Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 26:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ແລະ ບັດນີ້ ທີ່​ຂ້ານ້ອຍ​ຖືກ​ສືບສວນ​ໃນ​ວັນນີ້​ກໍ​ເພາະ​ຂ້ານ້ອຍ​ມີ​ຄວາມຫວັງ​ໃນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ບັດນີ້ ທີ່​ຂ້ານ້ອຍ​ຖືກ​ນຳ​ມາ​ພິພາກສາ​ກໍ ເພາະ​ຄວາມຫວັງ​ທີ່​ຂ້ານ້ອຍ​ມີ​ໃນ​ພຣະສັນຍາ ຊຶ່ງ​ພຣະເຈົ້າ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña




ກິດຈະການ 26:6
59 Jak'a apnaqawi uñst'ayäwi  

ເມື່ອ​ໂປໂລ​ຮູ້​ວ່າ​ບາງຄົນ​ໃນ​ພວກເຂົາ​ເປັນ​ພວກ​ຊາດູກາຍ ແລະ ບາງຄົນ​ກໍ​ເປັນ​ຟາຣີຊາຍ, ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ວ່າ, “ພີ່ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ເປັນ​ຄົນຟາຣີຊາຍ, ສືບເຊື້ອສາຍ​ມາ​ຈາກ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ພິຈາລະນາ​ຄະດີ​ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ໃນ​ການ​ເປັນຄືນມາຈາກຕາຍ”.


ແລະ ຂ້າພະເຈົ້າ​ມີ​ຄວາມຫວັງ​ໃນ​ພຣະເຈົ້າ​ເໝືອນ​ກັບ​ຄົນ​ເຫລົ່ານີ້​ວ່າ ຈະ​ມີ​ການ​ເປັນຄືນມາຈາກຕາຍ​ທັງ​ຂອງ​ຄົນຊອບທຳ ແລະ ຄົນຊົ່ວ.


ນອກຈາກ​ເລື່ອງ​ນີ້​ເລື່ອງ​ດຽວ​ທີ່​ຂ້າພະເຈົ້າ​ໄດ້​ຮ້ອງ​ຂຶ້ນ​ຂະນະ​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ​ວ່າ: ‘ທີ່​ຂ້າພະເຈົ້າ​ຕ້ອງ​ຖືກ​ດຳເນີນ​ຄະດີ​ຕໍ່ໜ້າ​ທ່ານ​ໃນ​ວັນ​ນີ້ ກໍ​ເພາະ​ຂ້າພະເຈົ້າ​ເຊື່ອ​ໃນ​ການ​ເປັນຄືນມາຈາກຕາຍ’”.


ດ້ວຍເຫດໃດ ພວກທ່ານ​ຈຶ່ງ​ເຫັນວ່າ​ເປັນ​ໄປ​ບໍ່ໄດ້​ທີ່​ພຣະເຈົ້າ​ຈະ​ເຮັດ​ໃຫ້​ຄົນຕາຍ​ເປັນຄືນມາຈາກຕາຍ?


ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ຂໍ​ພົບ​ພວກທ່ານ ແລະ ໂອ້ລົມ​ກັບ​ພວກທ່ານ. ເປັນ​ເພາະ​ຄວາມຫວັງ​ຂອງ​ຊົນຊາດ​ອິດສະຣາເອນ ຂ້າພະເຈົ້າ​ຈຶ່ງ​ຖືກ​ລ່າມ​ດ້ວຍ​ໂສ້​ຢ່າງ​ນີ້”.


“ແທ້ຈິງ​ແລ້ວ, ບັນດາ​ຜູ້ທຳນວາຍ​ທັງຫລາຍ​ເລີ່ມ​ຕັ້ງແຕ່​ຊາມູເອນ​ທີ່​ໄດ້​ທຳນວາຍ​ເຖິງ​ເຫດການ​ຂອງ​ວັນ​ເວລາ​ເຫລົ່ານີ້.


ດ້ວຍວ່າ ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ​ພຣະຄຣິດເຈົ້າ​ໄດ້​ກາຍເປັນ​ຜູ້ຮັບໃຊ້​ຂອງ​ພວກ​ຢິວ ທີ່​ເປັນ​ການສະແດງ​ຄວາມຈິງ​ຂອງ​ພຣະເຈົ້າ ເພື່ອ​ຢືນຢັນ​ຄຳ​ສັນຍາ​ທີ່​ໄດ້​ໃຫ້​ໄວ້​ກັບ​ບັນດາ​ບັນພະບຸລຸດ


ແຕ່​ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາເຖິງ, ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ, ບັງເກີດ​ຈາກ​ແມ່ຍິງ, ເຊິ່ງ​ເກີດ​ພາຍໃຕ້​ກົດບັນຍັດ,


ໃນ​ຂະນະ​ທີ່​ພວກເຮົາ​ກຳລັງ​ຄອຍຖ້າ​ຄວາມຫວັງ​ອັນ​ເຕັມ​ໄປ​ດ້ວຍ​ພອນ ຄື​ການ​ມາ​ປາກົດ​ຂອງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka