Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 26:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ກະສັດ​ອັກຄຣີປາ​ທີ່​ນັບຖື, ປະມານ​ຕອນທ່ຽງ​ໃນ​ຂະນະ​ທີ່​ຢູ່​ກາງທາງ ຂ້ານ້ອຍ​ເຫັນ​ແສງສະຫວ່າງ​ຈາກ​ສະຫວັນ ແສງ​ກ້າ​ກວ່າ​ແສງອາທິດ ສ່ອງ​ອ້ອມ​ຂ້ານ້ອຍ ແລະ ຄົນ​ທີ່​ເດີນທາງ​ໄປ​ກັບ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ກະສັດ​ອັກຄຼີປາ​ທີ່​ນັບຖື ໃນ​ເວລາ​ທ່ຽງວັນ ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ແສງ​ສະຫວ່າງ​ກ້າ​ກວ່າ​ແສງ​ຕາເວັນ ຈາກ​ທ້ອງຟ້າ​ສ່ອງ​ລົງ​ມາ​ອ້ອມ​ຂ້ານ້ອຍ ກັບ​ຄົນ​ທີ່​ເດີນທາງ​ໄປ​ນຳ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña




ກິດຈະການ 26:13
10 Jak'a apnaqawi uñst'ayäwi  

ຢູ່​ທີ່​ນັ້ນ ຮ່າງກາຍ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ. ໃບໜ້າ​ຂອງ​ພຣະອົງ​ສ່ອງແສງ​ເຫລື້ອມໃສ​ເໝືອນດັ່ງ​ຕາເວັນ ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ເໝືອນດັ່ງ​ແສງສະຫວ່າງ.


“ປະມານ​ຕອນທ່ຽງ ໃນ​ຂະນະ​ທີ່​ຂ້າພະເຈົ້າ​ມາ​ໃກ້​ຈະ​ເຖິງ​ເມືອງ​ດາມັສກັດ, ໃນ​ທັນໃດ​ນັ້ນ ກໍ​ມີ​ແສງສະຫວ່າງ​ກ້າ​ຈາກ​ສະຫວັນ​ສ່ອງ​ລົງ​ມາ​ອ້ອມ​ຂ້າພະເຈົ້າ.


ບັນດາ​ຄົນ​ທີ່​ໄປ​ກັບ​ຂ້າພະເຈົ້າ​ໄດ້​ເຫັນ​ແສງ​ສະຫວ່າງ​ນັ້ນ ແຕ່​ບໍ່​ເຂົ້າໃຈ​ສຽງ​ຂອງ​ພຣະອົງ​ຜູ້​ທີ່​ກ່າວ​ກັບ​ຂ້າພະເຈົ້າ.


“ໃນ​ການເດີນທາງ​ຄັ້ງ​ໜຶ່ງ ຂ້ານ້ອຍ​ກຳລັງ​ຈະ​ໄປ​ຍັງ​ເມືອງ​ດາມັສກັດ ໂດຍ​ໄດ້​ຮັບ​ສິດອຳນາດ ແລະ ການ​ມອບໝາຍ​ຈາກ​ມະຫາ​ປະໂລຫິດ.


ພວກຂ້ານ້ອຍ​ທັງໝົດ​ລົ້ມລົງ​ພື້ນດິນ ແລະ ຂ້ານ້ອຍ​ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ຂ້ານ້ອຍ​ເປັນ​ພາສາ​ອາຣາມິກ​ວ່າ, ‘ໂຊໂລ, ໂຊໂລ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ? ເປັນ​ການ​ຍາກ​ທີ່​ເຈົ້າ​ຈະ​ຄັດຄ້ານ​ຄວາມປະສົງ​ຂອງ​ເຮົາ’.


ເມື່ອ​ລາວ​ເດີນທາງ​ມາ​ໃກ້​ຈະ​ຮອດ​ເມືອງ​ດາມັສກັດ, ໃນ​ທັນໃດ​ນັ້ນ ກໍ​ມີ​ແສງສະຫວ່າງ​ຈາກ​ສະຫວັນ​ສ່ອງ​ແມບມາບ​ລົງ​ມາ​ອ້ອມ​ລາວ.


ພຣະອົງ​ຖື​ດາວ​ເຈັດ​ດວງ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບໜ້າ​ຂອງ​ພຣະອົງ​ເໝືອນດັ່ງ​ດວງຕາເວັນ​ທີ່​ສ່ອງແສງ​ກ້າ.


ນະຄອນ​ນີ້​ບໍ່​ຕ້ອງການ​ດວງອາທິດ ຫລື ດວງເດືອນ​ເພື່ອ​ສ່ອງແສງ ເພາະ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ໃຫ້​ແສງສະຫວ່າງ ແລະ ລູກແກະ​ຂອງ​ພຣະເຈົ້າ​ຄື​ຕະກຽງ​ແຫ່ງ​ນະຄອນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka