Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 3:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ສະຫວັນ​ຈະ​ຕ້ອງ​ຮັບ​ພຣະອົງ​ໄວ້​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ພຣະເຈົ້າ​ຟື້ນຟູ​ໃຫ້​ທຸກສິ່ງ​ນັ້ນ​ດີ​ເໝືອນ​ເດີມ ຕາມ​ທີ່​ໄດ້​ສັນຍາ​ໄວ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະອົງ​ຕັ້ງ​ແຕ່​ດົນນານ​ມາ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ໃນ​ເວລາ​ນີ້​ພຣະອົງ​ຈຳ​ຕ້ອງ​ຢູ່​ໃນ​ສະຫວັນ ຈົນກວ່າ​ເຖິງ​ເວລາ​ທີ່​ທຸກສິ່ງ​ຈະ​ຖືກ​ຕັ້ງ​ຂຶ້ນ​ໃໝ່ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ໂດຍ​ທາງ​ບັນດາ​ຜູ້ທຳນວາຍ​ບໍຣິສຸດ​ຂອງ​ພຣະອົງ ຕັ້ງແຕ່​ດົນນານ​ມາ​ແລ້ວ.

Uka jalj uñjjattʼäta Copia luraña




ກິດຈະການ 3:21
16 Jak'a apnaqawi uñst'ayäwi  

(ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ຜ່ານ​ບັນດາ​ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະອົງ​ຕັ້ງແຕ່​ສະໄໝ​ບູຮານ),


ແລະ ພວກເພິ່ນ​ຈຶ່ງ​ກ່າວ​ວ່າ, “ຊາວ​ຄາລີເລ​ເອີຍ, ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຢືນ​ເບິ່ງ​ທ້ອງຟ້າ​ຢູ່​ບ່ອນ​ນີ້? ພຣະເຢຊູເຈົ້າ​ອົງ​ດຽວ​ກັນ​ນີ້​ທີ່​ຖືກ​ຮັບ​ໄປ​ຈາກ​ພວກເຈົ້າ​ຂຶ້ນ​ສູ່​ສະຫວັນ​ນັ້ນ ຈະ​ກັບ​ຄືນ​ມາ​ອີກ​ໃນ​ແບບ​ດຽວ​ກັນ​ກັບ​ທີ່​ພວກທ່ານ​ໄດ້​ເຫັນ​ພຣະອົງ​ຂຶ້ນ​ສູ່​ສະຫວັນ”.


ຜູ້ທຳນວາຍ​ທັງໝົດ​ກໍ​ຢືນຢັນ​ກ່ຽວກັບ​ພຣະອົງ​ວ່າ, ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ຜ່ານທາງ​ນາມ​ຂອງ​ພຣະອົງ”.


ດັ່ງນັ້ນ, ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຫັນ​ຄືນ​ມາ​ຫາ​ພຣະເຈົ້າ, ເພື່ອ​ວ່າ​ບາບ​ທັງຫລາຍ​ຂອງ​ພວກທ່ານ​ຈະ​ຖືກ​ລຶບລ້າງ​ອອກ​ໄປ, ເວລາ​ແຫ່ງ​ຄວາມ​ສົດຊື່ນ​ຈະ​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ,


ແລະ ເພື່ອ​ພຣະອົງ​ຈະ​ສົ່ງ​ພຣະເຢຊູເຈົ້າ​ຜູ້​ທີ່​ຖືກ​ແຕ່ງຕັ້ງ​ໄວ້​ເປັນ​ພຣະເມຊີອາ​ເພື່ອ​ພວກທ່ານ.


ວ່າ, ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ຈະ​ໄດ້​ຮັບ​ການປົດປ່ອຍ​ຈາກ​ການຜູກມັດ​ໃຫ້​ຕ້ອງ​ເສື່ອມສູນ ແລະ ຈະ​ຖືກ​ນຳ​ເຂົ້າ​ສູ່​ເສລີພາບ​ອັນ​ຮຸ່ງເຮືອງ​ຂອງ​ບຸດ​ທັງຫລາຍຂອງ​ພຣະເຈົ້າ.


ໃນ​ອະດີດ​ພຣະເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ຜ່ານທາງ​ຜູ້ທຳນວາຍ​ຫລາຍ​ເທື່ອ ແລະ ໂດຍ​ວິທີການ​ຕ່າງໆ,


ເພາະ​ຄຳ​ເປີດເຜີຍ​ນັ້ນ​ບໍ່​ເຄີຍ​ເກີດ​ຂຶ້ນ​ຈາກ​ເຈດຕະນາ​ຂອງ​ມະນຸດ ເຖິງ​ແມ່ນ​ວ່າ​ຜູ້ທຳນວາຍ​ຈະ​ເປັນ​ມະນຸດ ກໍ​ກ່າວ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ນຳ​ພວກເພິ່ນ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ພວກ​ຜູ້ທຳນວາຍ​ບໍລິສຸດ​ກ່າວ​ໄວ້​ໃນ​ເມື່ອກ່ອນ​ນັ້ນ ແລະ ລະນຶກ​ເຖິງ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ໄດ້​ສັ່ງ​ຜ່ານທາງ​ພວກ​ອັກຄະສາວົກ​ຂອງ​ພວກເຈົ້າ.


“ຟ້າ​ສະຫວັນ​ເອີຍ! ຈົ່ງ​ຊື່ນຊົມຍິນດີ​ເພາະ​ນະຄອນ​ນີ້, ຄົນ​ຂອງ​ພຣະເຈົ້າ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ເພາະ​ພຣະເຈົ້າ​ໄດ້​ພິພາກສາ​ນະຄອນ​ນີ້​ແລ້ວ ດ້ວຍ​ການ​ລົງໂທດ​ນະຄອນ​ນີ້​ທີ່​ໄດ້​ເຮັດ​ຜິດ​ກັບ​ພວກເຈົ້າ”.


ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຂໍ້ຄວາມ​ເຫລົ່ານີ້​ເຊື່ອຖືໄດ້ ແລະ ເປັນ​ຄວາມ​ຈິງ. ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ທີ່​ດົນໃຈ​ບັນດາ​ຜູ້ທຳນວາຍ​ນັ້ນ, ພຣະອົງ​ໄດ້​ສົ່ງ​ເທວະດາ​ຂອງ​ພຣະອົງ​ມາ​ສະແດງ​ແກ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໃຫ້​ເຫັນ​ສິ່ງ​ຕ່າງໆ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ໄວໆ​ນີ້”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka