Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 23:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ເມື່ອ​ໂປໂລ​ຮູ້​ວ່າ​ບາງຄົນ​ໃນ​ພວກເຂົາ​ເປັນ​ພວກ​ຊາດູກາຍ ແລະ ບາງຄົນ​ກໍ​ເປັນ​ຟາຣີຊາຍ, ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ວ່າ, “ພີ່ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ເປັນ​ຄົນຟາຣີຊາຍ, ສືບເຊື້ອສາຍ​ມາ​ຈາກ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ພິຈາລະນາ​ຄະດີ​ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ໃນ​ການ​ເປັນຄືນມາຈາກຕາຍ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ເມື່ອ​ໂປໂລ​ສັງເກດ​ເຫັນ​ວ່າ ໃນ​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ​ນີ້ ຄົນ​ສ່ວນ​ໜຶ່ງ​ເປັນ​ພວກ​ຊາດູກາຍ ແລະ​ຄົນ​ສ່ວນ​ໜຶ່ງ​ອີກ​ເປັນ​ພວກ​ຟາຣີຊາຍ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ກອງ​ປະຊຸມ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ຂ້າພະເຈົ້າ​ເປັນ​ຟາຣີຊາຍ ແລະ​ເປັນ​ລູກ​ຂອງ​ຄົນ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ນຳ​ຕົວ​ມາ​ພິພາກສາ​ຢູ່​ທີ່​ນີ້ ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ວ່າ ຄົນ​ຕາຍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”

Uka jalj uñjjattʼäta Copia luraña




ກິດຈະການ 23:6
17 Jak'a apnaqawi uñst'ayäwi  

ເຮົາ​ກຳລັງ​ໃຊ້​ພວກເຈົ້າ​ໄປ​ເໝືອນດັ່ງ​ແກະ​ຢູ່​ທ່າມກາງ​ຝູງ​ໝາໄນ. ເຫດສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ ອ່ອນສຸພາບ​ເໝືອນ​ນົກເຂົາ.


ໃນ​ວັນ​ດຽວ​ກັນ​ນັ້ນ ພວກ​ຊາດູກາຍ​ຜູ້​ທີ່​ກ່າວ​ວ່າ​ບໍ່​ມີ​ການເປັນຄືນມາຈາກຕາຍ​ໄດ້​ມາ​ຫາ​ພຣະອົງ​ດ້ວຍ​ຄຳຖາມ.


ແຕ່​ເມື່ອ​ໂຢຮັນ​ເຫັນ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ​ຫລາຍ​ຄົນ​ກຳລັງ​ມາ​ຍັງ​ບ່ອນ​ທີ່​ເພິ່ນ​ໃຫ້​ບັບຕິສະມາ​ຢູ່​ນັ້ນ, ເພິ່ນ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ: “ພວກ​ຊາດ​ງູ​ຮ້າຍ! ຜູ້ໃດ​ຕັກເຕືອນ​ພວກເຈົ້າ​ໃຫ້​ໜີ​ຈາກ​ຄວາມໂກດຮ້າຍ​ທີ່​ຈະ​ມາ​ເຖິງ​ນັ້ນ?


“ຂ້າພະເຈົ້າ​ເປັນ​ຄົນຢິວ ເກີດ​ທີ່​ເມືອງ​ຕາໂຊ​ໃນ​ແຂວງ​ກີລີເກຍ​ແຕ່​ເຕີບໃຫຍ່​ຂຶ້ນ​ຢູ່​ໃນ​ເມືອງ​ນີ້. ຂ້າພະເຈົ້າ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ໄດ້​ຮັບ​ການ​ອົບຮົມ​ຢ່າງ​ຄົບຖ້ວນ​ໃນ​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ. ຂ້າພະເຈົ້າ​ມີ​ໃຈ​ກະຕືລືລົ້ນ​ເພື່ອ​ພຣະເຈົ້າ​ເໝືອນດັ່ງ​ທ່ານ​ທັງຫລາຍ​ໃນ​ວັນ​ນີ້.


ນາຍພັນ​ຢາກ​ຮູ້​ຄັກແນ່​ວ່າ​ເປັນຫຍັງ​ໂປໂລ​ຈຶ່ງ​ຖືກ​ຊາວຢິວ​ກ່າວຫາ, ດັ່ງນັ້ນ ມື້​ຕໍ່ມາ​ເພິ່ນ​ຈຶ່ງ​ປ່ອຍ​ໂປໂລ ແລະ ສັ່ງ​ໃຫ້​ພວກຫົວໜ້າ​ປະໂລຫິດ​ກັບ​ສະມາຊິກ​ສະພາ​ແຊນເຮດຣິນ​ທັງໝົດ​ມາ​ປະຊຸມ​ກັນ. ຫລັງຈາກນັ້ນ ເພິ່ນ​ກໍ​ໄດ້​ນຳ​ໂປໂລ​ໄປ ແລະ ໃຫ້​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ.


ມະຫາ​ປະໂລຫິດ ແລະ ສະມາຊິກ​ສະພາ​ທຸກຄົນ​ສາມາດ​ເປັນພະຍານ​ໄດ້. ຂ້າພະເຈົ້າ​ກໍ​ໄດ້​ຮັບ​ຈົດໝາຍ​ຈາກ​ພວກເພິ່ນ​ໄປ​ເຖິງ​ພວກພີ່ນ້ອງ​ຂອງ​ພວກເຂົາ​ໃນ​ເມືອງ​ດາມັສກັດ, ແລ້ວ​ເດີນທາງ​ໄປ​ທີ່​ນັ້ນ​ເພື່ອ​ຈັບ​ຄົນ​ເຫລົ່ານີ້​ໄປ​ເປັນ​ນັກໂທດ ແລະ ນຳ​ໄປ​ເຢຣູຊາເລັມ​ເພື່ອ​ລົງໂທດ.


ໂປໂລ​ຈ້ອງ​ເບິ່ງ​ໄປ​ທີ່​ສະມາຊິກ​ສະພາ​ແຊນເຮດຣິນ ແລະ ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ ເຮົາ​ໄດ້​ເຮັດ​ໜ້າທີ່​ຂອງ​ຕົນ​ຕໍ່​ພຣະເຈົ້າ​ດ້ວຍ​ຈິດສຳນຶກ​ທີ່​ດີ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້”.


ດັ່ງນັ້ນ ບັດນີ້ ຂໍ​ໃຫ້​ພວກທ່ານ​ກັບ​ສະພາ​ແຊນເຮດຣິນ​ຍື່ນ​ຄຳຮ້ອງ​ຕໍ່​ນາຍພັນ​ໃຫ້​ນຳ​ເອົາ​ໂປໂລ​ມາ​ຕໍ່ໜ້າ​ພວກທ່ານ ໂດຍ​ອ້າງ​ເຫດຜົນ​ວ່າ​ຕ້ອງການ​ສືບສວນ​ຫາ​ຂໍ້ມູນ​ກ່ຽວກັບ​ຄະດີ​ຂອງ​ລາວ​ໃຫ້​ຊັດເຈນ​ຕື່ມ​ອີກ. ສ່ວນ​ພວກເຮົາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຂ້າ​ລາວ​ກ່ອນ​ທີ່​ລາວ​ຈະ​ມາ​ເຖິງ​ທີ່​ນີ້”.


ລາວ​ຕອບ​ວ່າ: “ພວກ​ຢິວ​ຕົກລົງ​ກັນ​ຈະ​ຂໍ​ໃຫ້​ທ່ານ​ນຳ​ໂຕ​ໂປໂລ​ລົງ​ໄປ​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ໃນ​ມື້​ອື່ນ ໂດຍ​ອ້າງ​ເຫດຜົນ​ວ່າ​ກອງປະຊຸມ​ຕ້ອງການ​ຢາກ​ໄດ້​ຂໍ້ມູນ​ກ່ຽວກັບ​ລາວ​ໃຫ້​ຄັກແນ່​ຕື່ມ​ອີກ.


ເມື່ອ​ເພິ່ນ​ເວົ້າ​ຢ່າງ​ນັ້ນ​ແລ້ວ, ກໍ​ມີ​ການ​ໂຕ້ຖຽງກັນ​ລະຫວ່າງ ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ ແລະ ກອງປະຊຸມ​ກໍ​ໄດ້​ແບ່ງ​ອອກ​ເປັນ​ສອງ​ຝ່າຍ.


ແລະ ຂ້າພະເຈົ້າ​ມີ​ຄວາມຫວັງ​ໃນ​ພຣະເຈົ້າ​ເໝືອນ​ກັບ​ຄົນ​ເຫລົ່ານີ້​ວ່າ ຈະ​ມີ​ການ​ເປັນຄືນມາຈາກຕາຍ​ທັງ​ຂອງ​ຄົນຊອບທຳ ແລະ ຄົນຊົ່ວ.


ນອກຈາກ​ເລື່ອງ​ນີ້​ເລື່ອງ​ດຽວ​ທີ່​ຂ້າພະເຈົ້າ​ໄດ້​ຮ້ອງ​ຂຶ້ນ​ຂະນະ​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ​ວ່າ: ‘ທີ່​ຂ້າພະເຈົ້າ​ຕ້ອງ​ຖືກ​ດຳເນີນ​ຄະດີ​ຕໍ່ໜ້າ​ທ່ານ​ໃນ​ວັນ​ນີ້ ກໍ​ເພາະ​ຂ້າພະເຈົ້າ​ເຊື່ອ​ໃນ​ການ​ເປັນຄືນມາຈາກຕາຍ’”.


ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ຂໍ​ພົບ​ພວກທ່ານ ແລະ ໂອ້ລົມ​ກັບ​ພວກທ່ານ. ເປັນ​ເພາະ​ຄວາມຫວັງ​ຂອງ​ຊົນຊາດ​ອິດສະຣາເອນ ຂ້າພະເຈົ້າ​ຈຶ່ງ​ຖືກ​ລ່າມ​ດ້ວຍ​ໂສ້​ຢ່າງ​ນີ້”.


ເຮົາ​ເກີດ​ມາ​ໄດ້​ແປດ​ວັນ​ເຮົາ​ກໍ​ໄດ້​ຮັບ​ພິທີຕັດ, ເຮົາ​ເປັນ​ຄົນ​ອິດສະຣາເອນ, ຢູ່​ໃນ​ຕະກຸນ​ເບັນຢາມິນ, ເປັນ​ຄົນ​ເຮັບເຣີ​ເກີດ​ຈາກ​ຊາວເຮີບເຣີ, ໃນ​ດ້ານ​ກົດບັນຍັດ ເຮົາ​ກໍ​ເປັນ​ຄົນ​ຟາຣີຊາຍ​ຜູ້​ໜຶ່ງ,


ຄື​ຄວາມເຊື່ອ ແລະ ຄວາມຮັກ​ອັນ​ເກີດ​ຈາກ​ຄວາມຫວັງ​ທີ່​ສະສົມ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ ແລະ ເຊິ່ງ​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ​ໃນ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຂອງ​ຂ່າວປະເສີດ


ພວກເຮົາ​ມີ​ຄວາມຫວັງ​ນີ້​ເປັນ​ສະໝໍ​ອັນ​ໝັ້ນຄົງ ແລະ ແນ່ນອນ​ຂອງ​ຈິດໃຈ. ຄວາມຫວັງ​ນີ້​ເຂົ້າ​ສູ່​ບ່ອນ​ສັກສິດ​ຊັ້ນໃນ​ທາງຫລັງ​ຜ້າກັ້ງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka