Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 26:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແລະ ນັ້ນ​ແຫລະ​ຄື​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ໃນ​ເຢຣູຊາເລັມ. ຂ້ານ້ອຍ​ໄດ້​ຈັບ​ຄົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ເຂົ້າ​ຄຸກ ໂດຍ​ອາໄສ​ສິດອຳນາດ​ຂອງ​ບັນດາ​ຫົວໜ້າ​ປະໂລຫິດ ແລະ ເມື່ອ​ພວກເຂົາ​ຖືກ​ຂ້າ, ຂ້ານ້ອຍ​ກໍ​ເຫັນພ້ອມ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ການ​ຂັດຂວາງ​ເຊັ່ນນັ້ນ ຂ້ານ້ອຍ​ໄດ້​ເຮັດ​ໃນ​ນະຄອນ​ເຢຣູຊາເລັມ ເມື່ອ​ຂ້ານ້ອຍ​ໄດ້​ຮັບ​ສິດ​ອຳນາດ​ພິເສດ​ຈາກ​ພວກ​ມະຫາ​ປະໂຣຫິດ ແລະ​ໄດ້​ຈັບກຸມ​ໄພ່ພົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ເຂົ້າ​ຄຸກ ແລະ​ເມື່ອ​ພວກເຂົາ​ຖືກ​ຕັດສິນ​ລົງໂທດ​ໃຫ້​ປະຫານ​ຊີວິດ ຂ້ານ້ອຍ​ກໍ​ເຫັນ​ພ້ອມ​ດ້ວຍ.

Uka jalj uñjjattʼäta Copia luraña




ກິດຈະການ 26:10
17 Jak'a apnaqawi uñst'ayäwi  

ແລ້ວ​ລາກ​ເພິ່ນ​ອອກ​ໄປ​ຈາກ​ເມືອງ ແລະ ເລີ່ມ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ. ໃນຂະນະ​ດຽວ​ກັນ​ນັ້ນ, ຄົນ​ທັງຫລາຍ​ທີ່​ເປັນ​ພະຍານ​ໄດ້​ພາກັນ​ວາງ​ເສື້ອຄຸມ​ຂອງ​ພວກເຂົາ​ໄວ້​ທີ່​ຕີນ​ຂອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​ຊື່​ວ່າ​ໂຊໂລ.


ແລະ ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ. ໃນ​ວັນ​ນັ້ນ ມີ​ການ​ຂົ່ມເຫັງ​ຄຣິສຕະຈັກ​ຄັ້ງ​ໃຫຍ່​ໃນ​ເຢຣູຊາເລັມ ແລະ ພວກລູກສິດ​ທັງໝົດ​ຍົກເວັ້ນ​ພວກ​ອັກຄະສາວົກ​ຕ່າງ​ກໍ​ໄດ້​ກະຈັດ​ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ ແຂວງ​ຊາມາເຣຍ.


ແຕ່​ໂຊໂລ​ນັ້ນ​ກໍ​ເລີ່ມ​ທຳລາຍ​ຄຣິສຕະຈັກ. ເພິ່ນ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ, ດຶງ​ລາກ​ເອົາ​ທັງ​ຜູ້ຊາຍ ແລະ ແມ່ຍິງ​ອອກ​ມາ​ແລ້ວ​ເອົາ​ພວກເຂົາ​ໄປ​ຂັງ​ໄວ້​ໃນ​ຄຸກ.


ທຸກຄົນ​ທີ່​ໄດ້​ຍິນ​ກໍ​ປະຫລາດໃຈ ແລະ ຖາມ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ທຳລາຍ​ບັນດາ​ຜູ້​ທີ່​ຮ້ອງ​ອອກ​ນາມ​ນີ້​ໃນ​ເຢຣູຊາເລັມ​ແມ່ນ​ບໍ? ແລະ ລາວ​ມາ​ທີ່​ນີ້​ກໍ​ເພື່ອ​ຈັບ​ເອົາ​ຄົນ​ເຫລົ່ານັ້ນ​ເປັນ​ນັກໂທດ​ສົ່ງ​ໃຫ້​ຫົວໜ້າ​ປະໂລຫິດ​ແມ່ນ​ບໍ?”


ເມື່ອ​ໂຊໂລ​ມາ​ເຖິງ​ເຢຣູຊາເລັມ, ເພິ່ນ​ກໍ​ພະຍາຍາມ​ທີ່​ຈະ​ເຂົ້າ​ຮ່ວມ​ກັບ​ພວກສາວົກ, ແຕ່​ພວກສາວົກ​ທັງໝົດ​ພາກັນ​ຢ້ານ​ເພິ່ນ, ເພາະ​ບໍ່​ເຊື່ອ​ວ່າ​ເພິ່ນ​ເປັນ​ສາວົກ​ແທ້ໆ.


ຝ່າຍ​ເປໂຕ​ນັ້ນ​ໄດ້​ເດີນທາງ​ໄປ​ຍັງ​ບ່ອນ​ຕ່າງໆ, ເພິ່ນ​ໄດ້​ໄປ​ຢ້ຽມຢາມ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ທີ່​ຢູ່​ໃນ​ເມືອງ​ລິດດາ.


ເພິ່ນ​ຈຶ່ງ​ຈັບ​ມື​ນາງ​ໃຫ້​ຢືນ​ຂຶ້ນ​ແລ້ວ​ເອີ້ນ​ຜູ້ທີ່ເຊື່ອ​ທຸກຄົນ, ໂດຍສະເພາະ​ພວກ​ແມ່ໝ້າຍ​ນັ້ນ​ມາ ແລະ ເພິ່ນ​ໄດ້​ມອບ​ນາງ​ທີ່​ຄືນ​ມາ​ນັ້ນ​ໃຫ້​ແກ່​ພວກເຂົາ.


ເພາະ​ເຮົາ​ເປັນ​ຜູ້​ນ້ອຍ​ທີ່ສຸດ​ໃນ​ບັນດາ​ອັກຄະສາວົກ ແລະ ບໍ່​ສົມຄວນ​ແມ່ນແຕ່​ຈະ​ໄດ້​ຊື່​ວ່າ​ອັກຄະສາວົກ, ເພາະວ່າ​ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ.


ເພາະວ່າ​ພວກເຈົ້າ​ກໍ​ເຄີຍ​ໄດ້​ຍິນ​ເຖິງ​ວິຖີຊີວິດ​ຂອງ​ເຮົາ​ທີ່​ຜ່ານມາ​ໃນ​ສາສະໜາຢິວ, ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຢ່າງ​ຮຸນແຮງ ແລະ ພະຍາຍາມ​ຈະ​ທຳລາຍ​ຄຣິສຕະຈັກ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນໜຶ່ງ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ທີ່​ເມືອງ​ເອເຟໂຊ, ຜູ້​ສັດຊື່​ໃນ​ພຣະຄຣິດເຈົ້າເຢຊູ:


ຂ້າພະເຈົ້າ​ເຫັນ​ແມ່ຍິງ​ຄົນ​ນັ້ນ​ເມົາ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ, ເລືອດ​ຂອງ​ບັນດາ​ຜູ້​ທີ່​ເປັນ​ພະຍານ​ເພື່ອ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ນາງ​ແລ້ວ​ກໍ​ປະຫລາດໃຈ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka