Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 24:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ຜູ້​ທີ່​ກ່າວຫາ​ຂ້າພະເຈົ້າ​ບໍ່​ໄດ້​ເຫັນ​ວ່າ​ຂ້າພະເຈົ້າ​ໂຕ້ຖຽງ​ກັບ​ຜູ້ໃດ​ທີ່​ວິຫານ, ຫລື ປຸກລະດົມ​ຄົນ​ໃນ​ທຳມະສາລາ​ຕ່າງໆ ຫລື ບ່ອນອື່ນ​ໃນ​ເມືອງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເມື່ອ​ພວກ​ຢິວ​ໄດ້​ພົບ​ຂ້ານ້ອຍ​ນັ້ນ ຂ້ານ້ອຍ​ບໍ່ໄດ້​ໂຕ້ຖຽງ​ກັບ​ຜູ້ໃດ​ໃນ​ພຣະວິຫານ​ເລີຍ ແລະ​ພວກເຂົາ​ກໍ​ເຫັນ​ວ່າ ຂ້ານ້ອຍ​ບໍ່ໄດ້​ຍຸແຍ່​ປະຊາຊົນ​ໃຫ້​ລຸກຮື້ຂຶ້ນ​ທັງ​ໃນ​ທຳມະສາລາ ຫລື​ໃນ​ບ່ອນ​ໃດໆ​ດ້ວຍ.

Uka jalj uñjjattʼäta Copia luraña




ກິດຈະການ 24:12
6 Jak'a apnaqawi uñst'ayäwi  

ເມື່ອ​ພວກເພິ່ນ​ໄດ້​ມາ​ຮອດ​ສາວົກ​ຄົນ​ອື່ນໆ​ແລ້ວ ພວກເພິ່ນ​ກໍ​ເຫັນ​ປະຊາຊົນ​ຢ່າງ​ຫລວງຫລາຍ​ຫຸ້ມອ້ອມ​ພວກເຂົາ​ຢູ່ ແລະ ພວກ​ຄູສອນກົດບັນຍັດ​ກຳລັງ​ໂຕ້ຖຽງ​ກັບ​ພວກເຂົາ​ຢູ່.


ຖາມ​ເຮົາ​ເຮັດຫຍັງ? ຈົ່ງ​ຖາມ​ຄົນ​ທັງຫລາຍ​ທີ່​ໄດ້​ຟັງ​ເຮົາ​ກ່າວ. ພວກເຂົາ​ຮູ້ຈັກ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ແນ່ນອນ”.


ເວລາ​ທີ່​ພວກເຂົາ​ພົບ​ຂ້າພະເຈົ້າ​ເຮັດ​ສິ່ງ​ນີ້​ຢູ່​ທີ່​ເດີ່ນ​ວິຫານ ຂ້າພະເຈົ້າ​ໄດ້​ຊຳລະ​ຕົວ​ໃຫ້​ສະອາດ​ຕາມ​ພິທີ​ແລ້ວ. ບໍ່​ມີ​ປະຊາຊົນ​ຢູ່​ກັບ​ຂ້າພະເຈົ້າ​ເລີຍ, ອີກ​ທັງ​ຂ້າພະເຈົ້າ​ບໍ່​ໄດ້​ກ່ຽວຂ້ອງ​ກັບ​ການ​ວຸ້ນວາຍ​ໃດ​ເລີຍ.


“ພວກຂ້າພະເຈົ້າ​ພົບ​ວ່າ​ຊາຍ​ຜູ້ນີ້​ເປັນ​ຄົນ​ສ້າງ​ບັນຫາ, ປຸກລະດົມ​ການ​ຈາລາຈົນ​ໃນ​ທ່າມກາງ​ຊາວຢິວ​ທັງໝົດ​ທົ່ວ​ໂລກ. ລາວ​ເປັນ​ແກນນຳ​ຄົນ​ໜຶ່ງ​ຂອງ​ລັດທິ​ນາຊາເຣັດ


ແລ້ວ​ໂປໂລ​ຈຶ່ງ​ແກ້​ຂໍ້​ກ່າວຫາ​ວ່າ: “ຂ້າພະເຈົ້າ​ບໍ່​ໄດ້​ເຮັດ​ສິ່ງໃດ​ຜິດ​ຕໍ່​ກົດບັນຍັດ​ຂອງ​ຢິວ ຫລື ຕໍ່​ວິຫານ ຫລື ຕໍ່​ກາຍຊາ”.


ສາມ​ວັນ​ຕໍ່ມາ ໂປໂລ​ໄດ້​ເຊີນ​ບັນດາ​ຜູ້ນຳ​ຊາວຢິວ​ມາ​ປະຊຸມ. ເມື່ອ​ພວກເຂົາ​ມາ​ພ້ອມໜ້າກັນ​ແລ້ວ, ໂປໂລ​ກໍ​ກ່າວ​ຕໍ່​ພວກເຂົາ​ວ່າ: “ພີ່ນ້ອງ​ທັງຫລາຍ​ເອີຍ ເຖິງແມ່ນວ່າ​ຂ້າພະເຈົ້າ​ບໍ່​ໄດ້​ເຮັດ​ຜິດ​ອັນໃດ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຮົາ ຫລື ຜິດ​ທຳນຽມ​ຂອງ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ, ຂ້າພະເຈົ້າ​ກໍ​ໄດ້​ຖືກ​ຈັບກຸມ​ໃນ​ນະຄອນ​ເຢຣູຊາເລັມ ແລະ ຖືກ​ມອບ​ໃຫ້​ພວກ​ໂຣມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka