Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 27:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເນື່ອງຈາກວ່າ​ທ່າງາມ​ນັ້ນ​ບໍ່​ເໝາະສົມ​ທີ່​ຈະ​ຈອດ​ໃນ​ລະດູໜາວ, ຄົນ​ສ່ວນຫລາຍ​ຈຶ່ງ​ຕົກລົງ​ວ່າ​ພວກເຮົາ​ຄວນ​ແລ່ນເຮືອ​ຕໍ່ໄປ, ໂດຍ​ຫວັງວ່າ​ຈະ​ໄປ​ໃຫ້​ເຖິງ​ເມືອງ​ໂຟນິກ ແລະ ຈອດ​ພັກ​ໃນ​ລະດູໜາວ​ທີ່​ນັ້ນ. ໂຟນິກ​ເປັນ​ທ່າເຮືອ​ຂອງ​ເກາະ​ກະເຣເຕ, ຫັນໜ້າ​ໄປ​ທາງ​ຕາເວັນຕົກສຽງໃຕ້​ກັບ​ຕາເວັນຕົກສຽງເໜືອ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເພາະ​ທ່າ​ເຮືອ​ນັ້ນ​ບໍ່​ເໝາະ​ສຳລັບ​ຈອດ​ພັກ​ໃນ​ລະດູ​ໜາວ, ດັ່ງນັ້ນ ຄົນ​ເດີນ​ເຮືອ​ສ່ວນ​ຫລາຍ​ຈຶ່ງ​ຕັດສິນໃຈ​ອອກ​ຈາກ​ທີ່​ນັ້ນ ແລະ​ພະຍາຍາມ​ເດີນ​ເຮືອ​ໃຫ້​ເຖິງ​ເມືອງ​ໂຟນິກ ຖ້າ​ເປັນ​ໄປ​ໄດ້ ເພື່ອ​ຈອດ​ພັກ​ຍາມ​ລະດູ​ໜາວ ຊຶ່ງ​ເປັນ​ທ່າ​ເຮືອ​ຂອງ​ກະເຣເຕ ຢູ່​ທາງ​ດ້ານ​ຕາເວັນຕົກ​ສ່ຽງ​ໃຕ້​ກັບ​ຕາເວັນ​ຕົກ​ສ່ຽງ​ເໜືອ.

Uka jalj uñjjattʼäta Copia luraña




ກິດຈະການ 27:12
8 Jak'a apnaqawi uñst'ayäwi  

(ທັງ​ຄົນ​ຢິວ ແລະ ຄົນ​ຕ່າງຊາດ​ທີ່​ຖື​ສາສະໜາ​ຢິວ), ຊາວ​ກະເຣເຕ ແລະ ຊາວອາຣັບ ພວກເຮົາ​ໄດ້​ຍິນ​ພວກເຂົາ​ປະກາດ​ເຖິງ​ຄວາມອັດສະຈັນ​ຂອງ​ພຣະເຈົ້າ​ດ້ວຍ​ພາສາ​ຂອງ​ພວກເຮົາ​ເອງ!”


ເມື່ອ​ລົມ​ທິດໃຕ້​ພັດມາ​ຄ່ອຍໆ, ພວກເຂົາ​ກໍ​ຄິດ​ວ່າ​ຄົງ​ເປັນ​ໄປ​ຕາມ​ທີ່​ຫວັງ​ໄວ້; ຈຶ່ງ​ຖອນ​ສະໝໍ​ເຮືອ​ຂຶ້ນ​ແລ້ວ​ແລ່ນເຮືອ​ລຽບ​ຝັ່ງ​ເກາະ​ຂອງ​ກະເຣເຕ.


ຫລັງຈາກ​ທີ່​ພວກເຂົາ​ບໍ່​ມີ​ອາຫານ​ກິນ​ເປັນ​ເວລາ​ດົນນານ, ໂປໂລ​ກໍ​ຢືນຂຶ້ນ​ຕໍ່ໜ້າ​ພວກເຂົາ ແລະ ກ່າວ​ວ່າ: “ທ່ານ​ທັງຫລາຍ​ເອີຍ ພວກທ່ານ​ຄວນ​ຈະ​ຟັງ​ຄຳແນະນຳ​ຂອງ​ເຮົາ​ທີ່​ບໍ່ໃຫ້​ແລ່ນເຮືອ​ອອກຈາກ​ເກາະ​ກະເຣເຕ; ເພື່ອ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ປະເຊີນ​ກັບ​ອັນຕະລາຍ ແລະ ການສູນເສຍ​ເຊັ່ນ​ນີ້.


ເຮົາ​ແລ່ນ​ຊ້າໆ​ຢູ່​ຫລາຍ​ວັນ ແລະ ກໍ​ມາ​ເຖິງ​ເມືອງ​ກະນີໂດ​ຢ່າງ​ຍາກລຳບາກ. ເມື່ອ​ລົມພັດ​ຕ້ານ​ພວກເຮົາ​ຈຶ່ງ​ແລ່ນ​ມາ​ທາງດ້ານ​ບັງລົມ​ຂອງ​ເກາະ​ກະເຣເຕ​ທີ່​ກົງກັນຂ້າມ​ເມືອງ​ສານໂມນ.


ພວກເຮົາ​ແລ່ນເຮືອ​ລຽບ​ຝັ່ງ​ຢ່າງ​ຍາກລຳບາກ ແລະ ມາເຖິງ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ​ທ່າງາມ, ໃກ້​ເມືອງ​ລາເຊ.


ຜູ້ທຳນວາຍ​ຄົນ​ໜຶ່ງ​ຈາກ​ເກາະ​ກາເຣເຕ​ເອງ​ໄດ້​ກ່າວ​ວ່າ: “ຊາວ​ກະເຣເຕ​ເປັນ​ຄົນ​ມັກ​ຕົວະ​ສະເໝີ, ເປັນ​ສັດເດຍລະສານ​ຊົ່ວຮ້າຍ, ເປັນ​ຄົນ​ຂີ້ຄ້ານ​ມັກ​ງ່າຍ”


ເຫດຜົນ​ທີ່​ເຮົາ​ໄດ້​ປະ​ເຈົ້າ​ໄວ້​ທີ່​ເກາະ​ກະເຣເຕ​ກໍ​ເພື່ອ​ໃຫ້​ເຈົ້າ​ຈັດການ​ກັບ​ວຽກງານ​ທີ່​ຍັງ​ຄ້າງຄາ ແລະ ແຕ່ງຕັ້ງ​ຄະນະ​ຜູ້ປົກຄອງ​ຂອງ​ຄຣິສຕະຈັກ​ໃນ​ທຸກ​ເມືອງ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka