Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 27:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເມື່ອ​ມີ​ການຕັດສິນໃຈ​ໃຫ້​ພວກເຮົາ​ລົງເຮືອ​ໄປ​ຍັງ​ອີຕາລີ, ໂປໂລ ແລະ ນັກໂທດ​ອື່ນໆ​ບາງຄົນ​ຈຶ່ງ​ຖືກ​ສົ່ງ​ໃຫ້​ນາຍຮ້ອຍ​ຢູລີໂອ, ຜູ້​ທີ່​ຂຶ້ນ​ກັບ​ກອງທັບ​ຂອງ​ຈັກກະພັດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເມື່ອ​ໄດ້ມີ​ການ​ຕັດສິນໃຈ​ວ່າ ຈະ​ໃຫ້​ພວກເຮົາ​ເດີນທາງ​ໄປ​ທາງ​ເຮືອ​ກຳປັ່ນ ໄປ​ທີ່​ປະເທດ​ອີຕາລີ ພວກເຂົາ​ຈຶ່ງ​ມອບ​ໂປໂລ​ກັບ​ນັກໂທດ​ຄົນອື່ນໆ​ໄວ້​ກັບ​ນາຍຮ້ອຍ​ຄົນ​ໜຶ່ງ​ຊື່​ວ່າ, ຢູລີໂອ ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ຈັກກະພັດ​ໂອຄຸດໂຕ.

Uka jalj uñjjattʼäta Copia luraña




ກິດຈະການ 27:1
29 Jak'a apnaqawi uñst'ayäwi  

ເມື່ອ​ນາຍຮ້ອຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ເພິ່ນ​ທີ່​ເຝົ້າຍາມ​ພຣະເຢຊູເຈົ້າ​ຢູ່ ໄດ້​ເຫັນ​ແຜ່ນດິນໄຫວ ແລະ ທຸກ​ເຫດການ​ທີ່​ເກີດຂຶ້ນ​ກໍ​ຢ້ານກົວ​ຫລາຍ ແລະ ຮ້ອງຂຶ້ນ​ວ່າ, “ແທ້ຈິງ​ແລ້ວ ທ່ານ​ຜູ້​ນີ້​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!”


ເມື່ອ​ນາຍຮ້ອຍ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ນີ້ ຈຶ່ງ​ສັນລະເສີນ​ພຣະເຈົ້າ ແລະ ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຄົນຊອບທຳ​ຢ່າງ​ແນ່ນອນ”.


ຢູ່​ທີ່​ນັ້ນ​ມີ​ຄົນຮັບໃຊ້​ຂອງ​ນາຍຮ້ອຍ​ຄົນ​ໜຶ່ງ, ເຊິ່ງ​ນາຍ​ຮັກ​ຫລາຍ, ລາວ​ປ່ວຍ​ໜັກ ແລະ ໃກ້​ຈະ​ຕາຍ.


ທີ່​ເມືອງ​ກາຍຊາເຣຍ ມີ​ຊາຍ​ຄົນໜຶ່ງ​ທີ່​ຊື່​ວ່າ​ໂກເນລີໂອ, ນາຍຮ້ອຍ​ຢູ່​ໃນ​ກອງທະຫານ​ທີ່​ເອີ້ນ​ວ່າ​ກອງ​ອີຕາລີ.


ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ນາຍຮ້ອຍ​ໂກເນລີໂອ. ເພິ່ນ​ຜູ້ຊອບທຳ ແລະ ຢຳເກງ​ພຣະເຈົ້າ​ຄົນ​ໜຶ່ງ, ເປັນ​ຜູ້​ທີ່​ເຄົາລົບນັບຖື​ຂອງ​ປະຊາຊົນ​ຊາວຢິວ​ທັງໝົດ. ເທວະດາ​ຜູ້​ບໍລິສຸດ​ໄດ້​ບອກ​ນາຍຮ້ອຍ​ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຟັງ​ສິ່ງ​ທີ່​ທ່ານ​ຈະ​ກ່າວ”.


ຫລັງຈາກ​ໂປໂລ​ເຫັນ​ນິມິດ​ນີ້​ແລ້ວ, ພວກເຮົາ​ກໍ​ຕຽມພ້ອມ​ທັນທີ​ທີ່​ຈະ​ໄປ​ຍັງ​ແຂວງ​ມາເກໂດເນຍ, ເພາະ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ​ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ພວກເຂົາ.


ທີ່​ນັ້ນ ເພິ່ນ​ໄດ້​ພົບ​ຊາວຢິວ​ຄົນ​ໜຶ່ງ​ຊື່​ວ່າ​ອາກີລາ, ເປັນ​ຄົນ​ທີ່​ຢູ່​ແຂວງ​ປົນໂຕ, ເຊິ່ງ​ຫາ​ກໍ​ມາ​ຈາກ​ອີຕາລີ ພ້ອມ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ​ປີຊະກີລາ, ເພາະ​ຈັກກະພັດ​ກະລາວດີໂອ​ໄດ້​ອອກ​ຄຳສັ່ງ​ໃຫ້​ຊາວຢິວ​ທັງໝົດ​ອອກ​ໄປ​ຈາກ​ໂຣມ. ໂປໂລ​ຈຶ່ງ​ໄປ​ຫາ​ສອງ​ຄົນ​ນີ້,


ຫລັງຈາກ​ເຫດການ​ເຫລົ່ານີ້​ເກີດ​ຂຶ້ນ​ແລ້ວ, ໂປໂລ​ກໍ​ຕັດສິນໃຈ​ວ່າ​ຈະ​ໄປ​ເຢຣູຊາເລັມ, ໂດຍ​ຜ່ານທາງ​ແຂວງ​ມາເກໂດເນຍ ແລະ ອະຂາຢາ. ເພິ່ນ​ກ່າວ​ວ່າ, “ຫລັງ​ຈາກ​ທີ່​ເຮົາ​ໄດ້​ໄປ​ທີ່​ນັ້ນ​ແລ້ວ, ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ໂຣມ​ເໝືອນ​ກັນ”.


ລາວ​ຈຶ່ງ​ໄດ້​ນຳ​ເຈົ້າໜ້າທີ່​ກັບ​ທະຫານ​ແລ່ນ​ອອກ​ໄປ​ຫາ​ປະຊາຊົນ​ທັນທີ. ເມື່ອ​ພວກ​ກໍ່​ຄວາມ​ວຸ້ນວາຍ​ເຫັນ​ນາຍພັນ​ກັບ​ທະຫານ​ມາ​ກໍ​ຢຸດ​ທຸບຕີ​ໂປໂລ.


ເມື່ອ​ນາຍຮ້ອຍ​ໄດ້​ຍິນ​ຢ່າງ​ນັ້ນ​ກໍ​ໄປ​ຫາ​ນາຍພັນ ແລະ ລາຍງານ. ນາຍຮ້ອຍ​ຖາມ​ວ່າ, “ທ່ານ​ຈະ​ເຮັດ​ແນວໃດ? ຊາຍ​ຜູ້​ນີ້​ເປັນ​ພົນລະເມືອງ​ໂຣມ”.


ໃນ​ຄືນ​ຕໍ່ມາ ອົງພຣະຜູ້ເປັນເຈົ້າ​ຢືນ​ຢູ່​ໃກ້​ໂປໂລ ແລະ ກ່າວ​ວ່າ, “ຈົ່ງ​ກ້າຫານ! ດັ່ງ​ທີ່​ເຈົ້າ​ໄດ້​ເປັນພະຍານ​ໃຫ້​ເຮົາ​ໃນ​ເຢຣູຊາເລັມ​ຢ່າງ​ໃດ, ເຈົ້າ​ກໍ​ຈະ​ຕ້ອງ​ເປັນ​ພະຍານ​ໃນ​ໂຣມ​ຢ່າງ​ນັ້ນ”.


ແລ້ວ​ໂປໂລ​ກໍ​ເອີ້ນ​ນາຍຮ້ອຍ​ຄົນ​ໜຶ່ງ​ມາ ແລະ ບອກ​ວ່າ, “ຈົ່ງ​ພາ​ຊາຍໜຸ່ມ​ຜູ້​ນີ້​ໄປ​ພົບ​ນາຍພັນ; ລາວ​ມີ​ເລື່ອງ​ຈະ​ແຈ້ງ​ໃຫ້​ເພິ່ນ​ຮູ້”.


ເຟລິກ​ໄດ້​ສັ່ງ​ນາຍຮ້ອຍ​ໃຫ້​ເຝົ້າ​ໂປໂລ ແຕ່​ຜ່ອນຜັນ​ໃຫ້​ມີ​ອິດສະຫລະ ແລະ ອະນຸຍາດ​ໃຫ້​ເພື່ອນ​ຂອງ​ໂປໂລ​ເບິ່ງແຍງ​ຊ່ວຍເຫລືອ​ເພິ່ນ​ໃນ​ສິ່ງ​ທີ່​ຈຳເປັນ.


ຫລັງຈາກ​ເຟຊະໂຕ​ຫາລື​ກັບ​ຄະນະ​ທີ່ປຶກສາ​ແລ້ວ, ເພິ່ນ​ກໍ​ປະກາດ​ວ່າ: “ເຈົ້າ​ໄດ້​ອຸທອນ​ໄປ​ເຖິງ​ກາຍຊາ, ເຈົ້າ​ກໍ​ຕ້ອງ​ໄປ​ຫາ​ກາຍຊາ!”


ຂ້າພະເຈົ້າ​ພົບ​ວ່າ​ລາວ​ບໍ່ໄດ້​ເຮັດ​ສິ່ງໃດ​ທີ່​ສົມຄວນ​ຈະ​ຕ້ອງ​ຕາຍ, ແຕ່​ເພາະ​ລາວ​ໄດ້​ອຸທອນ​ໄປ​ເຖິງ​ຈັກກະພັດ ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ສົ່ງ​ລາວ​ໄປ​ທີ່​ໂຣມ.


ແຕ່​ນາຍຮ້ອຍ, ແທນທີ່​ຈະ​ຟັງ​ສິ່ງ​ທີ່​ໂປໂລ​ກ່າວ, ລາວ​ພັດ​ຟັງ​ຄຳແນະນຳ​ຂອງ​ນາຍທ້າຍ ແລະ ເຈົ້າຂອງ​ເຮືອ.


ແຕ່​ນາຍຮ້ອຍ​ຕ້ອງການ​ຈະ​ຊ່ວຍ​ຊີວິດ​ໂປໂລ​ໄວ້ ຈຶ່ງ​ຫ້າມ​ພວກເຂົາ​ບໍ່​ໃຫ້​ປະຕິບັດ​ຕາມ​ແຜນການ​ຂອງ​ພວກເຂົາ. ນາຍຮ້ອຍ​ຈຶ່ງ​ສັ່ງ​ຄົນ​ທີ່​ລອຍນ້ຳ​ເປັນ​ໃຫ້​ໂດດ​ລົງ​ນ້ຳ​ລອຍ​ເຂົ້າ​ຝັ່ງ​ກ່ອນ.


ໃນ​ທີ່​ນັ້ນ ນາຍຮ້ອຍ​ໄດ້​ພົບ​ເຮືອ​ຈາກ​ເມືອງ​ອາເລັກຊັນເດຍ ເຊິ່ງ​ກຳລັງ​ຈະ​ໄປ​ປະເທດ​ອີຕາລີ ແລະ ພວກເຮົາ​ຈຶ່ງ​ລົງ​ໄປ​ຂຶ້ນ​ເຮືອ​ລຳ​ນັ້ນ.


ເມື່ອ​ຂຶ້ນ​ຝັ່ງ​ໂດຍ​ປອດໄພ​ແລ້ວ, ພວກເຮົາ​ຈຶ່ງ​ຮູ້​ວ່າ​ເກາະ​ນັ້ນ​ຊື່​ວ່າ​ເກາະ​ມັນຕາ.


ເມື່ອ​ພວກເຮົາ​ມາ​ຮອດ​ນະຄອນ​ໂຣມ, ໂປໂລ​ໄດ້​ຮັບ​ອະນຸຍາດ​ໃຫ້​ຢູ່​ຕ່າງຫາກ, ໂດຍ​ມີ​ທະຫານ​ຄົນ​ໜຶ່ງ​ເປັນ​ຜູ້ຍາມ​ຮັກສາ​ເພິ່ນ​ໄວ້.


ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ແລະ ຄົນ​ຂອງ​ພຣະເຈົ້າ. ບັນດາ​ພີ່ນ້ອງ​ທີ່​ມາ​ຈາກ​ອີຕາລີ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka