Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 26:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ພວກຂ້ານ້ອຍ​ທັງໝົດ​ລົ້ມລົງ​ພື້ນດິນ ແລະ ຂ້ານ້ອຍ​ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ຂ້ານ້ອຍ​ເປັນ​ພາສາ​ອາຣາມິກ​ວ່າ, ‘ໂຊໂລ, ໂຊໂລ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ? ເປັນ​ການ​ຍາກ​ທີ່​ເຈົ້າ​ຈະ​ຄັດຄ້ານ​ຄວາມປະສົງ​ຂອງ​ເຮົາ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ເມື່ອ​ທຸກຄົນ​ລົ້ມ​ລົງ​ທີ່​ພື້ນດິນ ແລະ​ຂ້ານ້ອຍ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວ​ເປັນ​ພາສາ​ເຮັບເຣີ​ວ່າ, ‘ໂຊໂລ ໂຊໂລ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ? ເຈົ້າ​ເຮັດ​ໃຫ້​ເຈັບ​ຕົວ​ເອງ​ລ້າໆ ດັ່ງ​ສັດ​ທີ່​ລູ່​ໃສ່​ໄມ້ແສ້​ຂອງ​ຜູ້​ເປັນ​ນາຍ.’

Uka jalj uñjjattʼäta Copia luraña




ກິດຈະການ 26:14
11 Jak'a apnaqawi uñst'ayäwi  

ເມື່ອ​ນາຍພັນ​ອະນຸຍາດ​ແລ້ວ ໂປໂລ​ຈຶ່ງ​ຢືນ​ຢູ່​ທີ່​ຂັ້ນໄດ ແລະ ໂບກມື ໃຫ້​ປະຊາຊົນ​ງຽບ​ລົງ. ເມື່ອ​ຄົນ​ທັງຫລາຍ​ງຽບ​ລົງ​ແລ້ວ ໂປໂລ​ຈຶ່ງ​ກ່າວ​ເປັນ​ພາສາ​ອາຣາມິກ​ວ່າ:


ເມື່ອ​ປະຊາຊົນ​ໄດ້​ຍິນ​ເພິ່ນ​ກ່າວ​ເປັນ​ພາສາ​ອາຣາມິກ, ພວກເຂົາ​ກໍ​ງຽບ​ລົງ​ກວ່າ​ເກົ່າ. ແລ້ວ​ໂປໂລ​ຈຶ່ງ​ກ່າວ​ວ່າ,


ກະສັດ​ອັກຄຣີປາ​ທີ່​ນັບຖື, ປະມານ​ຕອນທ່ຽງ​ໃນ​ຂະນະ​ທີ່​ຢູ່​ກາງທາງ ຂ້ານ້ອຍ​ເຫັນ​ແສງສະຫວ່າງ​ຈາກ​ສະຫວັນ ແສງ​ກ້າ​ກວ່າ​ແສງອາທິດ ສ່ອງ​ອ້ອມ​ຂ້ານ້ອຍ ແລະ ຄົນ​ທີ່​ເດີນທາງ​ໄປ​ກັບ​ຂ້ານ້ອຍ.


“ແລ້ວ​ຂ້ານ້ອຍ​ຈຶ່ງ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ເອີຍ ພຣະອົງ​ເປັນ​ຜູ້ໃດ?’ “ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, ‘ເຮົາ​ແມ່ນ​ເຢຊູ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ​ນັ້ນ​ແຫລະ.


ຜູ້ຊາຍ​ທັງຫລາຍ​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ໂຊໂລ​ນັ້ນ​ຕ່າງ​ກໍ​ຢືນ​ນິ້ງ​ຢູ່​ເວົ້າ​ບໍ່​ອອກ, ພວກເຂົາ​ໄດ້​ຍິນ​ສຽງ​ນັ້ນ​ແຕ່​ບໍ່​ເຫັນ​ຜູ້ໃດ.


ພວກເຮົາ​ກຳລັງ​ພະຍາຍາມ​ຍຸຍົງ​ໃຫ້​ອົງພຣະຜູ້ເປັນເຈົ້າ​ອິດສາ​ບໍ? ພວກເຮົາ​ເຂັ້ມແຂງ​ກວ່າ​ພຣະອົງ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka