Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 28:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ຊາວເກາະ​ໄດ້​ສະແດງ​ຄວາມເມດຕາ​ຕໍ່​ພວກເຮົາ​ຢ່າງ​ດີ​ທີ່ສຸດ. ພວກເຂົາ​ດັງໄຟ​ຕ້ອນຮັບ​ພວກເຮົາ​ທຸກຄົນ​ເພາະ​ຝົນຕົກ ແລະ ກໍ​ໜາວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຄົນ​ພື້ນ​ເມືອງ​ໃນ​ທີ່​ນີ້ ໄດ້​ສະແດງ​ຄວາມ​ເປັນ​ມິດ​ແກ່​ພວກເຮົາ​ຢ່າງດີ​ທີ່ສຸດ ຝົນ​ກໍໄດ້​ຕົກ ແລະ​ອາກາດ​ກໍ​ໜາວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ດັງ​ໄຟ​ຕ້ອນຮັບ​ພວກເຮົາ​ທັງໝົດ.

Uka jalj uñjjattʼäta Copia luraña




ກິດຈະການ 28:2
19 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ທີ່​ເອົາ​ນ້ຳ​ເຢັນ​ແມ່ນ​ແຕ່​ຈອກ​ໜຶ່ງ​ໃຫ້​ຜູ້​ໜຶ່ງ​ໃນ​ບັນດາ​ຄົນ​ຕໍ່າຕ້ອຍ​ເຫລົ່ານີ້​ເພາະ​ລາວ​ເປັນ​ສາວົກ​ຂອງ​ເຮົາ, ຜູ້​ນັ້ນ​ກໍ​ຈະ​ບໍ່​ຂາດ​ບຳເໜັດ​ຂອງ​ຕົນ​ແນ່ນອນ”.


ຂະນະ​ນັ້ນ​ອາກາດ​ໜາວເຢັນ, ພວກ​ຄົນຮັບໃຊ້ ແລະ ພວກ​ເຈົ້າໜ້າທີ່​ຢືນ​ຢູ່​ອ້ອມ​ກອງໄຟ​ທີ່​ພວກເຂົາ​ດັງ​ຂຶ້ນ​ເພື່ອ​ເຮັດ​ໃຫ້​ອຸ່ນ. ເປໂຕ​ກໍ​ຢືນ​ຝີງໄຟ​ກັບ​ພວກເຂົາ​ເໝືອນກັນ.


ວັນ​ຕໍ່ມາ ພວກເຮົາ​ຈອດ​ທີ່​ເມືອງ​ຊີໂດນ; ຝ່າຍ​ຢູລີໂອ ມີ​ຄວາມເມດຕາ​ຕໍ່​ໂປໂລ ຈຶ່ງ​ອະນຸຍາດ​ໃຫ້​ເພິ່ນ​ໄປ​ຫາ​ເພື່ອນ​ຂອງ​ເພິ່ນ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈຳເປັນ​ໃຫ້​ແກ່​ເພິ່ນ.


ໂປໂລ​ເກັບເອົາ​ກິ່ງໄມ້​ມາ​ມັດ​ໜຶ່ງ, ຂະນະ​ທີ່​ເພິ່ນ​ກຳລັງ​ເອົາ​ໄມ້​ມັດ​ໃສ່​ໄຟ​ຢູ່​ທີ່​ນັ້ນ ກໍ​ມີ​ງູພິດ​ໂຕ​ໜຶ່ງ​ເມື່ອ​ຖືກ​ຄວາມຮ້ອນ​ຈຶ່ງ​ອອກມາ​ຂົບ​ຕິດ​ຢູ່​ທີ່​ມື​ຂອງ​ເພິ່ນ.


ເມື່ອ​ຊາວເກາະ​ເຫັນ​ງູ​ຫ້ອຍ​ຢູ່​ທີ່​ມື​ຂອງ​ໂປໂລ, ພວກເຂົາ​ກໍ​ເວົ້າ​ກັນ​ວ່າ, “ຊາຍ​ຜູ້​ນີ້​ຕ້ອງ​ເປັນ​ຜູ້ຂ້າຄົນ​ແນ່ນອນ; ເພາະ​ເຖິງ​ແມ່ນວ່າ​ລາວ​ລອດຕາຍ​ຈາກ​ທະເລ, ແຕ່​ເຈົ້າ​ແຫ່ງ​ຄວາມຍຸຕິທຳ​ກໍ​ຍັງ​ບໍ່​ປ່ອຍ​ໃຫ້​ລາວ​ມີຊີວິດ​ຢູ່”.


ເຮົາ​ມີ​ພັນທະ​ຕໍ່​ທັງ​ຊາວ​ກຣີກ ແລະ ຜູ້​ທີ່​ບໍ່​ແມ່ນ​ຊາວ​ກຣີກ, ທັງ​ຕໍ່​ຄົນມີປັນຍາ ແລະ ທັງ​ຕໍ່​ຄົນໂງ່.


ຈົ່ງ​ຍອມຮັບ​ຜູ້​ທີ່​ອ່ອນແອ​ໃນ​ຄວາມເຊື່ອ ໂດຍ​ບໍ່​ການຜິດຖຽງກັນ​ໃນ​ເລື່ອງ​ຄວາມເຫັນແຕກຕ່າງກັນ.


ຄົນ​ທີ່​ກິນ​ທຸກ​ຢ່າງ​ກໍ​ຢ່າ​ໄດ້​ໝິ່ນປະໝາດ​ຄົນ​ທີ່​ບໍ່​ກິນ ແລະ ຄົນ​ທີ່​ບໍ່​ກິນ​ກໍ​ຢ່າ​ໄດ້​ຕັດສິນ​ຄົນ​ທີ່​ກິນ ເພາະ​ພຣະເຈົ້າ​ໄດ້​ຍອມຮັບ​ພວກເຂົາ​ແລ້ວ.


ຜູ້​ທີ່​ບໍ່​ໄດ້​ຮັບພິທີຕັດ​ທາງ​ກາຍ​ແຕ່​ຍັງ​ເຮັດ​ຕາມ​ກົດບັນຍັດ ຈະ​ລົງໂທດ​ພວກເຈົ້າ​ຜູ້​ລະເມີດ​ກົດບັນຍັດ ເຖິງວ່າ​ພວກເຈົ້າ​ມີ​ກົດບັນຍັດ​ເປັນ​ຕົວອັກສອນ ແລະ ໄດ້​ຮັບ​ພິທີຕັດ​ແລ້ວ.


ຖ້າ​ເຮົາ​ບໍ່​ເຂົ້າໃຈ​ຄວາມໝາຍ​ຂອງ​ສິ່ງ​ທີ່​ບາງຄົນ​ກຳລັງ​ເວົ້າ​ຢູ່​ນັ້ນ, ເຮົາ​ກໍ​ເປັນ​ຄົນຕ່າງດ້າວ​ຕໍ່​ຜູ້ເວົ້າ ແລະ ຜູ້ເວົ້າ​ກໍ​ເປັນ​ຄົນຕ່າງດ້າວ​ຕໍ່​ເຮົາ.


ເຮົາ​ໄດ້​ທຳງານ​ໜັກ ແລະ ລຳບາກ, ອົດ​ນອນ​ຢູ່​ເລື້ອຍ, ເຮົາ​ຮູ້ຈັກ​ການອົດເຂົ້າ​ຫິວນ້ຳ ແລະ ຂາດ​ອາຫານ​ຢູ່​ເລື້ອຍ, ເຮົາ​ຕ້ອງ​ພົບ​ກັບ​ຄວາມໜາວ ແລະ ເປືອຍກາຍ.


ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຄົນຕ່າງຊາດ ຫລື ຄົນຢິວ, ຮັບພິທີຕັດ ຫລື ບໍ່ຮັບພິທີຕັດ, ຄົນປ່າເຖື່ອນ, ຂ້າທາດ ຫລື ອິດສະຫລະ ແຕ່​ພຣະຄຣິດເຈົ້າ​ເປັນ​ທຸກສິ່ງ ແລະ ຢູ່​ໃນ​ທຸກຄົນ.


ຢ່າ​ລືມ​ທີ່​ຈະ​ຕ້ອນຮັບ​ຄົນແປກໜ້າ, ເພາະ​ໂດຍ​ການ​ເຮັດ​ຢ່າງ​ນັ້ນ​ບາງຄົນ​ໄດ້​ຕ້ອນຮັບ​ເທວະດາ​ຢ່າງ​ບໍ່​ຮູ້​ໂຕ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka