Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 3:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ຄົນຂາເປ້ຍ​ມາ​ຕັ້ງແຕ່​ເກີດ​ຖືກ​ຫາມ​ມາ​ທີ່​ປະຕູ​ວິຫານ​ທີ່​ເອີ້ນ​ວ່າ​ປະຕູ​ງາມ, ເຊິ່ງ​ເປັນ​ບ່ອນ​ທີ່​ລາວ​ຖືກ​ຫາມ​ມາ​ວາງ​ໄວ້​ທຸກ​ມື້​ເພື່ອ​ຂໍທານ​ຈາກ​ຄົນ​ທີ່​ຈະ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ທາງ​ເຂົ້າ​ພຣະວິຫານ​ມີ​ຊື່​ວ່າ​ປະຕູ​ງາມ ມີ​ຊາຍ​ຜູ້ໜຶ່ງ​ເປັນ​ຄົນເປ້ຍ​ມາ​ແຕ່​ເກີດ, ແຕ່ລະ​ວັນ ລາວ​ໄດ້​ຖືກ​ຫາມ​ມາ​ວາງ​ໄວ້​ທີ່​ນັ້ນ ເພື່ອ​ຂໍທານ​ນຳ​ຄົນ​ທີ່​ເຂົ້າ​ໄປ​ໃນ​ພຣະວິຫານ.

Uka jalj uñjjattʼäta Copia luraña




ກິດຈະການ 3:2
9 Jak'a apnaqawi uñst'ayäwi  

ມີ​ຂໍທານ​ຄົນ​ໜຶ່ງ​ຊື່​ລາຊາໂຣ ມີ​ບາດແຜ​ເຕັມ​ໂຕ​ນອນ​ຢູ່​ທີ່​ປະຕູ​ເຮືອນ​ຂອງ​ເສດຖີ


ຂະນະ​ທີ່​ພຣະເຢຊູເຈົ້າ​ມາ​ໃກ້​ເມືອງ​ເຢຣີໂກ, ກໍ​ມີ​ຊາຍ​ຕາບອດ​ຄົນ​ໜຶ່ງ​ກຳລັງ​ນັ່ງ​ຂໍທານ​ຢູ່​ແຄມທາງ.


ເພື່ອນບ້ານ​ຂອງ​ລາວ ແລະ ຜູ້​ທີ່​ເຄີຍ​ເຫັນ​ລາວ​ນັ່ງ​ຂໍທານ​ກໍ​ຖາມ​ກັນ​ວ່າ, “ຄົນ​ນີ້​ບໍ່​ແມ່ນ​ຄົນ​ທີ່​ເຄີຍ​ນັ່ງ​ຂໍທານ​ນັ້ນ​ບໍ?”


ແລ້ວ ເວົ້າ​ວ່າ, ‘ໂກເນລີໂອ​ເອີຍ ພຣະເຈົ້າ​ໄດ້​ຍິນ​ຄຳອະທິຖານ​ຂອງ​ເຈົ້າ ແລະ ໄດ້​ລະນຶກ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ໃຫ້​ແກ່​ຄົນຍາກຈົນ​ແລ້ວ.


ໂກເນລີໂອ​ໄດ້​ຈ້ອງ​ເບິ່ງ​ເທວະດາ​ຕົນ​ນັ້ນ​ດ້ວຍ​ຄວາມຢ້ານ. ເພິ່ນ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ, ມີ​ຫຍັງ​ບໍ?” ເທວະດາ​ຕອບ​ວ່າ, “ຄຳອະທິຖານ​ຂອງ​ເຈົ້າ ແລະ ສິ່ງ​ທີ່​ເຈົ້າ​ໃຫ້​ແກ່​ຄົນຍາກຈົນ​ນັ້ນ​ຂຶ້ນ​ໄປ​ເປັນ​ເຄື່ອງບູຊາ​ໃຫ້​ຈົດຈຳ​ຕໍ່ໜ້າ​ພຣະເຈົ້າ​ແລ້ວ.


ທີ່​ເມືອງ​ລີສະຕຣາ ມີ​ຊາຍ​ພິການ​ຄົນ​ໜຶ່ງ​ນັ່ງ​ຢູ່​ທີ່​ນັ້ນ. ລາວ​ເປັນ​ເປ້ຍ​ມາ​ຕັ້ງແຕ່​ເກີດ ແລະ ບໍ່​ເຄີຍ​ຍ່າງ​ຈັກເທື່ອ.


ພວກເຂົາ​ຈຶ່ງ​ຈື່​ໄດ້​ວ່າ​ລາວ​ເປັນ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ເຄີຍ​ນັ່ງ​ຂໍທານ​ຢູ່​ທີ່​ປະຕູ​ງາມ​ຂອງ​ວິຫານ, ແລ້ວ​ພວກເຂົາ​ຈຶ່ງ​ປະຫລາດໃຈ ແລະ ອັດສະຈັນໃຈ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ຊາຍ​ຄົນ​ນີ້.


ເພາະ​ຊາຍ​ຄົນ​ທີ່​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ​ຢ່າງ​ອັດສະຈັນ​ນັ້ນ​ມີ​ອາຍຸ​ເກີນ​ກວ່າ​ສີ່ສິບ​ປີ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka