Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 26:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ຄື​ທີ່​ພຣະຄຣິດເຈົ້າ​ຈະ​ຕ້ອງ​ທົນທຸກທໍລະມານ ແລະ, ໃນ​ຖານະ​ທີ່​ເປັນ​ຜູ້ທຳອິດ​ທີ່​ເປັນຄືນມາຈາກຕາຍ ແລະ ນຳ​ແສງສະຫວ່າງ​ມາ​ສູ່​ຄົນ​ຂອງ​ພຣະອົງ​ເອງ ແລະ ຄົນຕ່າງຊາດ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ເປັນ​ຜູ້​ທຳອິດ ທີ່​ເປັນ​ຄືນ​ມາ​ຈາກ​ຕາຍ ເພື່ອ​ຈະ​ປະກາດ​ຄວາມ​ສະຫວ່າງ​ທີ່​ນຳ​ໄປ​ສູ່​ຄວາມ​ລອດພົ້ນ​ແກ່​ຄົນ​ຢິວ ແລະ​ແກ່​ຄົນຕ່າງຊາດ.”

Uka jalj uñjjattʼäta Copia luraña




ກິດຈະການ 26:23
29 Jak'a apnaqawi uñst'ayäwi  

ບຸດມະນຸດ​ຈະ​ເປັນ​ໄປ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ. ແຕ່​ວິບັດ​ຈະ​ມີ​ແກ່​ຜູ້​ນັ້ນ​ທີ່​ທໍລະຍົດ​ຕໍ່​ບຸດມະນຸດ! ຖ້າ​ລາວ​ບໍ່​ໄດ້​ເກີດ​ມາ​ເລີຍ​ກໍ​ຈະ​ດີ​ຕໍ່​ລາວ​ຫລາຍ​ກວ່າ”.


ຫລັງ​ຈາກ​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ແລ້ວ ພວກເຂົາ​ຈຶ່ງ​ໄດ້​ອອກຈາກ​ອຸບມຸງ ແລະ ໄດ້​ເຂົ້າ​ໄປ​ໃນ​ນະຄອນ​ສັກສິດ ແລະ ໄດ້​ປາກົດ​ແກ່​ຫລາຍຄົນ.


ແສງສະຫວ່າງ​ເພື່ອ​ເປີດເຜີຍ​ແກ່​ບັນດາ​ຄົນຕ່າງຊາດ, ແລະ ເພື່ອ​ເປັນ​ສະຫງ່າລາສີ​ແກ່​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ”.


ພຣະຄຣິດເຈົ້າ​ຕ້ອງ​ທົນທຸກທໍລະມານ​ຕໍ່​ສິ່ງ​ເຫລົ່ານັ້ນ​ກ່ອນ ແລ້ວ​ຈຶ່ງ​ເຂົ້າ​ສູ່​ສະຫງ່າລາສີ​ຂອງ​ພຣະອົງ​ບໍ່​ແມ່ນ​ບໍ?”


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ຂຽນ​ໄວ້​ຄື ພຣະຄຣິດເຈົ້າ​ຕ້ອງ​ທົນທຸກທໍລະມານ ແລະ ຕ້ອງ​ເປັນຄືນມາຈາກຕາຍ​ໃນ​ວັນ​ທີ​ສາມ,


ບໍ່​ມີ​ຜູ້ໃດ​ຈະ​ຍາດ​ເອົາ​ຊີວິດ​ໄປ​ຈາກ​ເຮົາ, ແຕ່​ເຮົາ​ໄດ້​ສະຫລະ​ຊີວິດ​ດ້ວຍ​ຄວາມສະໝັກໃຈ​ຂອງ​ເຮົາ​ເອງ. ເຮົາ​ມີ​ສິດ​ທີ່​ຈະ​ສະຫລະ​ຊີວິດ​ນັ້ນ ແລະ ມີ​ສິດ​ທີ່​ຈະ​ຮັບ​ຊີວິດ​ຄືນ​ມາ​ອີກ. ເຮົາ​ໄດ້​ຮັບ​ຄຳສັ່ງ​ນີ້​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ”.


ພຣະເຢຊູເຈົ້າ​ກ່າວ​ຕໍ່​ນາງ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ເຫດ​ໃຫ້​ຄົນ​ທັງປວງ​ເປັນຄືນມາຈາກຕາຍ ແລະ ເປັນ​ຊີວິດ. ຜູ້​ທີ່​ເຊື່ອ​ໃນ​ເຮົາ​ເຖິງ​ວ່າ​ຕາຍ​ໄປ​ແລ້ວ​ກໍ​ຈະ​ມີຊີວິດ​ຢູ່


ພຣະເຈົ້າ​ໄດ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ເພື່ອ​ວ່າ​ພຣະອົງ​ຈະ​ບໍ່​ຕ້ອງ​ເປື່ອຍເນົ່າ​ຈັກ​ເທື່ອ. ເພາະ​ພຣະເຈົ້າ​ໄດ້​ກ່າວ​ວ່າ, “‘ເຮົາ​ຈະ​ໃຫ້​ພອນ​ບໍລິສຸດ ແລະ ໝັ້ນຄົງ​ແກ່​ພວກເຈົ້າ​ທັງຫລາຍ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ກັບ​ດາວິດ’.


ເພື່ອ​ເປີດ​ຕາ​ຂອງ​ພວກເຂົາ ແລະ ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈາກ​ອຳນາດ​ຂອງ​ມານຊາຕານ​ມາຫາ​ພຣະເຈົ້າ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ​ບາບ ແລະ ໄດ້​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໂດຍ​ເຊື່ອ​ໃນ​ເຮົາ’.


ດ້ວຍເຫດໃດ ພວກທ່ານ​ຈຶ່ງ​ເຫັນວ່າ​ເປັນ​ໄປ​ບໍ່ໄດ້​ທີ່​ພຣະເຈົ້າ​ຈະ​ເຮັດ​ໃຫ້​ຄົນຕາຍ​ເປັນຄືນມາຈາກຕາຍ?


ແຕ່​ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ເພື່ອ​ຈະ​ເປັນຈິງ​ຕາມ​ທີ່​ໄດ້​ກ່າວ​ໄວ້​ລ່ວງໜ້າ​ຜ່ານ​ທາງ​ຜູ້ທຳນວາຍ​ທັງໝົດ​ວ່າ ພຣະຄຣິດເຈົ້າ​ຂອງ​ພຣະອົງ​ຕ້ອງ​ທົນທຸກທໍລະມານ.


“ແທ້ຈິງ​ແລ້ວ, ບັນດາ​ຜູ້ທຳນວາຍ​ທັງຫລາຍ​ເລີ່ມ​ຕັ້ງແຕ່​ຊາມູເອນ​ທີ່​ໄດ້​ທຳນວາຍ​ເຖິງ​ເຫດການ​ຂອງ​ວັນ​ເວລາ​ເຫລົ່ານີ້.


ເພາະ​ເລື່ອງ​ທີ່​ເຮົາ​ໄດ້ຮັບ​ໄວ້​ແລ້ວ​ນັ້ນ ເຮົາ​ໄດ້​ຖ່າຍ​ທອດ​ໃຫ້​ແກ່​ພວກເຈົ້າ​ນັ້ນ​ເປັນ​ເລື່ອງ​ທີ່​ສຳຄັນ​ທີ່ສຸດ​ຄື: ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ຄວາມຜິດບາບ​ຂອງ​ພວກເຮົາ​ທັງຫລາຍ​ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ,


ພະ​ຂອງ​ຍຸກ​ນີ້​ເຮັດ​ໃຫ້​ຈິດໃຈ​ຂອງ​ບັນດາ​ຄົນທີ່ບໍ່ເຊື່ອ​ບອດ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ສາມາດ​ເຫັນ​ແສງສະຫວ່າງ​ຂອງ​ຂ່າວປະເສີດ​ທີ່​ສະແດງ​ສະຫງ່າລາສີ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ເໝືອນ​ພຣະເຈົ້າ​ທຸກ​ຢ່າງ.


ພຣະອົງ​ເປັນ​ຫົວ​ຂອງ​ກາຍ​ຄື​ຄຣິສຕະຈັກ. ພຣະອົງ​ເປັນ​ຈຸດ​ເລີ່ມຕົ້ນ, ພຣະອົງ​ເປັນ​ບຸດກົກ​ທີ່​ເປັນຄືນມາຈາກຕາຍ​ເພື່ອ​ວ່າ​ພຣະອົງ​ຈະ​ເປັນ​ຜູ້ສູງສຸດ​ໃນ​ທຸກສິ່ງ.


ໃນ​ການ​ນຳ​ລູກຊາຍ ແລະ ລູກຍິງ​ຈໍານວນ​ຫລວງຫລາຍ​ມາ​ສູ່​ສະຫງ່າລາສີ​ນັ້ນ ກໍ​ເປັນ​ການ​ເໝາະສົມ​ແລ້ວ​ທີ່​ພຣະເຈົ້າ​ຜູ້​ທີ່​ສັບພະສິ່ງ​ມີ​ຢູ່​ເພື່ອ​ພຣະອົງ ແລະ ໂດຍ​ທາງ​ພຣະອົງ ຈະ​ເຮັດ​ໃຫ້​ຜູ້ບຸກເບີກ​ຄວາມພົ້ນ​ຂອງ​ພວກເຂົາ​ທັງຫລາຍ​ນັ້ນ​ສົມບູນ​ໂດຍ​ການທົນທຸກທໍລະມານ​ຂອງ​ພຣະອົງ.


ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພະຍານ​ທີ່​ສັດຊື່, ຜູ້​ເປັນ​ບຸດກົກ​ຈາກ​ບັນດາ​ຄົນຕາຍ ແລະ ເປັນ​ຜູ້ປົກຄອງ​ເໜືອ​ກະສັດ​ທັງຫລາຍ​ຂອງ​ໂລກ. ແດ່​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ ແລະ ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມບາບ​ຂອງ​ພວກເຮົາ​ໂດຍ​ໂລຫິດ​ຂອງ​ພຣະອົງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka