Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 24:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ພະຍາຍາມ​ຮັກສາ​ຈິດສຳນຶກ​ອັນ​ດີງາມ​ຕໍ່ໜ້າ​ພຣະເຈົ້າ ແລະ ຕໍ່ໜ້າ​ມະນຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ອົດສາ​ປະພຶດ​ຕົນ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ຕໍ່ໜ້າ​ພຣະເຈົ້າ​ແລະ​ຕໍ່ໜ້າ​ມະນຸດ​ສະເໝີ​ມາ.”

Uka jalj uñjjattʼäta Copia luraña




ກິດຈະການ 24:16
20 Jak'a apnaqawi uñst'ayäwi  

ໂປໂລ​ຈ້ອງ​ເບິ່ງ​ໄປ​ທີ່​ສະມາຊິກ​ສະພາ​ແຊນເຮດຣິນ ແລະ ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ ເຮົາ​ໄດ້​ເຮັດ​ໜ້າທີ່​ຂອງ​ຕົນ​ຕໍ່​ພຣະເຈົ້າ​ດ້ວຍ​ຈິດສຳນຶກ​ທີ່​ດີ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້”.


ເພາະ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ​ຂໍ້ກຳນົດ​ຕ່າງໆ​ຂອງ​ກົດບັນຍັດ ໄດ້​ຈາລຶກ​ຢູ່​ໃນ​ຫົວໃຈ​ຂອງ​ພວກເຂົາ, ຈິດສຳນຶກ​ຂອງ​ພວກເຂົາ​ກໍ​ເປັນ​ພະຍານ​ເໝືອນກັນ ແລະ ຄວາມຄິດ​ຂອງ​ພວກເຂົາ​ນັ້ນ​ແຫລະ​ທີ່​ກ່າວໂທດ ຫລື ຈະ​ແກ້ໂຕ​ໃຫ້​ພວກເຂົາ.)


ເຮົາ​ຢູ່​ໃນ​ພຣະຄຣິດເຈົ້າ​ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່​ໄດ້​ກຳລັງ​ເວົ້າຕົວະ, ຈິດສຳນຶກ​ຂອງ​ເຮົາ​ກໍ​ຢືນຢັນ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ວ່າ


ຢ່າ​ເປັນ​ຕົ້ນເຫດ​ທີ່​ເຮັດ​ໃຫ້​ຜູ້ໃດ​ສະດຸດໃຈ ບໍ່​ວ່າ​ຈະ​ເປັນ​ຄົນຢິວ, ຄົນກຣີກ ຫລື ຄຣິສຕະຈັກ​ຂອງ​ພຣະເຈົ້າ


ຈິດສຳນຶກ​ຂອງ​ເຮົາ​ກໍ​ຊັດເຈນ, ແຕ່​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມຜິດ. ອົງພຣະຜູ້ເປັນເຈົ້າ​ເປັນ​ຜູ້​ຕັດສິນ​ເຮົາ.


ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.


ແທນ​ທີ່​ຈະ​ເປັນ​ຢ່າງ​ນັ້ນ, ພວກເຮົາ​ໄດ້​ປະຖິ້ມ​ວິຖີທາງ​ທີ່​ລັບລີ້ ແລະ ໜ້າອັບອາຍ​ນັ້ນ, ພວກເຮົາ​ບໍ່​ໃຊ້​ກົນອຸບາຍ ແລະ ບໍ່​ໄດ້​ບິດເບືອນ​ພຣະຄຳ​ຂອງ​ພຣະເຈົ້າ. ກົງກັນຂ້າມ, ພວກເຮົາ​ຍົກຍ້ອງ​ຕົນເອງ​ຕໍ່​ຈິດສຳນຶກ​ຂອງ​ທຸກຄົນ​ໃນ​ສາຍຕາ​ຂອງ​ພຣະເຈົ້າ ດ້ວຍ​ການສະແດງ​ຄວາມຈິງ​ຢ່າງ​ຈະແຈ້ງ.


ພວກເຈົ້າ​ທັງຫລາຍ​ກໍ​ເປັນ​ພະຍານ​ໄດ້ ແລະ ພຣະເຈົ້າ​ກໍ​ເປັນ​ພະຍານ​ເໝືອນ​ກັນ​ວ່າ​ພວກເຮົາ​ບໍລິສຸດ, ທ່ຽງທຳ ແລະ ບໍ່ມີຕຳໜິ​ເມື່ອ​ພວກເຮົາ​ຢູ່​ທ່າມກາງ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ຈົ່ງ​ຢຶດໝັ້ນ​ໃນ​ຄວາມເຊື່ອ ແລະ ຈິດສຳນຶກ​ອັນ​ດີ ເຊິ່ງ​ມີ​ບາງຄົນ​ໄດ້​ປະຕິເສດ ແລະ ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ຕົນ​ຫລົ້ມ.


ເປົ້າໝາຍ​ຂອງ​ຄຳສັ່ງ​ນີ້​ຄື​ຄວາມຮັກ ເຊິ່ງ​ມາ​ຈາກ​ໃຈ​ບໍລິສຸດ, ຈາກ​ຈິດສຳນຶກ​ທີ່​ດີ ແລະ ຈາກ​ຄວາມເຊື່ອ​ຢ່າງ​ຈິງໃຈ.


ພວກເຂົາ​ຕ້ອງ​ຢຶດໝັ້ນ​ໃນ​ຄວາມຈິງ​ອັນ​ເລິກເຊິ່ງ​ຂອງ​ຄວາມເຊື່ອ​ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ.


ເຮົາ​ຂອບພຣະຄຸນ​ພຣະເຈົ້າ, ພຣະອົງ​ຜູ້​ທີ່​ເຮົາ​ຮັບໃຊ້, ເຊັ່ນດຽວກັນ​ກັບ​ບັນພະບຸລຸດ​ຂອງ​ເຮົາ​ໄດ້​ກະທຳ ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ, ທັງ​ກາງເວັນ ແລະ ກາງຄືນ​ເຮົາ​ໄດ້​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ​ຢູ່​ສະເໝີ.


ສຳລັບ​ຄົນ​ສະອາດ​ນັ້ນ, ທຸກສິ່ງ​ກໍ​ສະອາດ ແຕ່​ສຳລັບ​ຄົນ​ທີ່​ເປັນມົນທິນ ແລະ ຄົນທີ່ບໍ່ເຊື່ອ​ນັ້ນ ບໍ່​ມີ​ສິ່ງໃດ​ສະອາດ​ເລີຍ ຄວາມຈິງແລ້ວ ຄວາມຄິດ​ຈິດໃຈ ແລະ ຈິດສຳນຶກ​ຂອງ​ພວກເຂົາ​ກໍ​ເສື່ອມຊາມ.


ກໍ​ໃຫ້​ພວກເຮົາ​ເຂົ້າ​ໃກ້​ພຣະເຈົ້າ​ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ຄວາມໝັ້ນໃຈ​ຢ່າງ​ເຕັມທີ່​ໃນ​ຄວາມເຊື່ອ ໂດຍ​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການຊິດໃສ່​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ໝົດ​ຈາກ​ຈິດສຳນຶກ​ທີ່​ຟ້ອງ​ວ່າ​ຕົນ​ຜິດ ແລະ ຮ່າງກາຍ​ຂອງ​ພວກເຮົາ​ໄດ້​ຮັບ​ການຊຳລະລ້າງ​ດ້ວຍ​ນ້ຳ​ບໍລິສຸດ​ແລ້ວ.


ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ. ພວກເຮົາ​ແນ່ໃຈ​ວ່າ​ພວກເຮົາ​ມີ​ຈິດສຳນຶກ​ອັນ​ໃສ​ສະອາດ ແລະ ປາຖະໜາ​ທີ່​ຈະ​ດຳເນີນຊີວິດ​ຢ່າງ​ມີ​ກຽດ​ໃນ​ທຸກ​ດ້ານ.


ແລ້ວ​ຫລາຍກວ່ານັ້ນ​ຈັກ​ເທົ່າໃດ, ໂລຫິດ​ຂອງ​ພຣະຄຣິດເຈົ້າ​ຜູ້​ໄດ້​ຖວາຍ​ພຣະອົງ​ເອງ​ຢ່າງ​ບໍ່ມີຕຳໜິ​ແກ່​ພຣະເຈົ້າ ໂດຍ​ທາງ​ພຣະວິນຍານ​ຕະຫລອດໄປ​ເປັນນິດ ກໍ​ຈະ​ຊຳລະ​ຈິດສຳນຶກ​ຂອງ​ພວກເຮົາ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບໃຊ້​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່!


ເພາະ​ຜູ້​ທີ່​ຍອມ​ທຸກທໍລະມານ​ຢ່າງ​ບໍ່ຍຸຕິທຳ​ເພາະ​ພວກເຂົາ​ສຳນຶກ​ໃນ​ພຣະເຈົ້າ​ນັ້ນ​ກໍ​ໜ້າ​ຍົກຍ້ອງ.


ຈົ່ງ​ຮັກສາ​ຈິດສຳນຶກ​ໃຫ້​ໃສ​ສະອາດ ເພື່ອ​ຜູ້​ທີ່​ກ່າວຮ້າຍ​ຄວາມປະພຶດ​ດີ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ນັ້ນ​ຈະ​ໄດ້​ລະອາຍໃຈ​ທີ່​ມາ​ໃສ່ຮ້າຍ​ພວກເຈົ້າ.


ແລະ ນ້ຳ​ນີ້​ເປັນ​ສັນຍາລັກ​ການຮັບບັບຕິສະມາ ເຊິ່ງ​ບັດນີ້​ໄດ້​ຊ່ວຍ​ພວກເຈົ້າ​ທັງຫລາຍ​ໃຫ້​ລອດພົ້ນ​ເໝືອນກັນ ບໍ່​ແມ່ນ​ເປັນ​ການ​ກຳຈັດ​ສິ່ງ​ເປື້ອນເປິ​ອອກ​ຈາກ​ຮ່າງກາຍ ແຕ່​ເປັນ​ການ​ປະຕິຍານ​ຕໍ່​ພຣະເຈົ້າ​ວ່າ​ຈະ​ຮັກສາ​ຈິດສຳນຶກ​ທີ່​ດີ. ບັບຕິສະມາ​ໄດ້​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໂດຍ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka