Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 3:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ພວກທ່ານ​ໄດ້​ປະຕິເສດ​ອົງ​ບໍລິສຸດ ແລະ ຊອບທຳ, ແຕ່​ຂໍ​ໃຫ້​ປ່ອຍ​ຜູ້ຮ້າຍ​ຂ້າຄົນ​ໃຫ້​ແກ່​ພວກທ່ານ​ແທນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ແຕ່​ພວກທ່ານ​ຍັງ​ໄດ້​ປະຕິເສດ​ພຣະອົງ ຜູ້​ບໍຣິສຸດ​ແລະ​ຊອບທຳ, ແຕ່​ຂໍຮ້ອງ​ປີລາດ​ໃຫ້​ເຮັດ​ຕາມ​ໃຈ​ພວກທ່ານ ໂດຍ​ໃຫ້​ເພິ່ນ​ປ່ອຍ​ຜູ້​ຂ້າ​ຄົນ​ໃຫ້​ແກ່​ທ່ານ​ທັງຫລາຍ.

Uka jalj uñjjattʼäta Copia luraña




ກິດຈະການ 3:14
22 Jak'a apnaqawi uñst'ayäwi  

ແຕ່​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ໄດ້​ຍຸຍົງ​ປະຊາຊົນ​ເພື່ອ​ຂໍ​ໃຫ້​ປ່ອຍ​ບາຣາບາ ແລະ ໃຫ້​ຂ້າ​ພຣະເຢຊູເຈົ້າ.


“ເຢຊູ​ຊາວ​ນາຊາເຣັດ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ພວກຂ້ານ້ອຍ? ທ່ານ​ມາ​ເພື່ອ​ທຳລາຍ​ພວກຂ້ານ້ອຍ​ບໍ? ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຜູ້ໃດ ທ່ານ​ຄື​ອົງ​ບໍລິສຸດ​ຂອງ​ພຣະເຈົ້າ!”


ແຕ່​ພວກ​ຫົວໜ້າ​ປະໂລຫິດ​ໄດ້​ຍຸຍົງ​ປະຊາຊົນ​ໃຫ້​ຮ້ອງຂໍ​ປີລາດ​ໃຫ້​ປ່ອຍ​ບາຣາບາ​ແທນ.


ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ບາຣາບາ ຖືກ​ຂັງຄຸກ​ຮ່ວມ​ກັບ​ພວກກະບົດ​ທີ່​ໄດ້​ຂ້າ​ຄົນ​ໃນ​ການກະບົດ​ນັ້ນ.


ເທວະດາ​ນັ້ນ​ໄດ້​ຕອບ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ຈະ​ລົງ​ມາ​ເທິງ​ເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຈົ້າ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດັ່ງນັ້ນ ອົງ​ບໍລິສຸດ​ທີ່​ຈະ​ເກີດ​ມາ​ຈະ​ໄດ້​ຊື່​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ເພິ່ນ​ໄດ້​ປ່ອຍ​ຄົນ​ທີ່​ຖືກ​ຈັບ​ເຂົ້າ​ຄຸກ​ເພາະ​ກໍ່​ການ​ກະບົດ ແລະ ຂ້າ​ຄົນ, ຜູ້​ທີ່​ພວກເຂົາ​ຮ້ອງຂໍ ແລະ ໄດ້​ຍອມ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ຕາມ​ຄວາມ​ຕ້ອງການ​ຂອງ​ພວກເຂົາ.


ໃນ​ເລື່ອງ​ຄວາມຊອບທຳ ກໍ​ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ ບ່ອນ​ທີ່​ພວກເຈົ້າ​ບໍ່​ສາມາດ​ເຫັນ​ເຮົາ​ອີກ​ຕໍ່ໄປ,


ພວກເຂົາ​ທັງຫລາຍ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ບໍ່, ບໍ່​ແມ່ນ​ຊາຍ​ຄົນ​ນີ້! ປ່ອຍ​ບາຣາບາ​ໃຫ້​ພວກເຮົາ!” ບາຣາບາ​ນັ້ນ​ໄດ້​ມີ​ສ່ວນຮ່ວມ​ໃນ​ການກະບົດ.


ເຖິງ​ແມ່ນ​ວ່າ​ພວກເຂົາ​ຫາ​ເຫດ​ໃຫ້​ຮັບ​ໂທດ​ປະຫານ​ບໍ່​ໄດ້​ກໍ​ຕາມ, ພວກເຂົາ​ກໍ​ຍັງ​ຮ້ອງຂໍ​ໃຫ້​ປີລາດ​ຂ້າ​ພຣະອົງ.


ເພາະ​ພຣະອົງ​ຈະ​ບໍ່​ປະຖິ້ມ​ຂ້ານ້ອຍ​ໄວ້​ໃນ​ແດນຄົນຕາຍ ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ບໍລິສຸດ​ຂອງ​ພຣະອົງ​ສຳພັດ​ກັບ​ຄວາມ​ເປື່ອຍເນົ່າ.


“ແລ້ວ​ເພິ່ນ​ຈຶ່ງ​ເວົ້າ​ວ່າ, ‘ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເລືອກ​ເຈົ້າ​ເພື່ອ​ໃຫ້​ຮູ້​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ໃຫ້​ໄດ້​ເຫັນ​ອົງ​ຜູ້ຊອບທຳ ແລະ ໃຫ້​ໄດ້​ຍິນ​ຖ້ອຍຄຳ​ຈາກ​ປາກ​ຂອງ​ພຣະອົງ.


ຄວາມຈິງ​ແລ້ວ ເຮໂຣດ ແລະ ປົນທຽວ​ປີລາດ​ໄດ້​ມາ​ພົບປະ​ກັນ​ກັບ​ຄົນຕ່າງຊາດ ແລະ ປະຊາຊົນ​ອິດສະຣາເອນ​ໃນ​ນະຄອນ​ນີ້ ເພື່ອ​ຮ່ວມ​ກັນ​ຕໍ່ສູ້​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້.


ມະຫາປະໂລຫິດ​ກ່າວ​ວ່າ, “ພວກເຮົາ​ສັ່ງຫ້າມ​ເດັດຂາດ​ບໍ່​ໃຫ້​ພວກເຈົ້າ​ສັ່ງສອນ​ໃນ​ນາມ​ຊື່​ນີ້, ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຄຳສັ່ງສອນ​ນັ້ນ​ແຜ່​ອອກໄປ​ທົ່ວ​ເຢຣູຊາເລັມ ແລະ ຕັ້ງໃຈ​ເຮັດ​ໃຫ້​ພວກເຮົາ​ມີ​ຄວາມຜິດ​ຍ້ອນ​ຄວາມຕາຍ​ຂອງ​ຊາຍ​ຜູ້​ນີ້”.


ມີ​ຜູ້ທຳນວາຍ​ຄົນໃດ​ແດ່​ທີ່​ບໍ່​ໄດ້​ຖືກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຂົ່ມເຫັງ? ພວກເຂົາ​ຂ້າ​ແມ່ນ​ແຕ່​ບັນດາ​ຜູ້​ທີ່​ທຳນວາຍ​ເຖິງ​ການ​ມາ​ຂອງ​ອົງ​ຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າ​ກໍ​ຍັງ​ທໍລະຍົດ ແລະ ຂ້າ​ພຣະອົງ.


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ພວກເຈົ້າ​ຕັດສິນລົງໂທດ ແລະ ຂ້າ​ຜູ້ບໍລິສຸດ ຜູ້​ທີ່​ບໍ່​ໄດ້​ຕໍ່ຕ້ານ​ພວກເຈົ້າ.


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ຢ່າງ​ນີ້​ກໍ​ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ເຮັດ​ບາບ. ແຕ່​ຖ້າ​ຜູ້ໃດ​ເຮັດ​ບາບ ພວກເຮົາ​ກໍ​ມີ​ຜູ້​ແກ້ຄວາມ​ຕໍ່​ພຣະບິດາເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ອົງ​ຜູ້ຊອບທຳ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ບໍລິສຸດ ແລະ ເປັນ​ຄວາມ​ຈິງ, ຜູ້​ຖື​ກະແຈ​ຂອງ​ດາວິດ. ສິ່ງ​ທີ່​ພຣະອົງ​ເປີດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້ ແລະ ສິ່ງ​ທີ່​ພຣະອົງ​ປິດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ເປີດ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka