ກິດຈະການ 3:6 - ພຣະຄຳພີລາວສະບັບສະໄໝໃໝ່6 ເປໂຕຈຶ່ງເວົ້າວ່າ, “ເງິນ ຫລື ຄຳເຮົາບໍ່ມີ, ແຕ່ສິ່ງທີ່ເຮົາມີນັ້ນເຮົາຈະໃຫ້ແກ່ເຈົ້າ. ໃນນາມຂອງພຣະເຢຊູຄຣິດເຈົ້າຊາວນາຊາເຣັດ, ຈົ່ງຍ່າງໄປ”. Uka jalj uñjjattʼätaພຣະຄຳພີສັກສິ6 ຝ່າຍເປໂຕກໍກ່າວແກ່ລາວວ່າ, “ເງິນແລະຄຳເຮົາບໍ່ມີ ແຕ່ສິ່ງທີ່ເຮົາມີຢູ່ນັ້ນເຮົາຈະໃຫ້ແກ່ເຈົ້າ ຄືໃນພຣະນາມແຫ່ງພຣະເຢຊູຄຣິດເຈົ້າໄທນາຊາເຣັດ ຈົ່ງຍ່າງໄປ.” Uka jalj uñjjattʼäta |
“ປະຊາຊົນອິດສະຣາເອນ, ຂໍຈົ່ງຟັງສິ່ງນີ້ ພຣະເຢຊູເຈົ້າຊາວນາຊາເຣັດເປັນຜູ້ທີ່ພຣະເຈົ້າໄດ້ສະແດງໃຫ້ພວກທ່ານຮູ້ເຫັນຢ່າງຈະແຈ້ງແລ້ວດ້ວຍການອັດສະຈັນ, ການອິດທິຣິດ ແລະ ດ້ວຍໝາຍສຳຄັນຕ່າງໆ, ເຊິ່ງພຣະເຈົ້າໄດ້ກະທຳໃນທ່າມກາງພວກເຈົ້າຜ່ານທາງພຣະອົງ, ຕາມທີ່ພວກທ່ານເອງກໍຮູ້ເລື່ອງນີ້ຢູ່ແລ້ວ.
ກໍຂໍໃຫ້ພວກທ່ານ ແລະ ປະຊາຊົນອິດສະຣາເອນທັງໝົດໄດ້ຮູ້ວ່າ: ສິ່ງນີ້ເປັນໄປໂດຍນາມຂອງພຣະເຢຊູຄຣິດເຈົ້າຊາວນາຊາເຣັດ ທີ່ພວກທ່ານທັງຫລາຍໄດ້ຄຶງໄວ້ທີ່ໄມ້ກາງແຂນ ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ, ໂດຍນາມຂອງພຣະອົງນັ້ນເອງ ຊາຍຜູ້ທີ່ຢືນຢູ່ຕໍ່ໜ້າພວກທ່ານນີ້ຈຶ່ງໄດ້ຮັບການຮັກສາໃຫ້ຫາຍດີ.