Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 23:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ໃນ​ຄືນ​ຕໍ່ມາ ອົງພຣະຜູ້ເປັນເຈົ້າ​ຢືນ​ຢູ່​ໃກ້​ໂປໂລ ແລະ ກ່າວ​ວ່າ, “ຈົ່ງ​ກ້າຫານ! ດັ່ງ​ທີ່​ເຈົ້າ​ໄດ້​ເປັນພະຍານ​ໃຫ້​ເຮົາ​ໃນ​ເຢຣູຊາເລັມ​ຢ່າງ​ໃດ, ເຈົ້າ​ກໍ​ຈະ​ຕ້ອງ​ເປັນ​ພະຍານ​ໃນ​ໂຣມ​ຢ່າງ​ນັ້ນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ໃນ​ຄືນ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢືນ​ຢູ່​ໃກ້​ໂປໂລ ແລະ​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຈົ້າ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້​ແລ້ວ​ຢ່າງ​ໃດ ເຈົ້າ​ກໍ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ຢູ່​ໃນ​ນະຄອນ​ໂຣມ​ຢ່າງ​ນັ້ນ.”

Uka jalj uñjjattʼäta Copia luraña




ກິດຈະການ 23:11
27 Jak'a apnaqawi uñst'ayäwi  

ແຕ່​ໃນທັນໃດ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ກ້າຫານ! ແມ່ນ​ເຮົາ​ເອງ. ຢ່າ​ຢ້ານ​ເລີຍ”.


ສັ່ງສອນ​ພວກເຂົາ​ໃຫ້​ເຊື່ອຟັງ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ. ແລະ ແນ່ນອນ ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນຍຸກ”.


ພວກເຂົາ​ໄດ້​ຫາມ​ຄົນເປ້ຍ​ຜູ້​ໜຶ່ງ​ທີ່​ນອນ​ຢູ່​ເທິງ​ບ່ອນນອນ​ມາ​ຫາ​ພຣະອົງ. ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຄົນເປ້ຍ​ນັ້ນ​ວ່າ, “ລູກ​ເອີຍ ຈົ່ງ​ຊື່ນໃຈ​ສາ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ”.


ເພາະ​ຂ້ານ້ອຍ​ມີ​ອ້າຍນ້ອງ​ຫ້າ​ຄົນ, ໃຫ້​ລາຊາໂຣ​ເຕືອນ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ມາ​ໃນ​ບ່ອນ​ທີ່​ທຸກທໍລະມານ​ນີ້​ເໝືອນກັນ’.


ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຈົ້າ​ໃຫ້​ເປັນ​ລູກກຳພ້າ, ເຮົາ​ຈະ​ມາຫາ​ພວກເຈົ້າ.


“ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ເພື່ອ​ພວກເຈົ້າ​ຈະ​ໄດ້​ມີ​ສັນຕິສຸກ​ໃນ​ເຮົາ. ໃນ​ໂລກ​ນີ້​ພວກເຈົ້າ​ຈະ​ມີ​ຄວາມທຸກຍາກລໍາບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ! ເພາະ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ”.


ມີ​ຄືນ​ໜຶ່ງ ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ໂປໂລ​ໃນ​ນິມິດ​ວ່າ: “ຢ່າ​ຢ້ານ​ເລີຍ, ຈົ່ງ​ປະກາດ​ຕໍ່ໄປ, ຢ່າ​ມິດ​ຢູ່.


ຫລັງຈາກ​ເຫດການ​ເຫລົ່ານີ້​ເກີດ​ຂຶ້ນ​ແລ້ວ, ໂປໂລ​ກໍ​ຕັດສິນໃຈ​ວ່າ​ຈະ​ໄປ​ເຢຣູຊາເລັມ, ໂດຍ​ຜ່ານທາງ​ແຂວງ​ມາເກໂດເນຍ ແລະ ອະຂາຢາ. ເພິ່ນ​ກ່າວ​ວ່າ, “ຫລັງ​ຈາກ​ທີ່​ເຮົາ​ໄດ້​ໄປ​ທີ່​ນັ້ນ​ແລ້ວ, ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ໂຣມ​ເໝືອນ​ກັນ”.


ເພາະວ່າ​ດາວິດ​ໄດ້​ກ່າວ​ເຖິງ​ພຣະອົງ​ວ່າ: “‘ຂ້ານ້ອຍ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ຢູ່​ຕໍ່ໜ້າ​ຂ້ານ້ອຍ​ຕະຫລອດ​ເວລາ ເພາະວ່າ​ພຣະອົງ​ຢູ່​ກໍ້າຂວາ​ມື​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຫວັ່ນໄຫວ.


“ແລະ ບັດນີ້ ພຣະວິນຍານ​ໄດ້​ບັງຄັບ​ໃຫ້​ຂ້າພະເຈົ້າ​ໄປ​ເຢຣູຊາເລັມ, ບໍ່ຮູ້​ວ່າ​ຈະ​ເກີດ​ອັນໃດ​ຂຶ້ນ​ກັບ​ຂ້າພະເຈົ້າ​ໃນ​ທີ່​ນັ້ນ,


ເຈົ້າ​ຈະ​ເປັນ​ພະຍານ​ຂອງ​ພຣະອົງ​ກັບ​ຄົນ​ທັງຫລາຍ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ,


ແລະ ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ໄວໆ! ຈົ່ງ​ຮີບ​ອອກ​ໄປ​ຈາກ​ເຢຣູຊາເລັມ​ດຽວ​ນີ້ ເພາະ​ຄົນ​ຢູ່​ທີ່​ນີ້​ຈະ​ບໍ່​ຍອມ​ຮັບ​ຄຳພະຍານ​ຂອງ​ເຈົ້າ​ທີ່​ກ່ຽວກັບ​ເຮົາ’.


ເຮົາ​ບໍ່​ມີ​ເສລີພາບ​ບໍ? ເຮົາ​ບໍ່​ໄດ້​ເປັນ​ອັກຄະສາວົກ​ບໍ? ເຮົາ​ບໍ່​ໄດ້​ເຫັນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ບໍ? ພວກເຈົ້າ​ບໍ່​ໄດ້​ເປັນ​ຜົນ​ຂອງ​ວຽກງານ​ຂອງ​ເຮົາ​ໃນ​ອົງພຣະຜູ້ເປັນເຈົ້າ​ບໍ?


ດັ່ງ​ຜົນ​ທີ່​ປາກົດ​ກໍ​ຄື ທະຫານ​ທຸກຄົນ​ທີ່​ຮັກສາ​ລາຊະວັງ ແລະ ຄົນ​ອື່ນໆ​ກໍ​ຮູ້​ແຈ້ງ​ທົ່ວ​ກັນ​ວ່າ​ເຮົາ​ຖືກ​ລ່າມໂສ້​ນັ້ນ​ກໍ​ເພື່ອ​ພຣະຄຣິດເຈົ້າ.


ແຕ່​ອົງພຣະຜູ້ເປັນເຈົ້າ​ຢູ່​ຄຽງຂ້າງ​ເຮົາ ແລະ ໃຫ້​ກຳລັງ​ໃຫ້​ແກ່​ເຮົາ, ເພື່ອ​ວ່າ​ໂດຍ​ຜ່ານທາງ​ເຮົາ​ຖ້ອຍຄຳ​ຈະ​ຖືກ​ປະກາດ​ໄປ​ຢ່າງ​ຄົບຖ້ວນ ແລະ ຄົນຕ່າງຊາດ​ທັງຫລາຍ​ກໍ​ຈະ​ໄດ້​ຍິນ​ເລື່ອງ​ນີ້ ແລະ ເຮົາ​ກໍ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ປາກ​ສິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka