ກິດຈະການ 3:18 - ພຣະຄຳພີລາວສະບັບສະໄໝໃໝ່18 ແຕ່ພຣະເຈົ້າໄດ້ໃຫ້ສິ່ງນີ້ເກີດຂຶ້ນເພື່ອຈະເປັນຈິງຕາມທີ່ໄດ້ກ່າວໄວ້ລ່ວງໜ້າຜ່ານທາງຜູ້ທຳນວາຍທັງໝົດວ່າ ພຣະຄຣິດເຈົ້າຂອງພຣະອົງຕ້ອງທົນທຸກທໍລະມານ. Uka jalj uñjjattʼätaພຣະຄຳພີສັກສິ18 ແຕ່ເຫດເຫຼົ່ານັ້ນ ທີ່ພຣະເຈົ້າໄດ້ຊົງປະກາດໄວ້ລ່ວງໜ້າ ໂດຍປາກຂອງພວກຜູ້ທຳນວາຍທັງໝົດວ່າ, ພຣະຄຣິດຂອງພຣະເຈົ້າຕ້ອງທົນທຸກທໍລະມານ ພຣະອົງຈຶ່ງຊົງໃຫ້ສຳເລັດດັ່ງນີ້. Uka jalj uñjjattʼäta |
ພວກເຂົາໄດ້ນັດໝາຍວັນທີ່ຈະພົບກັບໂປໂລ, ແລະ ຄົນເປັນຈຳນວນຫລາຍພາກັນມາຍັງທີ່ພັກຂອງເພິ່ນ. ເພິ່ນເປັນພະຍານແກ່ພວກເຂົາຕັ້ງແຕ່ເຊົ້າຈົນຄ່ຳ, ເພິ່ນອະທິບາຍເລື່ອງອານາຈັກຂອງພຣະເຈົ້າ ແລະ ອະທິບາຍຈາກເລື່ອງກົດບັນຍັດຂອງໂມເຊ ແລະ ຈາກບັນດາຜູ້ທຳນວາຍ ເພິ່ນພະຍາຍາມຊັກຊວນໃຫ້ພວກເຂົາເຊື່ອພຣະເຢຊູເຈົ້າ.
ແລ້ວຂ້າພະເຈົ້າໄດ້ໝອບລົງທີ່ຕີນຂອງເທວະດາເພື່ອນະມັດສະການເພິ່ນ. ແຕ່ເທວະດານັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຮ່ວມຮັບໃຊ້ກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານທີ່ຢຶດໝັ້ນໃນຄຳພະຍານເລື່ອງຂອງພຣະເຢຊູເຈົ້າ. ຈົ່ງນະມັດສະການພຣະເຈົ້າ! ເພາະແມ່ນພຣະວິນຍານແຫ່ງການທຳນວາຍທີ່ເປັນພະຍານເລື່ອງພຣະເຢຊູເຈົ້າ”.