Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 3:26 - ພຣະຄຳພີລາວສະບັບສະໄໝໃໝ່

26 ເມື່ອ​ພຣະເຈົ້າ​ໄດ້​ເລືອກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ, ກໍ​ສົ່ງ​ພຣະອົງ​ມາ​ຫາ​ພວກທ່ານ​ທັງຫລາຍ​ກ່ອນ ເພື່ອ​ອວຍພອນ​ພວກທ່ານ ໂດຍ​ເຮັດ​ໃຫ້​ແຕ່ລະຄົນ​ຫັນ​ໜີ​ຈາກ​ການ​ຊົ່ວຮ້າຍ​ຂອງ​ຕົນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

26 ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ອົງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເປັນ​ຄືນ​ມາ​ແລ້ວ ກໍ​ຊົງ​ໃຊ້​ພຣະອົງ​ມາ​ຫາ​ທ່ານ​ທັງຫລາຍ​ກ່ອນ ເພື່ອ​ອວຍ​ພຣະພອນ​ແກ່​ພວກທ່ານ ໂດຍ​ໃຫ້​ທຸກຄົນ​ກັບ​ຈາກ​ການ​ຊົ່ວຮ້າຍ​ຂອງຕົນ.”

Uka jalj uñjjattʼäta Copia luraña




ກິດຈະການ 3:26
41 Jak'a apnaqawi uñst'ayäwi  

ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ ເຈົ້າ​ຈົ່ງ​ຕັ້ງ​ຊື່​ເດັກ​ນີ້​ວ່າ ເຢຊູ, ເພາະວ່າ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມບາບ​ທັງຫລາຍ​ຂອງ​ພວກເຂົາ”.


ພຣະອົງ​ຕອບ​ວ່າ, “ເຮົາ​ຖືກ​ໃຊ້​ມາ​ຫາ​ແກະ​ທີ່​ເສຍ​ໄປ​ຂອງ​ອິດສະຣາເອນ​ເທົ່ານັ້ນ”.


ແລະ ການ​ຖິ້ມໃຈເກົ່າເອົາໃຈໃໝ່​ເພື່ອ​ການອະໄພ​ບາບ​ຈະ​ຖືກ​ປະກາດ​ໃນ​ນາມ​ຂອງ​ພຣະອົງ​ແກ່​ທຸກ​ຊົນຊາດ, ເຊິ່ງ​ເລີ່ມ​ຕັ້ງແຕ່​ທີ່​ເຢຣູຊາເລັມ.


ພວກເຈົ້າ​ຊາວ​ຊາມາເຣຍ​ນະມັດສະການ​ສິ່ງ​ທີ່​ພວກເຈົ້າ​ບໍ່​ຮູ້ຈັກ, ສ່ວນ​ພວກເຮົາ​ນະມັດສະການ​ສິ່ງ​ທີ່​ພວກເຮົາ​ຮູ້ຈັກ ເພາະ​ຄວາມພົ້ນ​ມາ​ທາງ​ຊາວ​ຢິວ.


ແຕ່​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ລິດອຳນາດ ເມື່ອ​ພຣະວິນຍານບໍລິສຸດເຈົ້າ​ມາ​ຢູ່​ເທິງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ເປັນ​ພະຍານ​ຝ່າຍ​ເຮົາ​ໃນ​ເຢຣູຊາເລັມ ແລະ ຕະຫລອດ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ ຈົນ​ເຖິງ​ສຸດປາຍ​ແຜ່ນດິນໂລກ”.


“ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ ແລະ ທ່ານ​ຊາວຕ່າງຊາດ​ທັງຫລາຍ​ຜູ້​ຢຳເກງ​ພຣະເຈົ້າ, ເລື່ອງລາວ​ແຫ່ງ​ຄວາມພົ້ນ​ນີ້​ຖືກ​ສົ່ງ​ມາ​ກໍ​ເພື່ອ​ພວກເຮົາ.


ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ ໄດ້​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມເຈັບປວດ, ອອກ​ຈາກ​ອຳນາດ​ແຫ່ງ​ຄວາມຕາຍ, ເພາະ​ຄວາມຕາຍ​ບໍ່​ສາມາດ​ຈະ​ກັກ​ຈ່ອງ​ພຣະອົງ​ໄວ້​ໄດ້.


ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ຜູ້​ນີ້​ໃຫ້​ເປັນຄືນມາຈາກຕາຍ ແລະ ພວກຂ້າພະເຈົ້າ​ທຸກຄົນ​ຕ່າງ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ຄວາມຈິງ​ນີ້.


ທຳອິດ ຂ້ານ້ອຍ​ໄດ້​ປະກາດ​ແກ່​ຄົນ​ທັງຫລາຍ​ໃນ​ເມືອງ​ດາມັສກັດ, ຈາກນັ້ນ​ກໍ​ໄດ້​ປະກາດ​ແກ່​ຄົນ​ທັງຫລາຍ​ໃນ​ນະຄອນ​ເຢຣູຊາເລັມ ແລະ ທົ່ວ​ແຂວງ​ຢູດາຍ ແລະ ແກ່​ຄົນຕ່າງຊາດ​ເໝືອນກັນ, ຂ້ານ້ອຍ​ໄດ້​ປະກາດ​ວ່າ​ໃຫ້​ພວກເຂົາ​ຖິ້ມໃຈເກົ່າເອົາໃຈໃໝ່, ຫັນ​ມາຫາ​ພຣະເຈົ້າ ແລະ ສະແດງ​ໃຫ້​ເຫັນ​ການກັບໃຈໃໝ່​ດ້ວຍ​ການກະທຳ​ຂອງ​ຕົນ.


ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ຂອງ​ພຣະອົງ ເຊິ່ງ​ທ່ານ​ທັງຫລາຍ​ໄດ້​ມອບ​ພຣະອົງ​ໃຫ້​ໄປ​ຖືກ​ຂ້າ ແລະ ໄດ້​ປະຕິເສດ​ພຣະອົງ​ຕໍ່ໜ້າ​ປີລາດ, ເຖິງ​ແມ່ນ​ວ່າ​ປີລາດ​ຕັ້ງໃຈ​ໄວ້​ແລ້ວ​ຈະ​ປ່ອຍ​ພຣະອົງ​ໄປ.


ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ພຣະອົງ​ຜູ້​ທີ່​ໃຫ້​ຊີວິດ, ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ, ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.


ແລະ ເພື່ອ​ພຣະອົງ​ຈະ​ສົ່ງ​ພຣະເຢຊູເຈົ້າ​ຜູ້​ທີ່​ຖືກ​ແຕ່ງຕັ້ງ​ໄວ້​ເປັນ​ພຣະເມຊີອາ​ເພື່ອ​ພວກທ່ານ.


ເພາະ​ໂມເຊ​ໄດ້​ກ່າວ​ໄວ້​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກທ່ານ​ຈະ​ຕັ້ງ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຂຶ້ນ​ມາ​ຈາກ​ພີ່ນ້ອງ​ຂອງ​ພວກທ່ານ ເໝືອນ​ກັບ​ຂ້າພະເຈົ້າ; ພວກທ່ານ​ຕ້ອງ​ເຊື່ອຟັງ​ທຸກສິ່ງ​ທີ່​ເພິ່ນ​ບອກ.


ແລະ ທ່ານ​ທັງຫລາຍ​ເປັນ​ຜູ້ຮັບມໍລະດົກ​ຂອງ​ບັນດາ​ຜູ້ທຳນວາຍ ແລະ ຂອງ​ພັນທະສັນຍາ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກທ່ານ. ພຣະອົງ​ໄດ້​ກ່າວ​ກັບ​ອັບຣາຮາມ​ວ່າ, ‘ປະຊາຊາດ​ທົ່ວ​ໂລກ​ຈະ​ໄດ້​ຮັບ​ພອນ​ຜ່ານທາງ​ເຊື້ອສາຍ​ຂອງ​ເຈົ້າ’.


ດ້ວຍວ່າ ເຮົາ​ບໍ່​ອາຍ​ເລື່ອງ​ຂ່າວປະເສີດ, ເພາະວ່າ​ຂ່າວປະເສີດ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ນໍາ​ເອົາ​ຄວາມພົ້ນ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ​ຄື: ຄົນ​ຢິວ​ກ່ອນ ແລະ ຈາກນັ້ນ​ກໍ​ໄປ​ເຖິງ​ຄົນຕ່າງຊາດ.


ເຮົາ​ຮູ້​ວ່າ ເມື່ອ​ມາຫາ​ພວກເຈົ້າ​ນັ້ນ ເຮົາ​ຈະ​ມາ​ພ້ອມ​ດ້ວຍ​ພອນ​ອັນ​ບໍລິບູນ​ຂອງ​ພຣະຄຣິດເຈົ້າ.


ດ້ວຍວ່າ ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ​ພຣະຄຣິດເຈົ້າ​ໄດ້​ກາຍເປັນ​ຜູ້ຮັບໃຊ້​ຂອງ​ພວກ​ຢິວ ທີ່​ເປັນ​ການສະແດງ​ຄວາມຈິງ​ຂອງ​ພຣະເຈົ້າ ເພື່ອ​ຢືນຢັນ​ຄຳ​ສັນຍາ​ທີ່​ໄດ້​ໃຫ້​ໄວ້​ກັບ​ບັນດາ​ບັນພະບຸລຸດ


ຂໍ​ໃຫ້​ຄຳສັນລະເສີນ​ຈົ່ງ​ມີ​ແກ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ຜູ້​ໃຫ້​ພອນ​ໃນ​ສະຫວັນ​ສະຖານ​ໃຫ້​ແກ່​ພວກເຮົາ​ດ້ວຍ​ພຣະພອນ​ຝ່າຍ​ວິນຍານ​ທຸກ​ຢ່າງ​ໃນ​ພຣະຄຣິດເຈົ້າ.


ສັນລະເສີນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ດ້ວຍ​ຄວາມເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ໄດ້​ໃຫ້​ພວກເຮົາ​ໄດ້​ບັງເກີດ​ໃໝ່​ເຂົ້າ​ໃນ​ຄວາມຫວັງ​ອັນ​ມີຊີວິດ​ຢູ່​ຜ່ານທາງ​ການເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


ຢ່າ​ເຮັດ​ຄວາມຊົ່ວ​ຕອບ​ແທນ​ຄວາມຊົ່ວ ຫລື ຢ່າ​ດ່າ​ຕອບແທນ​ຄົນ​ທີ່​ດ່າ. ໃນ​ທາງ​ກົງກັນຂ້າມ, ຈົ່ງ​ຕອບແທນ​ຄວາມຊົ່ວ​ດ້ວຍ​ຄຳອວຍພອນ ເພາະວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ຢ່າງ​ນີ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ພອນ​ເປັນ​ມໍລະດົກ.


ແດ່​ພຣະອົງ​ຜູ້​ສາມາດ​ຄຸ້ມຄອງ​ພວກເຈົ້າ​ບໍ່​ໃຫ້​ລົ້ມລົງ ແລະ ໃຫ້​ພວກເຈົ້າ​ຢູ່​ຕໍ່ໜ້າ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ບໍ່ມີຕຳໜິ ແລະ ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່


Jiwasaru arktasipxañani:

Anuncios ukanaka


Anuncios ukanaka