Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 3:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ໃນ​ຂະນະ​ທີ່​ຄົນຂໍທານ​ຄົນ​ນັ້ນ​ຍັງ​ຈັບ​ມື​ເປໂຕ ແລະ ໂຢຮັນ​ຢູ່, ປະຊາຊົນ​ທັງໝົດ​ຕ່າງ​ກໍ​ປະຫລາດໃຈ ແລະ ພາກັນ​ແລ່ນ​ມາ​ຫາ​ພວກເພິ່ນ​ໃນ​ບໍລິເວນ​ທີ່​ເອີ້ນ​ວ່າ​ລະບຽງ​ຂອງ​ໂຊໂລໂມນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຂະນະທີ່​ຊາຍ​ຄົນ​ນີ້ ຍັງ​ເກາະ​ແຂນ​ເປໂຕ​ແລະ​ໂຢຮັນ​ຢູ່​ທີ່​ລະບຽງ​ໂຊໂລໂມນ ປະຊາຊົນ​ທັງຫລາຍ​ຕ່າງ​ກໍ​ງຶດ​ປະຫລາດ​ອັດສະຈັນ​ໃຈ ແລະ​ພາກັນ​ແລ່ນ​ມາ​ຫາ​ພວກເພິ່ນ.

Uka jalj uñjjattʼäta Copia luraña




ກິດຈະການ 3:11
9 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໃຊ້​ເປໂຕ​ກັບ​ໂຢຮັນ​ອອກ​ໄປ ໂດຍ​ສັ່ງ​ວ່າ, “ຈົ່ງ​ໄປ​ຈັດຕຽມ​ອາຫານ​ປັດສະຄາ​ໄວ້​ເພື່ອ​ພວກເຮົາ​ຈະ​ໄດ້​ກິນ”.


ຊາຍ​ຄົນ​ທີ່​ຜີມານຮ້າຍ​ໄດ້​ອອກ​ໄປ​ຈາກ​ລາວ​ແລ້ວ​ນັ້ນ​ໄດ້​ຂໍ​ໄປ​ກັບ​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ໄດ້​ສົ່ງ​ລາວ​ກັບ​ຄືນ​ໄປ ແລະ ສັ່ງ​ວ່າ,


ແລະ ພຣະເຢຊູເຈົ້າ​ຍ່າງ​ຢູ່​ທີ່​ລະບຽງ​ຂອງ​ໂຊໂລໂມນ​ໃນ​ເດີ່ນ​ວິຫານ.


ເມື່ອ​ພວກເພິ່ນ​ໄດ້​ຍິນສຽງ​ນີ້​ແລ້ວ ຄົນ​ທັງຫລາຍ​ກໍ​ມາ​ເຕົ້າໂຮມກັນ​ດ້ວຍ​ຄວາມສັບສົນ ເພາະ​ແຕ່ລະຄົນ​ຕ່າງ​ກໍ​ໄດ້​ຍິນ​ພວກເຂົາ​ເວົ້າ​ພາສາ​ຂອງ​ຕົນ.


ເມື່ອ​ເປໂຕ​ເຫັນ​ຢ່າງ​ນີ້, ເພິ່ນ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ: “ພີ່ນ້ອງ​ຊາວ​ອິດສະຣາເອນ, ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ເຮັດ​ໃຫ້​ພວກທ່ານ​ປະຫລາດໃຈ? ເປັນ​ຫຍັງ​ຈຶ່ງ​ຈ້ອງຕາ​ເບິ່ງ​ຄື​ກັບ​ວ່າ​ພວກເຮົາ​ເຮັດ​ໃຫ້​ຄົນ​ນີ້​ຍ່າງ​ໄດ້​ດ້ວຍ​ລິດອຳນາດ ຫລື ຄວາມຊອບທຳ​ຂອງ​ພວກເຮົາ​ເອງ?


ເມື່ອ​ລາວ​ເຫັນ​ເປໂຕ ແລະ ໂຢຮັນ​ກຳລັງ​ຈະ​ເຂົ້າ​ໄປ, ລາວ​ຈຶ່ງ​ຂໍ​ເງິນ​ນຳ​ພວກເພິ່ນ.


ເປໂຕ​ໄດ້​ຈ້ອງຕາ​ເບິ່ງ​ທີ່​ລາວ, ສ່ວນ​ໂຢຮັນ​ກໍ​ເໝືອນກັນ. ແລ້ວ​ເປໂຕ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ເບິ່ງ​ພວກເຮົາ​ແມ!”


ພວກ​ອັກຄະສາວົກ​ໄດ້​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ. ແລະ ຜູ້ທີ່ເຊື່ອ​ທັງໝົດ​ມັກ​ມາ​ເຕົ້າໂຮມກັນ​ທີ່​ລະບຽງ​ຂອງ​ໂຊໂລໂມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka