກ້ ແລະ ຈັບ​ມື​ຂອງ​ນາງ ແລະ ຊ່ວຍ​ນາງ​ໃຫ້​ລຸກຂຶ້ນ. ໃນທັນໃດ​ນັ້ນ ໄຂ້​ກໍ​ຫາຍ ແລະ ນາງ​ຈຶ່ງ​ເຝົ້າ​ຮັບໃຊ້​ພວກເພິ່ນ.


ພຣະອົງ​ຈັບ​ມື​ເດັກນ້ອຍ ແລະ ກ່າວ​ຕໍ່​ນາງ​ວ່າ, “ຕາລີທາ ກຸມ!” (ເຊິ່ງ​ແປ​ວ່າ “ນາງ​ນ້ອຍ​ເອີຍ, ເຮົາ​ບອກ​ເຈົ້າ​ວ່າ, ຈົ່ງ​ລຸກຂຶ້ນ!”).


ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກນ້ອຍ ແລະ ດຶງ​ຂຶ້ນ ແລ້ວ​ລາວ​ກໍ​ລຸກຢືນ​ຂຶ້ນ.


ແລ້ວ​ພຣະອົງ​ໄດ້​ວາງ​ມື​ທັງ​ສອງ​ໃສ່​ນາງ, ໃນທັນໃດ​ນັ້ນ​ນາງ​ກໍ​ຢືດ​ໂຕ​ຊື່ ແລະ ສັນລະເສີນ​ພຣະເຈົ້າ.


ເປໂຕ​ຈຶ່ງ​ເວົ້າ​ວ່າ, “ເງິນ ຫລື ຄຳ​ເຮົາ​ບໍ່​ມີ, ແຕ່​ສິ່ງ​ທີ່​ເຮົາ​ມີ​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ. ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ, ຈົ່ງ​ຍ່າງ​ໄປ”.


ລາວ​ໄດ້​ໂດດ​ຢືນ​ຂຶ້ນ ແລະ ເລີ່ມ​ຍ່າງ. ຫລັງຈາກນັ້ນ ລາວ​ກໍ​ເຂົ້າໄປ​ໃນ​ເດີ່ນ​ວິຫານ​ກັບ​ເປໂຕ ແລະ ໂຢຮັນ, ຍ່າງ ແລະ ໂດດ​ເຕັ້ນ, ແລ້ວ​ກໍ​ສັນລະເສີນ​ພຣະເຈົ້າ.


“ພວກເຮົາ​ຈະ​ເຮັດ​ຢ່າງ​ໃດ​ກັບ​ທັງ​ສອງ​ຄົນ​ນີ້? ເພາະ​ທຸກຄົນ​ທີ່​ຢູ່​ໃນ​ເຢຣູຊາເລັມ​ຕ່າງ​ກໍ​ຮູ້​ວ່າ​ພວກເຂົາ​ໄດ້​ເຮັດ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ນີ້ ແລະ ພວກເຮົາ​ກໍ​ປະຕິເສດ​ການ​ນີ້​ບໍ່​ໄດ້.


ໃນ​ວັນ​ນີ້ ຖ້າ​ພວກເຮົາ​ຖືກ​ເອີ້ນ​ມາ​ໃຫ້​ການ​ເພາະ​ເລື່ອງ​ທີ່​ສະແດງ​ຄວາມເມດຕາ​ແກ່​ຄົນເປ້ຍ ແລະ ຖືກ​ຖາມ​ວ່າ​ລາວ​ດີ​ເປັນ​ປົກກະຕິ​ໄດ້​ຢ່າງໃດ,


ເພິ່ນ​ຈຶ່ງ​ຈັບ​ມື​ນາງ​ໃຫ້​ຢືນ​ຂຶ້ນ​ແລ້ວ​ເອີ້ນ​ຜູ້ທີ່ເຊື່ອ​ທຸກຄົນ, ໂດຍສະເພາະ​ພວກ​ແມ່ໝ້າຍ​ນັ້ນ​ມາ ແລະ ເພິ່ນ​ໄດ້​ມອບ​ນາງ​ທີ່​ຄືນ​ມາ​ນັ້ນ​ໃຫ້​ແກ່​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka