Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 26:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ເພື່ອ​ເປີດ​ຕາ​ຂອງ​ພວກເຂົາ ແລະ ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈາກ​ອຳນາດ​ຂອງ​ມານຊາຕານ​ມາຫາ​ພຣະເຈົ້າ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ​ບາບ ແລະ ໄດ້​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໂດຍ​ເຊື່ອ​ໃນ​ເຮົາ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’

Uka jalj uñjjattʼäta Copia luraña




ກິດຈະການ 26:18
90 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ວ່າ, “ມານຊາຕານ, ຈົ່ງ​ໜີ​ໄປ​ຈາກ​ເຮົາ! ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ແລະ ຮັບໃຊ້​ພຣະອົງ​ແຕ່​ຜູ້​ດຽວ​ເທົ່ານັ້ນ’”.


ປະຊາຊົນ​ຜູ້​ທີ່​ໃຊ້​ຊີວິດ​ຢູ່​ໃນ​ຄວາມມືດ ໄດ້​ເຫັນ​ແສງສະຫວ່າງ​ອັນ​ຍິ່ງໃຫຍ່; ບັນດາ​ຜູ້​ອາໄສ​ໃນ​ດິນແດນ​ຂອງ​ເງົາ​ແຫ່ງ​ຄວາມຕາຍ​ນັ້ນ ແສງສະຫວ່າງ​ເລີ່ມ​ສ່ອງສະຫວ່າງ​ຂຶ້ນ​ແລ້ວ”.


ເພື່ອ​ຈະ​ໃຫ້​ຄົນ​ຂອງ​ພຣະອົງ​ຮູ້​ເຖິງ​ຄວາມພົ້ນ ຜ່ານ​ການ​ອະໄພ​ບາບ​ຂອງ​ພວກເຂົາ,


ເພື່ອ​ສ່ອງສະຫວ່າງ​ແກ່​ບັນດາ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ຄວາມມືດ ແລະ ຢູ່​ໃນ​ເງົາ​ຂອງ​ຄວາມຕາຍ, ເພື່ອ​ຈະ​ນຳພາ​ຕີນ​ຂອງ​ພວກເຮົາ​ໄປ​ສູ່​ທາງ​ແຫ່ງ​ສັນຕິສຸກ”.


ແສງສະຫວ່າງ​ເພື່ອ​ເປີດເຜີຍ​ແກ່​ບັນດາ​ຄົນຕ່າງຊາດ, ແລະ ເພື່ອ​ເປັນ​ສະຫງ່າລາສີ​ແກ່​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ”.


ຫລັງຈາກນັ້ນ ພຣະອົງ​ໄດ້​ເປີດ​ຈິດໃຈ​ຂອງ​ພວກເພິ່ນ​ເພື່ອ​ພວກເພິ່ນ​ຈະ​ສາມາດ​ເຂົ້າ​ໃຈ​ພຣະຄຳພີ.


ແລະ ການ​ຖິ້ມໃຈເກົ່າເອົາໃຈໃໝ່​ເພື່ອ​ການອະໄພ​ບາບ​ຈະ​ຖືກ​ປະກາດ​ໃນ​ນາມ​ຂອງ​ພຣະອົງ​ແກ່​ທຸກ​ຊົນຊາດ, ເຊິ່ງ​ເລີ່ມ​ຕັ້ງແຕ່​ທີ່​ເຢຣູຊາເລັມ.


“ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ເຈີມ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ອິດສະຫລະພາບ​ແກ່​ນັກໂທດ ແລະ ໃຫ້​ຄົນຕາບອດ​ໄດ້​ເຫັນຮຸ່ງ, ປົດປ່ອຍ​ຜູ້​ທີ່​ຖືກ​ກົດຂີ່ຂົ່ມເຫັງ​ໃຫ້​ເປັນ​ອິດສະຫລະ,


ຂໍ​ຊຳລະ​ພວກເຂົາ​ໃຫ້​ບໍລິສຸດ​ດ້ວຍ​ຄວາມຈິງ, ພຣະທຳ​ຂອງ​ພຣະອົງ​ເປັນ​ຄວາມຈິງ.


ຄຳ​ຕັດສິນ​ເປັນ​ດັ່ງນີ້​ຄື ຄວາມສະຫວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ, ແຕ່​ມະນຸດ​ຮັກ​ຄວາມມືດ​ແທນ​ທີ່​ຈະ​ຮັກ​ຄວາມສະຫວ່າງ ເພາະ​ການກະທຳ​ຂອງ​ພວກເຂົາ​ຊົ່ວຮ້າຍ.


ພຣະເຢຊູເຈົ້າ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ຂອງຂວັນ​ທີ່​ພຣະເຈົ້າ​ມອບ​ໃຫ້ ແລະ ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມນ້ຳ​ຈາກ​ເຈົ້າ, ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ ເພິ່ນ​ຈະ​ໃຫ້​ນ້ຳ​ທີ່​ມີຊີວິດ​ແກ່​ເຈົ້າ”.


ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ປະຊາຊົນ​ອີກ, ພຣະອົງ​ກ່າວ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ຄວາມສະຫວ່າງ​ຂອງ​ໂລກ. ຜູ້ໃດ​ກໍ​ຕາມ​ທີ່​ຕາມ​ເຮົາ​ມາ​ຈະ​ບໍ່​ເດີນ​ໃນ​ຄວາມມືດ, ແຕ່​ຈະ​ມີ​ຄວາມສະຫວ່າງ​ແຫ່ງ​ຊີວິດ”.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ໄດ້​ມາ​ໃນ​ໂລກ​ນີ້​ເພື່ອ​ການ​ພິພາກສາ, ເພື່ອ​ວ່າ​ຄົນຕາບອດ​ຈະ​ເຫັນຮຸ່ງ ແລະ ຜູ້​ທີ່​ເຫັນຮຸ່ງ​ຈະ​ກາຍ​ເປັນ​ຄົນຕາບອດ”.


ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ໃນ​ໂລກ​ນີ້ ເຮົາ​ກໍ​ເປັນ​ຄວາມສະຫວ່າງ​ຂອງ​ໂລກ”.


ຜູ້ທຳນວາຍ​ທັງໝົດ​ກໍ​ຢືນຢັນ​ກ່ຽວກັບ​ພຣະອົງ​ວ່າ, ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ຜ່ານທາງ​ນາມ​ຂອງ​ພຣະອົງ”.


ເພາະ​ນີ້​ແມ່ນ​ສິ່ງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ພວກເຮົາ​ໄວ້​ວ່າ: “‘ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ແສງສະຫວ່າງ​ແກ່​ຄົນຕ່າງຊາດ ເພື່ອ​ເຈົ້າ​ຈະ​ນຳ​ຄວາມພົ້ນ​ໄປ​ຈົນ​ເຖິງ​ສຸດ​ປາຍ​ແຜ່ນດິນໂລກ’”.


ພຣະອົງ​ບໍ່​ໄດ້​ຈຳແນກ​ລະຫວ່າງ​ພວກເຮົາ​ກັບ​ພວກເຂົາ, ເພາະ​ພຣະອົງ​ໄດ້​ຊຳລະ​ຈິດໃຈ​ຂອງ​ພວກເຂົາ​ໃຫ້​ບໍລິສຸດ​ດ້ວຍ​ຄວາມເຊື່ອ.


ເປໂຕ​ຕອບ​ວ່າ, “ພວກທ່ານ​ທຸກຄົນ​ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເພື່ອ​ບາບ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ການອະໄພ ແລະ ພວກທ່ານ​ກໍ​ຈະ​ໄດ້​ຮັບ​ຂອງປະທານ​ຄື​ພຣະວິນຍານບໍລິສຸດເຈົ້າ.


ຂ້າພະເຈົ້າ​ໄດ້​ປະກາດ​ແກ່​ຄົນ​ຢິວ ແລະ ຄົນ​ກຣີກ​ວ່າ ພວກເຂົາ​ຕ້ອງ​ຖິ້ມໃຈເກົ່າເອົາໃຈໃໝ່​ກັບ​ຄືນ​ມາ​ຫາ​ພຣະເຈົ້າ ແລະ ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


“ບັດນີ້ ຂ້າພະເຈົ້າ​ຂໍ​ມອບ​ພວກທ່ານ​ທັງຫລາຍ​ໄວ້​ກັບ​ພຣະເຈົ້າ ແລະ ໄວ້​ກັບ​ພຣະຄຳ​ແຫ່ງ​ພຣະຄຸນ​ຂອງ​ພຣະອົງ ເຊິ່ງ​ສາມາດ​ເສີມ​ສ້າງ​ພວກທ່ານ ແລະ ໃຫ້​ພວກທ່ານ​ມີ​ມໍລະດົກ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ.


“ຫລັງຈາກນັ້ນ ຂ້າແດ່​ກະສັດ​ອັກຄຣີປາ ຂ້ານ້ອຍ​ຈຶ່ງ​ບໍ່​ຂັດຂືນ​ຕໍ່​ນິມິດ​ຈາກ​ສະຫວັນ​ນັ້ນ.


ຄື​ທີ່​ພຣະຄຣິດເຈົ້າ​ຈະ​ຕ້ອງ​ທົນທຸກທໍລະມານ ແລະ, ໃນ​ຖານະ​ທີ່​ເປັນ​ຜູ້ທຳອິດ​ທີ່​ເປັນຄືນມາຈາກຕາຍ ແລະ ນຳ​ແສງສະຫວ່າງ​ມາ​ສູ່​ຄົນ​ຂອງ​ພຣະອົງ​ເອງ ແລະ ຄົນຕ່າງຊາດ”.


ດັ່ງນັ້ນ, ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຫັນ​ຄືນ​ມາ​ຫາ​ພຣະເຈົ້າ, ເພື່ອ​ວ່າ​ບາບ​ທັງຫລາຍ​ຂອງ​ພວກທ່ານ​ຈະ​ຖືກ​ລຶບລ້າງ​ອອກ​ໄປ, ເວລາ​ແຫ່ງ​ຄວາມ​ສົດຊື່ນ​ຈະ​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ,


ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ໃຫ້​ຢູ່​ເບື້ອງຂວາ​ມື​ຂອງ​ພຣະອົງ ໃຫ້​ເປັນ​ອົງ​ເຈົ້າຊາຍ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ ເພື່ອ​ພຣະອົງ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ​ກັບໃຈໃໝ່ ແລະ ໄດ້​ຮັບ​ການ​ອະໄພ​ບາບ​ຂອງ​ພວກເຂົາ.


ບັດນີ້ ຖ້າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະອົງ​ແລ້ວ​ພວກເຮົາ​ກໍ​ເປັນ​ຜູ້ຮັບ​ມໍລະດົກ ຄື​ເປັນ​ຜູ້ຮັບ​ມໍລະດົກ​ຈາກ​ພຣະເຈົ້າ ແລະ ເປັນ​ຜູ້​ຮ່ວມ​ຮັບ​ມໍລະດົກ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ, ຖ້າ​ພວກເຮົາ​ຮ່ວມ​ທົນທຸກທໍລະມານ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ​ດ້ວຍ.


ເຖິງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ຜູ້​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ຄົນ​ທີ່​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ​ກັນ​ກັບ​ຄົນ​ທັງໝົດ​ໃນ​ທຸກແຫ່ງຫົນ​ທີ່​ຮ້ອງອອກ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຂົາ ແລະ ຂອງ​ພວກເຮົາ:


ເພາະ​ໂດຍ​ພຣະອົງ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ ຜູ້​ເປັນ​ປັນຍາ​ຈາກ​ພຣະເຈົ້າ​ເພື່ອ​ເຮົາ ນັ້ນ​ຄື​ເປັນ​ຄວາມຊອບທຳ, ຄວາມບໍລິສຸດ ແລະ ການ​ໄຖ່​ຂອງ​ພວກເຮົາ.


ພະ​ຂອງ​ຍຸກ​ນີ້​ເຮັດ​ໃຫ້​ຈິດໃຈ​ຂອງ​ບັນດາ​ຄົນທີ່ບໍ່ເຊື່ອ​ບອດ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ສາມາດ​ເຫັນ​ແສງສະຫວ່າງ​ຂອງ​ຂ່າວປະເສີດ​ທີ່​ສະແດງ​ສະຫງ່າລາສີ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ເໝືອນ​ພຣະເຈົ້າ​ທຸກ​ຢ່າງ.


ເພາະ​ພຣະເຈົ້າ​ຜູ້​ກ່າວ​ວ່າ, “ໃຫ້​ຄວາມສະຫວ່າງ​ສ່ອງ​ອອກມາ​ຈາກ​ຄວາມມືດ” ໄດ້​ໃຫ້​ແສງສະຫວ່າງ​ຂອງ​ພຣະອົງ​ສ່ອງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ມີ​ຄວາມສະຫວ່າງ​ແຫ່ງ​ຄວາມຮູ້​ເຖິງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ທີ່​ໄດ້​ສຳແດງ​ໃນ​ເທິງ​ໃບ​ໜ້າ​ຂອງ​ພຣະຄຣິດເຈົ້າ.


ຢ່າ​ທຽມແອກ​ຮ່ວມ​ກັບ​ຄົນທີ່ບໍ່ເຊື່ອ. ເພາະ​ຄວາມຊອບທຳ​ກັບ​ຄວາມ​ອະທຳ​ຈະ​ມີ​ສິ່ງໃດ​ຮ່ວມກັນ​ໄດ້? ຫລື ຄວາມສະຫວ່າງ​ກັບ​ຄວາມມືດ​ຈະ​ສາມັກຄີທຳ​ກັນ​ໄດ້​ຢ່າງໃດ?


ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດເຈົ້າ​ແລ້ວ ແລະ ເຮົາ​ຈຶ່ງ​ບໍ່​ມີຊີວິດ​ຢູ່​ຕໍ່ໄປ, ແຕ່​ພຣະຄຣິດເຈົ້າ​ມີຊີວິດ​ຢູ່​ໃນ​ເຮົາ. ຊີວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ດໍາເນີນຊີວິດ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ໄດ້​ຮັກ​ເຮົາ ແລະ ໄດ້​ມອບ​ພຣະອົງ​ເອງ​ເພື່ອ​ເຮົາ.


ພຣະອົງ​ໄດ້​ໄຖ່​ພວກເຮົາ​ເພື່ອ​ວ່າ​ພອນ​ທີ່​ໄດ້​ໃຫ້​ແກ່​ອັບຣາຮາມ​ນັ້ນ ຈະ​ມາ​ເຖິງ​ຄົນຕ່າງຊາດ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ, ເພື່ອ​ວ່າ​ໂດຍ​ທາງ​ຄວາມເຊື່ອ ພວກເຮົາ​ຈະ​ໄດ້ຮັບ​ພຣະວິນຍານ​ຕາມ​ສັນຍາ.


ເຮົາ​ຢາກ​ຮູ້​ຈາກ​ພວກເຈົ້າ​ພຽງແຕ່​ສິ່ງ​ດຽວ​ກໍ​ຄື: ພວກເຈົ້າ​ໄດ້​ຮັບ​ພຣະວິນຍານ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ ຫລື ໂດຍ​ຄວາມເຊື່ອ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ?


ໃນ​ພຣະອົງ​ນັ້ນ ພວກເຮົາ​ກໍ​ໄດ້​ຮັບ​ການ​ເລືອກ​ເໝືອນກັນ, ຖືກ​ກຳນົດ​ໄວ້​ລ່ວງໜ້າ​ຕາມ​ແຜນການ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ທຸກສິ່ງ​ເປັນ​ໄປ​ຕາມ​ຈຸດມຸ່ງໝາຍ​ຂອງ​ຄວາມ​ປະສົງ​ຂອງ​ພຣະອົງ,


ຜູ້​ເປັນ​ມັດຈຳ​ຄ້ຳປະກັນ​ມໍລະດົກ​ຂອງ​ພວກເຮົາ​ຈົນ​ກວ່າ​ຄົນ​ຂອງ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ໄຖ່ ເພື່ອ​ເປັນ​ການສັນລະເສີນ​ສະຫງ່າລາສີ​ຂອງ​ພຣະອົງ.


ເຮົາ​ອະທິຖານ​ໃຫ້​ຕາ​ໃຈ​ຂອງ​ພວກເຈົ້າ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ເຖິງ​ຄວາມຫວັງ​ທີ່​ພຣະອົງ​ໄດ້​ເອີ້ນ​ພວກເຈົ້າ​ນັ້ນ ຄື​ຮູ້​ເຖິງ​ຄວາມຮັ່ງມີ​ແຫ່ງ​ມໍລະດົກ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ​ໃນ​ຄົນ​ບໍລິສຸດ​ຂອງ​ພຣະອົງ,


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ​ຕາມ​ພຣະຄຸນ​ອັນ​ອຸດົມ​ຂອງ​ພຣະເຈົ້າ


ດ້ວຍວ່າ ພວກເຈົ້າ​ໄດ້​ຮັບ​ຄວາມພົ້ນ​ນັ້ນ​ກໍ​ໂດຍ​ພຣະຄຸນ​ຜ່ານ​ທາງ​ຄວາມເຊື່ອ ແລະ ຄວາມລອດພົ້ນ​ນີ້​ບໍ່​ໄດ້​ມາ​ຈາກ​ພວກເຈົ້າເອງ, ແຕ່​ເປັນ​ຂອງປະທານ​ຈາກ​ພຣະເຈົ້າ


ພວກເຂົາ​ມີ​ຄວາມມືດມົວ​ໃນ​ຄວາມເຂົ້າໃຈ​ຂອງ​ພວກເຂົາ ແລະ ຖືກ​ແຍກ​ຈາກ​ຊີວິດ​ຝ່າຍ​ພຣະເຈົ້າ​ເພາະ​ຄວາມໂງ່​ທີ່​ຢູ່​ໃນ​ພວກເຂົາ​ເນື່ອງ​ຈາກ​ໃຈ​ທີ່​ແຂງກະດ້າງ​ຂອງ​ພວກເຂົາ.


ຢ່າ​ມີສ່ວນ​ກັບ​ກິດຈະການ​ຂອງ​ຄວາມມືດ​ທີ່​ບໍ່​ມີ​ຜົນ, ແຕ່​ຈົ່ງ​ເປີດເຜີຍ​ການກະທຳ​ເຫລົ່ານັ້ນ​ອອກມາ​ກໍ​ດີ​ກວ່າ.


ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ: “ຄົນ​ທີ່​ຫລັບ​ເອີຍ, ຈົ່ງ​ຕື່ນຂຶ້ນ, ຈົ່ງ​ຟື້ນຄືນ​ມາ​ຈາກ​ຄວາມຕາຍ, ແລະ ພຣະຄຣິດເຈົ້າ​ຈະ​ສ່ອງສະຫວ່າງ​ໃສ່​ເຈົ້າ”.


ເພາະ​ເມື່ອກ່ອນ​ພວກເຈົ້າ​ຢູ່​ໃນ​ຄວາມມືດ, ແຕ່​ດຽວນີ້​ພວກເຈົ້າ​ເປັນ​ຄວາມສະຫວ່າງ​ໃນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ດຳເນີນຊີວິດ​ເໝືອນດັ່ງ​ລູກ​ຂອງ​ຄວາມສະຫວ່າງ


ເພາະ​ພວກເຮົາ​ບໍ່​ໄດ້​ຕໍ່ສູ້​ກັບ​ເນື້ອໜັງ ແລະ ເລືອດ, ແຕ່​ຕໍ່ສູ້​ກັບ​ບັນດາ​ຜູ້ປົກຄອງ, ຕໍ່ສູ້​ກັບ​ຜູ້​ມີ​ສິດອຳນາດ, ຕໍ່ສູ້​ກັບ​ອຳນາດ​ແຫ່ງ​ຄວາມມືດ​ຂອງ​ໂລກ​ນີ້ ແລະ ຕໍ່ສູ້​ກັບ​ບັນດາ​ວິນຍານ​ຝ່າຍ​ຄວາມ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ.


ແລະ ໂດຍ​ຫວັງ​ວ່າ​ພວກເຂົາ​ຈະ​ໄດ້​ສະຕິ ແລະ ຫລຸດພົ້ນ​ຈາກ​ກັບດັກ​ຂອງ​ມານຮ້າຍ ຜູ້​ທີ່​ໄດ້​ຈັບ​ພວກເຂົາ​ໄວ້​ເປັນ​ຊະເລີຍ​ເພື່ອ​ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ມັນ.


ແລະ ໂດຍ​ຄວາມ​ປະສົງ​ນີ້, ພວກເຮົາ​ທັງຫລາຍ​ຈຶ່ງ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ໂດຍ​ການ​ຖວາຍ​ກາຍ​ຂອງ​ພຣະເຢຊູຄຣິດເຈົ້າ​ເປັນ​ເຄື່ອງບູຊາ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ.


ເພາະ​ໂດຍ​ການຖວາຍບູຊາ​ພຽງ​ຄັ້ງ​ດຽວ​ພຣະອົງ​ໄດ້​ເຮັດ​ໃຫ້​ບັນດາ​ຜູ້​ທີ່​ກຳລັງ​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ນັ້ນ​ເຖິງ​ຄວາມສົມບູນ​ຕະຫລອດໄປ.


ແລະ ຖ້າ​ບໍ່​ມີ​ຄວາມເຊື່ອ​ກໍ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເຮັດ​ໃຫ້​ພຣະເຈົ້າ​ພໍໃຈ, ເພາະວ່າ​ທຸກ​ຄົນ​ທີ່​ຈະ​ມາ​ຫາ​ພຣະເຈົ້າ​ນັ້ນ​ຕ້ອງ​ເຊື່ອ​ວ່າ​ພຣະອົງ​ມີ​ຊີວິດ​ຢູ່ ແລະ ພຣະອົງ​ໃຫ້​ລາງວັນ​ແກ່​ບັນດາ​ຜູ້​ທີ່​ສະແຫວງຫາ​ພຣະອົງ​ຢ່າງ​ຈິງຈັງ.


ດ້ວຍເຫດ​ນີ້ ພຣະຄຣິດເຈົ້າ​ຈຶ່ງ​ເປັນ​ຜູ້ກາງ​ຂອງ​ພັນທະສັນຍາ​ໃໝ່, ເພື່ອ​ບັນດາ​ຜູ້​ທີ່​ພຣະອົງ​ເອີ້ນ​ນັ້ນ​ຈະ​ໄດ້​ຮັບ​ມໍລະດົກ​ຕະຫລອດໄປ​ເປັນນິດ​ຕາມ​ທີ່​ໄດ້​ສັນຍາ​ໄວ້ ເພາະ​ພຣະຄຣິດ​ໄດ້​ຕາຍ​ເປັນ​ຄ່າ​ໄຖ່​ເພື່ອ​ປົດປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ​ຈາກ​ບາບ​ທີ່​ໄດ້​ເຮັດ​ພາຍໃຕ້​ພັນທະສັນຍາ​ເດີມ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ: ຈົ່ງ​ຟັງ, ພຣະເຈົ້າ​ເລືອກ​ຜູ້​ທີ່​ຍາກຈົນ​ໃນ​ສາຍຕາ​ຂອງ​ຊາວ​ໂລກ​ໃຫ້​ຮັ່ງມີ​ໃນ​ຄວາມເຊື່ອ ແລະ ໃຫ້​ຄອບຄອງ​ອານາຈັກ​ທີ່​ພຣະອົງ​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ​ບໍ່​ແມ່ນ​ບໍ?


ແລະ ເຂົ້າ​ໃນ​ມໍລະດົກ​ອັນ​ບໍ່​ມີ​ວັນ​ເສື່ອມສູນ, ບໍ່​ເປື່ອຍເນົ່າ ຫລື ບໍ່​ຈາງຫາຍໄປ. ມໍລະດົກ​ນີ້​ໄດ້​ຮັກສາ​ໄວ້​ໃນ​ສະຫວັນ​ເພື່ອ​ພວກເຈົ້າ.


ເພາະ “ພວກເຈົ້າ​ເປັນ​ເໝືອນດັ່ງ​ແກະ​ທີ່​ຫລົງ​ທາງ”, ແຕ່​ບັດນີ້​ໄດ້​ກັບ​ມາ​ຫາ​ພຣະ​ຜູ້ລ້ຽງ ແລະ ຜູ້​ດູແລ​ຈິດວິນຍານ​ຂອງ​ພວກເຈົ້າ​ແລ້ວ.


ແຕ່​ພວກເຈົ້າ​ເປັນ​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້, ເປັນ​ປະໂລຫິດ​ຫລວງ, ເປັນ​ຊົນຊາດ​ບໍລິສຸດ, ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ, ເພື່ອ​ພວກເຈົ້າ​ຈະ​ໄດ້​ປະກາດ​ຄຳ​ສັນລະເສີນ​ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ​ອອກຈາກ​ຄວາມມືດ​ເຂົ້າ​ສູ່​ຄວາມສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ຖ້າ​ພວກເຮົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ພວກເຮົາ, ພຣະອົງ​ສັດຊື່ ແລະ ທ່ຽງທຳ​ຈະ​ອະໄພ​ບາບ​ຂອງ​ພວກເຮົາ ແລະ ຊຳລະ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ອະທຳ​ທັງໝົດ.


ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ, ເພາະວ່າ​ຄວາມບາບ​ຂອງ​ພວກເຈົ້າ​ໄດ້​ຮັບ​ການ​ອະໄພ​ແລ້ວ​ເພາະ​ດ້ວຍ​ນາມ​ຂອງ​ພຣະອົງ.


ຜູ້​ທີ່​ເຮັດບາບ​ກໍ​ມາ​ຈາກ​ມານຮ້າຍ ເພາະ​ມານຮ້າຍ​ເຮັດ​ບາບ​ມາ​ຕັ້ງແຕ່​ປະຖົມມະການ. ເຫດຜົນ​ທີ່​ພຣະບຸດ​ຂອງ​ພຣະເຈົ້າ​ມາ​ປາກົດ​ກໍ​ຄື​ເພື່ອ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ.


ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ທົ່ວ​ໂລກ​ກໍ​ຕົກ​ຢູ່​ໃຕ້​ການຄວບຄຸມ​ຂອງ​ມານຊົ່ວຮ້າຍ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢູດາ ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ ແລະ ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ ເຊິ່ງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ​ພຣະບິດາ ແລະ ຮັກສາ​ໄວ້​ເພື່ອ​ພຣະເຢຊູຄຣິດເຈົ້າ:


ບໍ່​ມີ​ສິ່ງ​ທີ່​ເປັນມົນທິນ ຫລື ຜູ້ໃດ​ທີ່​ເຮັດ​ສິ່ງ​ທີ່​ໜ້າອັບອາຍ ຫລື ຫລອກລວງ ຈະ​ເຂົ້າ​ໃນ​ນະຄອນ​ນີ້​ໄດ້​ເລີຍ, ມີ​ແຕ່​ບັນດາ​ຜູ້​ທີ່​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ເທົ່ານັ້ນ​ຈຶ່ງ​ຈະ​ເຂົ້າ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka