Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 3:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ພວກເຂົາ​ຈຶ່ງ​ຈື່​ໄດ້​ວ່າ​ລາວ​ເປັນ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ເຄີຍ​ນັ່ງ​ຂໍທານ​ຢູ່​ທີ່​ປະຕູ​ງາມ​ຂອງ​ວິຫານ, ແລ້ວ​ພວກເຂົາ​ຈຶ່ງ​ປະຫລາດໃຈ ແລະ ອັດສະຈັນໃຈ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ຊາຍ​ຄົນ​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ຈຶ່ງ​ຈື່​ໄດ້​ວ່າ ລາວ​ເປັນ​ຄົນເປ້ຍ​ທີ່​ເຄີຍ​ນັ່ງ​ຂໍທານ​ທີ່​ປະຕູ​ງາມ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ອັດສະຈັນ​ໃຈ ໃນ​ເຫດການ​ທີ່​ເກີດຂຶ້ນ​ກັບ​ຄົນ​ນີ້.

Uka jalj uñjjattʼäta Copia luraña




ກິດຈະການ 3:10
12 Jak'a apnaqawi uñst'ayäwi  

ແລະ ເມື່ອ​ຄົນ​ຢູ່​ທີ່​ນັ້ນ​ຈື່​ພຣະເຢຊູເຈົ້າ​ໄດ້​ແລ້ວ, ພວກເຂົາ​ກໍ​ສົ່ງ​ຂ່າວ​ໄປ​ທົ່ວ​ຂົງເຂດ​ເມືອງ​ນັ້ນ. ປະຊາຊົນ​ຈຶ່ງ​ນໍາ​ບັນດາ​ຄົນເຈັບປ່ວຍ​ທຸກຄົນ​ມາ​ຫາ​ພຣະອົງ


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ຖ້ອຍຄຳ​ເຫລົ່ານີ້​ແມ່ນ​ຫຍັງ? ເພາະວ່າ​ເພິ່ນ​ໄດ້​ສັ່ງ​ວິນຍານສົກກະປົກ​ເຫລົ່ານີ້​ດ້ວຍ​ສິດອຳນາດ ແລະ ລິດເດດ ແລ້ວ​ມັນ​ກໍ​ອອກ​ມາ!”


ພວກເຂົາ​ທັງຫລາຍ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ. ໃນ​ຂະນະ​ທີ່​ທຸກຄົນ​ຍັງ​ປະຫລາດໃຈ​ໃນ​ທຸກສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ຢູ່​ນັ້ນ, ພຣະອົງ​ກໍ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ,


ເພາະ​ພຣະບິດາ​ຮັກ​ພຣະບຸດ ແລະ ສະແດງ​ໃຫ້​ພຣະບຸດ​ເຫັນ​ທຸກສິ່ງ​ທີ່​ພຣະອົງ​ເອງ​ກະທຳ​ຢູ່. ແລ້ວ​ພຣະອົງ​ຈະ​ສະແດງ​ໃຫ້​ພຣະບຸດ​ເຫັນ​ສິ່ງ​ຍິ່ງໃຫຍ່​ກວ່າ​ນີ້​ອີກ ເພື່ອ​ວ່າ​ພວກເຈົ້າ​ຈະ​ປະຫລາດໃຈ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ບໍ່​ແມ່ນ​ຊາຍ​ຄົນ​ນີ້ ຫລື ພໍ່​ແມ່​ຂອງ​ລາວ​ທີ່​ເຮັດບາບ ແຕ່​ສິ່ງ​ນີ້​ເກີດຂຶ້ນ​ເພື່ອ​ພາລະກິດ​ຂອງ​ພຣະເຈົ້າ​ຈະ​ສະແດງ​ໃນ​ຊີວິດ​ຂອງ​ລາວ.


ເພື່ອນບ້ານ​ຂອງ​ລາວ ແລະ ຜູ້​ທີ່​ເຄີຍ​ເຫັນ​ລາວ​ນັ່ງ​ຂໍທານ​ກໍ​ຖາມ​ກັນ​ວ່າ, “ຄົນ​ນີ້​ບໍ່​ແມ່ນ​ຄົນ​ທີ່​ເຄີຍ​ນັ່ງ​ຂໍທານ​ນັ້ນ​ບໍ?”


ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ ແລະ ສັບສົນ, ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ສິ່ງ​ນີ້​ໝາຍຄວາມ​ວ່າ​ແນວ​ໃດ?”


ພວກເຂົາ​ຈຶ່ງ​ຖາມ​ດ້ວຍ​ຄວາມປະຫລາດໃຈ​ທີ່ສຸດ​ວ່າ, “ຄົນ​ເຫລົ່ານີ້​ທີ່​ກຳລັງ​ເວົ້າ​ຢູ່​ແມ່ນ​ຊາວ​ຄາລີເລ​ທັງໝົດ​ບໍ່​ແມ່ນ​ບໍ?


ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ຄົນຂາເປ້ຍ​ມາ​ຕັ້ງແຕ່​ເກີດ​ຖືກ​ຫາມ​ມາ​ທີ່​ປະຕູ​ວິຫານ​ທີ່​ເອີ້ນ​ວ່າ​ປະຕູ​ງາມ, ເຊິ່ງ​ເປັນ​ບ່ອນ​ທີ່​ລາວ​ຖືກ​ຫາມ​ມາ​ວາງ​ໄວ້​ທຸກ​ມື້​ເພື່ອ​ຂໍທານ​ຈາກ​ຄົນ​ທີ່​ຈະ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka