Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 27:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ວັນ​ຕໍ່ມາ ພວກເຮົາ​ຈອດ​ທີ່​ເມືອງ​ຊີໂດນ; ຝ່າຍ​ຢູລີໂອ ມີ​ຄວາມເມດຕາ​ຕໍ່​ໂປໂລ ຈຶ່ງ​ອະນຸຍາດ​ໃຫ້​ເພິ່ນ​ໄປ​ຫາ​ເພື່ອນ​ຂອງ​ເພິ່ນ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈຳເປັນ​ໃຫ້​ແກ່​ເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ວັນ​ຕໍ່ມາ ພວກເຮົາ​ໄດ້​ມາ​ເຖິງ​ເມືອງ​ຊີໂດນ, ຢູລີໂອ​ໄດ້​ມີ​ໃຈ​ເມດຕາ​ຕໍ່​ໂປໂລ ຈຶ່ງ​ອະນຸຍາດ​ໃຫ້​ໂປໂລ​ໄປ​ຫາ​ໝູ່ເພື່ອນ​ໄດ້ ເພື່ອ​ຮັບ​ເອົາ​ເຄື່ອງຂອງ​ທີ່​ຕົນ​ຈຳເປັນ​ໃຊ້.

Uka jalj uñjjattʼäta Copia luraña




ກິດຈະການ 27:3
12 Jak'a apnaqawi uñst'ayäwi  

“ວິບັດ​ແກ່​ເຈົ້າ, ເມືອງ​ໂຂຣາຊິນ! ວິບັດ​ແກ່​ເຈົ້າ, ເມືອງ​ເບັດຊາອີດາ! ເພາະ​ຖ້າ​ການ​ອັດສະຈັນ​ທີ່​ສະແດງ​ໃນ​ພວກເຈົ້າ​ໄດ້​ຖືກ​ສະແດງ​ທີ່​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ແລ້ວ, ພວກເຂົາ​ກໍ​ຄົງ​ຖິ້ມໃຈເກົ່າເອົາໃຈໃໝ່​ແຕ່​ດົນ ແລະ ນຸ່ງ​ຜ້າກະສອບເຂົ້າ​ແລ້ວ​ນັ່ງ​ເທິງ​ຂີ້ເຖົ່າ.


ເຮໂຣດ​ເຄີຍ​ມີ​ເລື່ອງ​ບາດໝາງ​ກັບ​ປະຊາຊົນ​ຊາວ​ຕີເຣ ແລະ ຊາວຊີໂດນ, ບັດນີ້​ພວກເຂົາ​ໄດ້​ມາ​ຮ່ວມ​ກັນ ແລະ ພະຍາຍາມ​ເພື່ອ​ໃຫ້​ໄດ້​ພົບ​ກັບ​ເພິ່ນ. ໂດຍ​ການ​ສະໜັບສະໜູນ​ຂອງ​ບຣາຊະໂຕ, ຜູ້ຮັບໃຊ້​ສ່ວນ​ຕົວ​ທີ່​ເຊື່ອຖືໄດ້​ຂອງ​ກະສັດ, ພວກເຂົາ​ມາ​ຂໍ​ຄືນ​ດີ​ເພາະ​ພວກເຂົາ​ຕ້ອງ​ໄດ້​ອາໄສ​ສະບຽງ​ອາຫານ​ຈາກ​ດິນແດນ​ຂອງ​ກະສັດ.


ເຟລິກ​ໄດ້​ສັ່ງ​ນາຍຮ້ອຍ​ໃຫ້​ເຝົ້າ​ໂປໂລ ແຕ່​ຜ່ອນຜັນ​ໃຫ້​ມີ​ອິດສະຫລະ ແລະ ອະນຸຍາດ​ໃຫ້​ເພື່ອນ​ຂອງ​ໂປໂລ​ເບິ່ງແຍງ​ຊ່ວຍເຫລືອ​ເພິ່ນ​ໃນ​ສິ່ງ​ທີ່​ຈຳເປັນ.


ເມື່ອ​ມີ​ການຕັດສິນໃຈ​ໃຫ້​ພວກເຮົາ​ລົງເຮືອ​ໄປ​ຍັງ​ອີຕາລີ, ໂປໂລ ແລະ ນັກໂທດ​ອື່ນໆ​ບາງຄົນ​ຈຶ່ງ​ຖືກ​ສົ່ງ​ໃຫ້​ນາຍຮ້ອຍ​ຢູລີໂອ, ຜູ້​ທີ່​ຂຶ້ນ​ກັບ​ກອງທັບ​ຂອງ​ຈັກກະພັດ.


ແຕ່​ນາຍຮ້ອຍ​ຕ້ອງການ​ຈະ​ຊ່ວຍ​ຊີວິດ​ໂປໂລ​ໄວ້ ຈຶ່ງ​ຫ້າມ​ພວກເຂົາ​ບໍ່​ໃຫ້​ປະຕິບັດ​ຕາມ​ແຜນການ​ຂອງ​ພວກເຂົາ. ນາຍຮ້ອຍ​ຈຶ່ງ​ສັ່ງ​ຄົນ​ທີ່​ລອຍນ້ຳ​ເປັນ​ໃຫ້​ໂດດ​ລົງ​ນ້ຳ​ລອຍ​ເຂົ້າ​ຝັ່ງ​ກ່ອນ.


ເມື່ອ​ພວກເຮົາ​ມາ​ຮອດ​ນະຄອນ​ໂຣມ, ໂປໂລ​ໄດ້​ຮັບ​ອະນຸຍາດ​ໃຫ້​ຢູ່​ຕ່າງຫາກ, ໂດຍ​ມີ​ທະຫານ​ຄົນ​ໜຶ່ງ​ເປັນ​ຜູ້ຍາມ​ຮັກສາ​ເພິ່ນ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka