ກິດຈະການ 3:12 - ພຣະຄຳພີລາວສະບັບສະໄໝໃໝ່12 ເມື່ອເປໂຕເຫັນຢ່າງນີ້, ເພິ່ນຈຶ່ງກ່າວຕໍ່ພວກເຂົາວ່າ: “ພີ່ນ້ອງຊາວອິດສະຣາເອນ, ເປັນຫຍັງເລື່ອງນີ້ຈຶ່ງເຮັດໃຫ້ພວກທ່ານປະຫລາດໃຈ? ເປັນຫຍັງຈຶ່ງຈ້ອງຕາເບິ່ງຄືກັບວ່າພວກເຮົາເຮັດໃຫ້ຄົນນີ້ຍ່າງໄດ້ດ້ວຍລິດອຳນາດ ຫລື ຄວາມຊອບທຳຂອງພວກເຮົາເອງ? Uka jalj uñjjattʼätaພຣະຄຳພີສັກສິ12 ເມື່ອເປໂຕເຫັນດັ່ງນັ້ນ ຈຶ່ງກ່າວແກ່ປະຊາຊົນວ່າ, “ຊາວອິດສະຣາເອນເອີຍ ເປັນຫຍັງພວກທ່ານຈຶ່ງຈ້ອງຕາເບິ່ງພວກເຮົາຢ່າງປະຫລາດໃຈໃນເລື່ອງນີ້? ພວກທ່ານຄິດວ່າຊາຍຄົນນີ້ ຍ່າງໄດ້ດ້ວຍຣິດອຳນາດຂອງພວກເຮົາຫລື ເພາະວ່າພວກເຮົາເປັນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງຊັ້ນບໍ? Uka jalj uñjjattʼäta |
“ປະຊາຊົນອິດສະຣາເອນ, ຂໍຈົ່ງຟັງສິ່ງນີ້ ພຣະເຢຊູເຈົ້າຊາວນາຊາເຣັດເປັນຜູ້ທີ່ພຣະເຈົ້າໄດ້ສະແດງໃຫ້ພວກທ່ານຮູ້ເຫັນຢ່າງຈະແຈ້ງແລ້ວດ້ວຍການອັດສະຈັນ, ການອິດທິຣິດ ແລະ ດ້ວຍໝາຍສຳຄັນຕ່າງໆ, ເຊິ່ງພຣະເຈົ້າໄດ້ກະທຳໃນທ່າມກາງພວກເຈົ້າຜ່ານທາງພຣະອົງ, ຕາມທີ່ພວກທ່ານເອງກໍຮູ້ເລື່ອງນີ້ຢູ່ແລ້ວ.