ກິດຈະການ 24:1 - ພຣະຄຳພີລາວສະບັບສະໄໝໃໝ່1 ຫ້າວັນຕໍ່ມາ ມະຫາປະໂລຫິດອານາເນຍກໍໄດ້ເດີນທາງລົງໄປກາຍຊາເຣຍພ້ອມກັບພວກຜູ້ອາວຸໂສບາງຄົນ ແລະ ທະນາຍຄວາມຊື່ວ່າເຕຕູໂລ ແລະ ພວກເຂົານຳເອົາຂໍ້ກ່າວຫາໄປຟ້ອງໂປໂລຢູ່ຕໍ່ໜ້າຜູ້ປົກຄອງ. Uka jalj uñjjattʼätaພຣະຄຳພີສັກສິ1 ເມື່ອຜ່ານໄປໄດ້ຫ້າວັນແລ້ວ ອານາເນຍມະຫາປະໂຣຫິດກໍໄດ້ເດີນທາງໄປທີ່ເມືອງກາຍຊາເຣຍ ກັບພວກເຖົ້າແກ່ບາງຄົນ ແລະທະນາຍຄວາມຄົນໜຶ່ງຊື່ວ່າ ເຕຕູໂລ, ພວກເຂົາໄດ້ມາສະເໜີຕົວເພື່ອຍື່ນຄະດີຟ້ອງໂປໂລຕໍ່ໜ້າຜູ້ປົກຄອງເຟລິກ. Uka jalj uñjjattʼäta |
ເມື່ອໂປໂລຖືກເອີ້ນຕົວເຂົ້າມາແລ້ວ, ເຕຕູໂລກໍສະເໜີຄະດີຂອງເພິ່ນຕໍ່ໜ້າຜູ້ປົກຄອງເຟລິກວ່າ: “ຮຽນພະນະທ່ານເຟລິກທີ່ນັບຖື ພວກຂ້າພະເຈົ້າທັງຫລາຍມີຄວາມສະຫງົບສຸກມາເປັນເວລາດົນນານພາຍໃຕ້ການປົກຄອງຂອງທ່ານ ແລະ ການທີ່ທ່ານເຫັນເຫດການລ່ວງໜ້າໄດ້ນັ້ນ ເຮັດໃຫ້ມີການປະຕິຮູບຕ່າງໆເກີດຂຶ້ນໃນປະເທດນີ້.